ປກສ ເມືອງຕົ້ນເຜີ້ງ ຢຶດລົດຂົນຢາບ້າ 8 ລ້ານເມັດ ສ່ວນຜູ້ຂັບຂີ່ແມ່ນເອົາຕົວຫຼົບໜີ

ຮອດປັດຈຸບັນນີ້, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວຍັງບໍ່ສາມາດຈັບຄົນຂັບລົດວີໂກ້ທີ່ຂົນຢາບ້າ 8 ລ້ານເມັດໄດ້ເທື່ອ ໂດຍກໍາລັງເລັ່ງສືບສວນ-ສອບສວນຫາຜູ້ຂັບຂີ່ລົດຄັນດັ່ງກ່າວ, ໃຜເປັນເຈົ້າຂອງລົດ ລວມທັງຊອກຫາແຫຼ່ງທີ່ມາຂອງຢາບ້າດັ່ງກ່າວ. ກ່ອນທີ່ຈະສາມາດຢຶດຢາບ້າ ແລະ ລົດຄັນດັ່ງກ່າວ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ອອກກວດກາລາດຕະເວນຂອບເຂດລະຫວ່າງ ບ້ານໃຫຍ່ສີເມືອງງາມ ຫາ ບ້ານດອນທາດ ເມືອງຕົ້ນເຜີ້ງ  ເມື່ອມໍ່ໆມານີ້ ໂດຍໄດ້ພົບເຫັນລົດເປົ້າໝາຍ ແລ່ນມາແຕ່ທາງ ບ້ານດອນທາດ ມຸ່ງໜ້າໄປ ທາງບ້ານໃຫຍ່ສີເມືອງງາມ. ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ໄລ່ລົດຄັນດັ່ງກ່າວ, ພໍມາຮອດບ້ານໃຫຍ່ສີເມືອງງາມ, ເຈົ້າໜ້າທີ່ຈຶ່ງໄດ້ລັດທາງ ແຕ່ລົດຄັນດັ່ງກ່າວບໍ່ທັນແລ່ນມາຮອດຈຸດທີ່ເຈົ້າໜ້າທີ່ສະກັດລັດ ປະມານ 15-20 ແມັດ, ຜູ້ຂັບຂີ່ລົດຄັນດັ່ງກ່າວໄດ້ ຈອດລົດແລ້ວ ໄດ້ຍົກປືນສັ້ນໃສ່ເຈົ້າໜ້າທີ່ ແລະ ໄດ້ເອົາຕົວຫຼົບໜີແລ່ນເຂົ້າປ່າ ເປັນເພດຊາຍ ຈໍານວນ 1 ຄົນ. ຈາກນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ໄປກວດກາເບິ່ງລົດຄັນດັ່ງກ່າວ ແລ້ວພົບເຫັນຢາເສບຕິດຢູ່ໃນລົດ ແລະ ກະບະລົດມີທັງໝົດຈຳນວນ 40 ເປົາ, ເຊິ່ງເຊື່ອງຢູ່ໃນລົດ […]