2
ປກສ ເມືອງຕົ້ນເຜີ້ງ ຢຶດລົດຂົນຢາບ້າ 8 ລ້ານເມັດ ສ່ວນຜູ້ຂັບຂີ່ແມ່ນເອົາຕົວຫຼົບໜີ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 13 ເດືອນກຸມພາ, 2024

ຮອດປັດຈຸບັນນີ້, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວຍັງບໍ່ສາມາດຈັບຄົນຂັບລົດວີໂກ້ທີ່ຂົນຢາບ້າ 8 ລ້ານເມັດໄດ້ເທື່ອ ໂດຍກໍາລັງເລັ່ງສືບສວນ-ສອບສວນຫາຜູ້ຂັບຂີ່ລົດຄັນດັ່ງກ່າວ, ໃຜເປັນເຈົ້າຂອງລົດ ລວມທັງຊອກຫາແຫຼ່ງທີ່ມາຂອງຢາບ້າດັ່ງກ່າວ.

ກ່ອນທີ່ຈະສາມາດຢຶດຢາບ້າ ແລະ ລົດຄັນດັ່ງກ່າວ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ອອກກວດກາລາດຕະເວນຂອບເຂດລະຫວ່າງ ບ້ານໃຫຍ່ສີເມືອງງາມ ຫາ ບ້ານດອນທາດ ເມືອງຕົ້ນເຜີ້ງ  ເມື່ອມໍ່ໆມານີ້ ໂດຍໄດ້ພົບເຫັນລົດເປົ້າໝາຍ ແລ່ນມາແຕ່ທາງ ບ້ານດອນທາດ ມຸ່ງໜ້າໄປ ທາງບ້ານໃຫຍ່ສີເມືອງງາມ. ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ໄລ່ລົດຄັນດັ່ງກ່າວ, ພໍມາຮອດບ້ານໃຫຍ່ສີເມືອງງາມ, ເຈົ້າໜ້າທີ່ຈຶ່ງໄດ້ລັດທາງ ແຕ່ລົດຄັນດັ່ງກ່າວບໍ່ທັນແລ່ນມາຮອດຈຸດທີ່ເຈົ້າໜ້າທີ່ສະກັດລັດ ປະມານ 15-20 ແມັດ, ຜູ້ຂັບຂີ່ລົດຄັນດັ່ງກ່າວໄດ້ ຈອດລົດແລ້ວ ໄດ້ຍົກປືນສັ້ນໃສ່ເຈົ້າໜ້າທີ່ ແລະ ໄດ້ເອົາຕົວຫຼົບໜີແລ່ນເຂົ້າປ່າ ເປັນເພດຊາຍ ຈໍານວນ 1 ຄົນ.

ຈາກນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ໄປກວດກາເບິ່ງລົດຄັນດັ່ງກ່າວ ແລ້ວພົບເຫັນຢາເສບຕິດຢູ່ໃນລົດ ແລະ ກະບະລົດມີທັງໝົດຈຳນວນ 40 ເປົາ, ເຊິ່ງເຊື່ອງຢູ່ໃນລົດ 28 ເປົາ, ຢູ່ຫຼັງກະບະລົດມີ 12 ເປົາ. ຫຼັງຈາກກວດຢ່າງລະ ອຽດມີຢາເສບຕິດ ປະເພດຢາບ້າຈຳນວນທັງໝົດ 400 ມັດ, ເທົ່າກັບ 8.000.000 ເມັດ, ນ້ຳໜັກ 800 ກິໂລກຣາມ.

ແຫຼ່ງຂໍ້ມູນ: ປກສ ແຂວງບໍ່ແກ້ວ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ