ຕັ້ງເປົ້າໝາຍສູ້ຊົນ 11 ຄາດໝາຍໃນຂະແໜງສາທາລະນະສຸກ ໃນປີ 2024

ໃນປີ 2024 ລັດຖະບານຕັ້ງເປົ້າໝາຍສູ້ຊົນ 11 ຄາດໝາຍໃນຂະແໜງສາທາລະນະສຸກ ໂດຍສູ້ຊົນອັດຕາຊົມໃຊ້ນໍ້າສະອາດ ໃຫ້ໄດ້ 94% ປະຊາກອນເປົ້າໝາຍ. ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາວ່າ: ໃນແຜນພັດທະນາເສດຖະກິດ-ສັງຄົມ ໃນປີ 2024 ຄາດໝາຍຂົງເຂດວັດທະນະທຳ-ສັງຄົມ ສະເພາະແມ່ນ ວຽກງານສາທາລະນະສຸກ ໄດ້ຕັ້ງເປົ້າໝາຍສູ້ຊົນດັ່ງນີ້: 1) ອັດຕາສ່ວນເດັກນ້ອຍລຸ່ມ5ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ ໃຫ້ຍັງຫຼືອ 16% ຂອງປະຊາກອນໃນເປົ້າໝາຍ; 2). ອັດຕາສ່ວນເດັກນ້ອຍ ລຸ່ມ 5 ປີ ທີ່ມີລວງສູງຕໍ່າກວ່າມາດຕະຖານ ໃຫ້ຍັງເຫຼືອ 28% ຂອງປະຊາກອນໃນເປົ້າໝາຍ; 3). ອັດຕາການຕາຍຂອງເດັກລຸ່ມ 1 ປີ ໃຫ້ຍັງເຫຼືອ 22/1.000 ເດັກເກີດມີຊີວິດ; 4). ອັດຕາການຕາຍຂອງເດັກລຸ່ມ 5 ປີ ໃຫ້ຍັງເຫຼືອ […]