2
ຕັ້ງເປົ້າໝາຍສູ້ຊົນ 11 ຄາດໝາຍໃນຂະແໜງສາທາລະນະສຸກ ໃນປີ 2024
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 22 January, 2024

ໃນປີ 2024 ລັດຖະບານຕັ້ງເປົ້າໝາຍສູ້ຊົນ 11 ຄາດໝາຍໃນຂະແໜງສາທາລະນະສຸກ ໂດຍສູ້ຊົນອັດຕາຊົມໃຊ້ນໍ້າສະອາດ ໃຫ້ໄດ້ 94% ປະຊາກອນເປົ້າໝາຍ.
ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາວ່າ: ໃນແຜນພັດທະນາເສດຖະກິດ-ສັງຄົມ ໃນປີ 2024 ຄາດໝາຍຂົງເຂດວັດທະນະທຳ-ສັງຄົມ ສະເພາະແມ່ນ ວຽກງານສາທາລະນະສຸກ ໄດ້ຕັ້ງເປົ້າໝາຍສູ້ຊົນດັ່ງນີ້:

1) ອັດຕາສ່ວນເດັກນ້ອຍລຸ່ມ5ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ ໃຫ້ຍັງຫຼືອ 16% ຂອງປະຊາກອນໃນເປົ້າໝາຍ;
2). ອັດຕາສ່ວນເດັກນ້ອຍ ລຸ່ມ 5 ປີ ທີ່ມີລວງສູງຕໍ່າກວ່າມາດຕະຖານ ໃຫ້ຍັງເຫຼືອ 28% ຂອງປະຊາກອນໃນເປົ້າໝາຍ;
3). ອັດຕາການຕາຍຂອງເດັກລຸ່ມ 1 ປີ ໃຫ້ຍັງເຫຼືອ 22/1.000 ເດັກເກີດມີຊີວິດ;
4). ອັດຕາການຕາຍຂອງເດັກລຸ່ມ 5 ປີ ໃຫ້ຍັງເຫຼືອ 32/1.000 ເດັກເກີດມີຊີວິດ;
5). ອັດຕາສ່ວນການຕາຍຂອງແມ່ ໃຫ້ຍັງເຫຼືອ 120/100.000 ເດັກເກີດມີຊີວິດ;
6). ອັດຕາການເກີດລູກມີແພດຊ່ວຍ ໃຫ້ໄດ້ 84% ປະຊາກອນເປົ້າໝາຍ;
7). ອັດຕາການໃຫ້ວັກຊິນກັນພະຍາດໃນເດັກ ລຸ່ມ 1 ປີ ໃຫ້ໄດ້ 95% ປະຊາກອນເປົ້າໝາຍ;
8). ອັດຕາຊົມໃຊ້ນໍ້າສະອາດ ໃຫ້ໄດ້ 94% ປະຊາກອນເປົ້າໝາຍ;
9). ອັດຕາການຊົມໃຊ້ວິດຖ່າຍຄອບຄົວ ໃຫ້ໄດ້ 84% ຂອງຄອບຄົວທັງໝົດ;
10). ອັດຕາການປົກຄຸມປະກັນສຸຂະພາບ ໃຫ້ໄດ້ 94,5% ຂອງປະຊາກອນທັງໝົດ;
11). ອັດຕາການຮັບຮອງ ແລະປະກາດເປັນບ້ານສາທາລະນະສຸກແບບຢ່າງໃຫ້ໄດ້ 84% ຂອງບ້ານທັງໝົດ.

ຂໍຂອບໃຈ: ເນື້ອຫາແລະຮູບພາບຈາກ ຫນັງສືພິມຄວາມສະຫງົບ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 17 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,417
21,692
thailand (1)
THB
659.53
669.69
european-union
EUR
23,934
24,413
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-17T104559.345
ງານລ້ຽງສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ ແລະ ວັນຊາດ ຟີລິບປິນ ຄົບຮອບ 127 ປີ ທີ່ ນະຄອນຫຼວງວຽງຈັນ
_cover - 2025-07-17T105822.123
ທຣຳກົດດັນຈີນຈະ"ປະຫານຊີວິດ" ຜູ້ຜະລິດສານເຟັນທານິລ ເພື່ອເປັນການລົງໂທດຈີນໃນການສົ່ງຢາໂຕນີ້ເຂົ້າມາໃນປະເທດ
_cover - 2025-07-17T103120.864
ເກົາຫຼີໃຕ້ "ແຈກເງິນປະຊາຊົນ" 150,000 ວອນ ກະຕຸ້ນເສດຖະກິດ ແຈກແນວໃດ? ຄົນຕ່າງປະເທດກໍມີສິດໄດ້ຮັບເງິນນຳ
site cover1 (53)
Nvidia ແລະ AMD ກະກຽມກັບຄືນມາສົ່ງຊິບ AI ໄປຈີນອີກຄັ້ງ
pele - 2025-07-17T094853.382
ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນະພາບ 866 ລາຍການ
_cover - 2025-07-17T094542.789
ເງິນເຟີ້ສະຫະລັດເພີ່ມຂຶ້ນສູງຮັບພາສີທຣຳ ເພີ່ມໂອກາດໃຫ້ທະນາຄານກາງສະຫະລັດ (ເຟດ) ຍັງຄົງອັດຕາດອກເບ້ຍໃນລະດັບສູງ
site cover1 - 1
ທີມຊາດລາວ ສະເໝີກັບ​ ທີມຊາດກຳປູເຈຍ 1-1 ໃນການແຂ່ງຂັນ​ກິລາ​ບານເຕະ​ຊາຍ​ ຮຸ່ນ​ອາຍຸ​ບໍ່ເກີນ​ 23​ ປີ​ ຊິງ​ແຊ້ມ​ອາຊຽນ​ 2025​ ທີ່ອິນໂດເນເຊຍ.
_cover - 2025-07-16T161824.806
ຮື້ປ້າຍທີ່ບໍ່ຖືກລະບຽບ ແລະ ມ້າງເທີບເງີບ ທີ່ກວມທາງສາທາລະນະ ເຂດຖະໜົນອາຊຽນ ເສັ້ນທາງ T2 ບ້ານອຸບມຸງ, ເມືອງສີໂຄດຕະບອງ
_cover - 2025-07-16T152852.893
ລັດຖະມົນຕີປະເທດຄິວບາລາອອກ ຫຼັງກ່າວວ່າປະເທດບໍ່ມີຂໍທານ ເພາະຄົນທີ່ຄົ້ນຂີ້ເຫຍື້ອກໍ່ເຮັດເຊັ່ນນັ້ນເພາະເລືອກທີ່ຈະຫາ "ເງິນງ່າຍໆ"
_cover - 2025-07-16T144745.125
ຈີນເປີດໂຕລົດໄຟຄວາມໄວສູງ "Maglev" ຄວາມໄວ 600 ກິໂລແມັດຕໍ່ຊົ່ວໂມງ ອາດຈະເປັນລົດໄຟທີ່ໄວທີ່ສຸດໃນໂລກ
ຢ່າລື່ມກົດຕິດຕາມ