ຊາຍຊາວຈີນຂັບຂີ່ລົດກະບະຕໍາລົດຈັກ ແລະ ລົດໃຫຍ່ລວມ 10 ຄັນ

ໃນວັນທີ 14 ທັນວາ 2023, ພັທ ສຸນີ ໄຊຍະວົງ ຮອງຫົວໜ້າພະແນກຕໍາຫຼວດ ຊີ້ນໍາວຽກງານຕໍາຫຼວດຈະລາຈອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຊີ້ແຈງຕໍ່ສື່ມວນຊົນ ປກສ ວ່າ: ເຫດການຊາຍຊາວຈີນຂັບຂີ່ ລົດກະບະຟອດ ສີຂາວ ບໍ່ມີປ້າຍທະບຽນ ໄດ້ຂັບຂີ່ດາດເອົາລົດຈັກ ຈຳນວນ 6 ຄັນ ແລະ ລົດກະບະວີໂກ້ ຈໍານວນ 4 ຄັນ ແລ້ວບໍ່ຢຸດຈອດ ເກີດຈາກຜູ້ຂັບຂີ່ລົດຢູ່ໃນສະພາບມຶນເມົາ ພາຍຫຼັງເກີດອຸບັດຕິເຫດແລ້ວການສື່ສານກັບຄູ່ກໍລະນີບໍ່ເຂົ້າໃຈກັນຈຶ່ງເຮັດໃຫ້ປະຊາຊົນຈໍານວນໜຶ່ງໄລ່ຕາມ ຈົນເຈົ້າໜ້າທີ່ຕໍາຫຼວດຈະລາຈອນສາມາດຈັບຕົວໄດ້ຢູ່ບໍລິເວນໄຟອໍານາດດອນໜູນ. ກ່ອນເກີດເຫດ, ເວລາປະມານ 7:00 ໂມງຂອງວັນທີ 6 ທັນວາ 2023, ໄດ້ມີພົນລະ ເມືອງດີ ໂທລະສັບແຈ້ງຫາເຈົ້າໜ້າທີ່ຕໍາຫຼວດຈະລາຈອນເມືອງໄຊທານີ ວ່າ: ມີລົດກະບະ ຍີ່ຫໍ້ ຟອດ ສີຂາວ ບໍ່ມີປ້າຍທະບຽນ ໄດ້ຂັບຂີ່ດາດເອົາລົດຈັກແລ້ວບໍ່ຢຸດຈອດ ຢູ່ເສັ້ນທາງເລກ 10 ເຂດບ້ານທົ່ງມັ່ງ ເມືອງໄຊທານີ ຈຸດປະສົງມຸ້ງໜ້າເຂົ້າມາຕົວເມືອງໂດຍໃຊ້ເສັ້ນທາງເລກ 10; ດັ່ງນັ້ນ, […]