2
ຊາຍຊາວຈີນຂັບຂີ່ລົດກະບະຕໍາລົດຈັກ ແລະ ລົດໃຫຍ່ລວມ 10 ຄັນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 14 December, 2023
ໝວດ: ຂ່າວ

ໃນວັນທີ 14 ທັນວາ 2023, ພັທ ສຸນີ ໄຊຍະວົງ ຮອງຫົວໜ້າພະແນກຕໍາຫຼວດ ຊີ້ນໍາວຽກງານຕໍາຫຼວດຈະລາຈອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຊີ້ແຈງຕໍ່ສື່ມວນຊົນ ປກສ ວ່າ: ເຫດການຊາຍຊາວຈີນຂັບຂີ່ ລົດກະບະຟອດ ສີຂາວ ບໍ່ມີປ້າຍທະບຽນ ໄດ້ຂັບຂີ່ດາດເອົາລົດຈັກ ຈຳນວນ 6 ຄັນ ແລະ ລົດກະບະວີໂກ້ ຈໍານວນ 4 ຄັນ ແລ້ວບໍ່ຢຸດຈອດ ເກີດຈາກຜູ້ຂັບຂີ່ລົດຢູ່ໃນສະພາບມຶນເມົາ ພາຍຫຼັງເກີດອຸບັດຕິເຫດແລ້ວການສື່ສານກັບຄູ່ກໍລະນີບໍ່ເຂົ້າໃຈກັນຈຶ່ງເຮັດໃຫ້ປະຊາຊົນຈໍານວນໜຶ່ງໄລ່ຕາມ ຈົນເຈົ້າໜ້າທີ່ຕໍາຫຼວດຈະລາຈອນສາມາດຈັບຕົວໄດ້ຢູ່ບໍລິເວນໄຟອໍານາດດອນໜູນ.

ກ່ອນເກີດເຫດ, ເວລາປະມານ 7:00 ໂມງຂອງວັນທີ 6 ທັນວາ 2023, ໄດ້ມີພົນລະ ເມືອງດີ ໂທລະສັບແຈ້ງຫາເຈົ້າໜ້າທີ່ຕໍາຫຼວດຈະລາຈອນເມືອງໄຊທານີ ວ່າ: ມີລົດກະບະ ຍີ່ຫໍ້ ຟອດ ສີຂາວ ບໍ່ມີປ້າຍທະບຽນ ໄດ້ຂັບຂີ່ດາດເອົາລົດຈັກແລ້ວບໍ່ຢຸດຈອດ ຢູ່ເສັ້ນທາງເລກ 10 ເຂດບ້ານທົ່ງມັ່ງ ເມືອງໄຊທານີ ຈຸດປະສົງມຸ້ງໜ້າເຂົ້າມາຕົວເມືອງໂດຍໃຊ້ເສັ້ນທາງເລກ 10; ດັ່ງນັ້ນ, ຈຶ່ງໄດ້ສັ່ງໃຫ້ເຈົ້າໜ້າທີ່ຕໍາຫຼວດຈະລາຈອນທີ່ປະຈໍາຢູ່ຈຸດ 3 ແຍກ 4 ແຍກສະກັດລົດຄັນດັ່ງກ່າວ, ບໍ່ພໍເທົ່າໄດ້ເຈົ້າໜ້າທີ່ປະຈໍາຢູ່ ຈຸດໄຟອໍານາດໂນນສະອາດ ເມືອງໄຊທານີ ໄດ້ພົບເຫັນລົດຄັນດັ່ງກ່າວຂັບຂີ່ຜ່ານມາ ຈຶ່ງສັ່ງໃຫ້ຢຸດຈອດ ເພື່ອທໍາການກວດກາ ແລະ ສອບຖາມ ແຕ່ລົດຄັນດັ່ງກ່າວບໍ່ຢຸດຈອດ ແລະ ເຈົ້າໜ້າທີ່ໄດ້ລັດອີກຈຸດໜຶ່ງຢູ່ເສັ້ນທາງຖະໜົນໄກສອນ ເຂດວົງວຽນ ຈຶ່ງພົບເຫັນວ່າຜູ້ຂັບຢູ່ໃນສະພາບມຶນເມົາ ຂັບລົດເຈີດຊາຍເຈີດຂວາ ແລະ ດາດເອົາລົດໃຫຍ່ອີກຫຼາຍຄັນ; ຈາກນັ້ນ, ພວກເຮົາຈຶ່ງໄດ້ສັ່ງເຈົ້າໜ້າທີ່ ປະຈໍາຢູ່ໄຟອໍານາດດອນໜູນ ເພື່ອລັດສະກັດລົດຄັນດັ່ງກ່າວຈົນສາມາດສະກັດໄດ້ແລ້ວເຂົ້າຈັບກຸມຜູ້ຂັບຂີ່.

ພາຍຫຼັງເຈົ້າໜ້າທີ່ກັກຕົວໄດ້ແລ້ວ ຈຶ່ງນໍາຕົວມາສອບສວນຈຶ່ງຮູ້ວ່າ: ຜູ້ຂັບຂີ່ລົດ ຊື່ທ້າວ ວາງຢຸນຫຼົງ ອາຍຸ 33 ປີ ສັນຊາດຈີນ, ກຳມະກອນ ແລະ ຜູ້ໂດຍສານທີ່ນັ່ງມານຳ ທ້າວ ຊຽງຫຼາ ອາຍຸ 36 ປີ, ສັນຊາດຈີນ, ກຳມະກອນ ທັງສອງພັກເຊົ່າຢູ່ບ້ານນາຄຳ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ; ກ່ອນເກີດເຫດໃນ ວັນທີ 5 ທັນວາ 2023 ທັງສອງ ໄດ້ພາກັນໄປຫຼິ້ນຢູ່ທີ່ ຮ້ານບັນ ເທີງຄາລາໂອເກາະ ແຫ່ງໜຶ່ງ ຢູ່ເຂດສະໜາມບິນວັດໄຕ ຈົນແຈ້ງ ຈົນຮອດເວລາປະມານ 6 ໂມງ ເຊົ້າ ຂອງວັນທີ 6 ທັນວາ 2023 ພວກກ່ຽວທັງສອງຈຶ່ງໄດ້ຊວນກັນໄປຊອກຫາບ່ອນຫຼິ້ນຕໍ່ ໂດຍຂັບຂີ່ລົດໄປຕາມ ຈີພີເອັດ ເມື່ອຂັບຂີ່ລົດຮອດເຂດບ້ານ ທົ່ງມັ່ງ ເມືອງໄຊທານີ ຄິດວ່າຕົນເອງຂັບຂີ່ຫຼົງທາງຈຶ່ງໄດ້ພາກັນລ້ຽວລົດກັບ ຈຸດປະສົງຈະກັບເຂົ້າໃນຕົວເມືອງນະຄອນຫຼວງວຽງຈັນ ໃນໄລຍະພວມຂັບຂີ່ລົດກັບເຂົ້າມາຕົວເມືອງນັ້ນແມ່ນໄດ້ ເກີດອຸບັດຕິເຫດດາດເອົາລົດຈັກ 6 ຄັນ ແລະ ກະບະວີໂກ້ 4 ຄັນ.

ທ້າວ ວາງຢຸນຫຼົງ ກ່າວວ່າ: “ຕໍ່ກັບເຫດການດັ່ງກ່າວທີ່ເກີດຂຶ້ນໃນຄັ້ງນີ້ມັນໄດ້ສ້າງຄວາມເສຍຫາຍທາງດ້ານພາຫະນະ, ສຸຂະພາບ ແລະ ເຮັດໃຫ້ສັງຄົມມີຄວາມແຕກຕື່ນ; ສະນັ້ນ, ພວກຂ້າພະເຈົ້າທັງສອງຄົນຈຶ່ງອອກມາຂໍໂທດຕໍ່ການນໍາພັກລັດ, ພໍ່-ແມ່, ປະຊາຊົນລາວບັນດາເຜົ່າ ແລະ ຂໍໂທດມາຍັງປະຊາຊົນຈີນທີ່ດຳລົງຊີວິດຢູ່ ສປປ ລາວ ທີ່ສ້າງຄວາມເຊືອມເສຍໄປໃນທາງທີ່ບໍ່ດີ ແລະ ຫວັ່ງວ່າທຸກຄົນຈະໃຫ້ອະໄພ ຕໍ່ການກະທໍາຂອງພວກຂ້າພະເຈົ້າໃນຄັ້ງນີ້. ຕໍ່ກັບເຫດການດັ່ງກ່າວທີ່ເກີດຂຶ້ນ, ພວກກ່ຽວແມ່ນໄດ້ຮັບຜິດຊອບຕໍ່ຜົນເສຍຫາຍທັງໝົດ.

ພ້ອມນີ້, ພັທ ສຸນີ ໄຊຍະວົງ ຍັງໄດ້ຮຽກຮ້ອງເຖິງຜູ້ໃຊ້ລົດ-ໃຊ້ຖະໜົນທຸກຄົນໃນສັງ ຄົມລາວ ແລະ ຊາວຕ່າງປະເທດ ແມ່ນບໍ່ໃຫ້ເອົາເປັນແບບຢ່າງ ແລະ ບໍ່ໃຫ້ເກີດມີເຫດການແບບນີ້ເກີດຂຶ້ນອີກ, ຂໍໃຫ້ທຸກຄົນຂັບຂີ່ລົດດ້ວຍຄວາມປອດໄພ ແລະ ມີສະຕິຢູ່ຕະຫຼອດ.

ຂໍຂອບໃຈ: ຄວາມສະຫງົບ Lao Security News

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 17 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,417
21,692
thailand (1)
THB
659.53
669.69
european-union
EUR
23,934
24,413
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-17T104559.345
ງານລ້ຽງສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ ແລະ ວັນຊາດ ຟີລິບປິນ ຄົບຮອບ 127 ປີ ທີ່ ນະຄອນຫຼວງວຽງຈັນ
_cover - 2025-07-17T105822.123
ທຣຳກົດດັນຈີນຈະ"ປະຫານຊີວິດ" ຜູ້ຜະລິດສານເຟັນທານິລ ເພື່ອເປັນການລົງໂທດຈີນໃນການສົ່ງຢາໂຕນີ້ເຂົ້າມາໃນປະເທດ
_cover - 2025-07-17T103120.864
ເກົາຫຼີໃຕ້ "ແຈກເງິນປະຊາຊົນ" 150,000 ວອນ ກະຕຸ້ນເສດຖະກິດ ແຈກແນວໃດ? ຄົນຕ່າງປະເທດກໍມີສິດໄດ້ຮັບເງິນນຳ
site cover1 (53)
Nvidia ແລະ AMD ກະກຽມກັບຄືນມາສົ່ງຊິບ AI ໄປຈີນອີກຄັ້ງ
pele - 2025-07-17T094853.382
ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນະພາບ 866 ລາຍການ
_cover - 2025-07-17T094542.789
ເງິນເຟີ້ສະຫະລັດເພີ່ມຂຶ້ນສູງຮັບພາສີທຣຳ ເພີ່ມໂອກາດໃຫ້ທະນາຄານກາງສະຫະລັດ (ເຟດ) ຍັງຄົງອັດຕາດອກເບ້ຍໃນລະດັບສູງ
site cover1 - 1
ທີມຊາດລາວ ສະເໝີກັບ​ ທີມຊາດກຳປູເຈຍ 1-1 ໃນການແຂ່ງຂັນ​ກິລາ​ບານເຕະ​ຊາຍ​ ຮຸ່ນ​ອາຍຸ​ບໍ່ເກີນ​ 23​ ປີ​ ຊິງ​ແຊ້ມ​ອາຊຽນ​ 2025​ ທີ່ອິນໂດເນເຊຍ.
_cover - 2025-07-16T161824.806
ຮື້ປ້າຍທີ່ບໍ່ຖືກລະບຽບ ແລະ ມ້າງເທີບເງີບ ທີ່ກວມທາງສາທາລະນະ ເຂດຖະໜົນອາຊຽນ ເສັ້ນທາງ T2 ບ້ານອຸບມຸງ, ເມືອງສີໂຄດຕະບອງ
_cover - 2025-07-16T152852.893
ລັດຖະມົນຕີປະເທດຄິວບາລາອອກ ຫຼັງກ່າວວ່າປະເທດບໍ່ມີຂໍທານ ເພາະຄົນທີ່ຄົ້ນຂີ້ເຫຍື້ອກໍ່ເຮັດເຊັ່ນນັ້ນເພາະເລືອກທີ່ຈະຫາ "ເງິນງ່າຍໆ"
_cover - 2025-07-16T144745.125
ຈີນເປີດໂຕລົດໄຟຄວາມໄວສູງ "Maglev" ຄວາມໄວ 600 ກິໂລແມັດຕໍ່ຊົ່ວໂມງ ອາດຈະເປັນລົດໄຟທີ່ໄວທີ່ສຸດໃນໂລກ
ຢ່າລື່ມກົດຕິດຕາມ