2
ປະທານປະເທດ ພອ້ມດວ້ຍຄະນະ ຢ້ຽມຢາມ ຖານການຜະລິດຝຸ່ນໂປຕາສຂອງ ອາຊີ-ໂປຕາສ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 20 January, 2025

ວັນທີ 16 ມັງກອນ ປີ 2025, ໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພອ້ມດວ້ຍຄະນະ ໄປຢ້ຽມຢາມ ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ຮັບຟັງການລາຍງານ ຈາກຄະນະອໍານວຍການ ໃຫ້ຮູ້ວ່າ ບໍລິສັດດັ່ງກ່າວເປັນວິສາຫະກິດຜະລິດຝຸ່ນໂປຕາສທີ່ມີຂະໜາດໃຫຍ່ທີ່ສຸດໃນລາວ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້. ມາຮອດປະຈຸບັນໄດ້ ສ້າງວຽກເຮັດງານທໍາໃຫ້ທ້ອງຖິ່ນເກືອບ 20.000 ຄົນ.

ໃນນັ້ນ, ມີພະນັກງານລາວ 5.000 ຄົນເຮັດວຽກຢູ່ຖານການຜະລິດ; 6.000 ຄົນ ທີ່ໃຫ້ການບໍລິການດ້ານການກໍ່ສ້າງ ແລະການຜະລິດ; ນອກຈາກນັ້ນ, ບັນດາ ຮ້ານຄ້າທີ່ໃຫ້ບໍລິການໃນເມືອງນ້ອຍ ອາຊີ-ໂປຕາສ ມີຫຼາຍເຖິງ 300 ຮ້ານ ແລະ ພະນັກງານທີ່ໃຫ້ການບໍລິການໃນເມືອງນ້ອຍມີ 3.600 ຄົນ, ມູນຄ່າການຊື້ຂາຍປະຈຳເດືອນບັນລຸ 26,2 ຕື້ກີບ.

ບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ເຂົ້າມາລາວຄັ້ງທໍາອິດໃນປີ 2009, ຮອດປີ 2020 ປະລິມານການຜະລິດຝຸ່ນໂປຕາສມີພຽງແຕ່ 220.000 ໂຕນ. ບໍລິສັດ, ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂສິ່ງທ້າທາຍຕ່າງໆ, ປັດຈຸບັນ ກໍາລັງການຜະລິດບັນລຸ 2 ລ້ານໂຕນ, ຜົນຜະລິດໃນປີ 2024 ແມ່ນ 1,8 ລ້ານ ໂຕນ, ເປົ້າໝາຍແຜນການແມ່ນຈະໃຫ້ບັນລຸກຳລັງການຜະລິດເຖິງ 10 ລ້ານໂຕນ/ປີ ແນໃສ່ ບັນລຸເປົ້າໝາຍຍຸດທະສາດເປັນຜູ້ສະໜອງຝຸ່ນໂປຕາສລະດັບໂລກ. ທ່ານເລຂາທິການໃຫຍ່, ປະທານປະເທດ ແລະຄະນະ ຍັງໄດ້ຢ້ຽມຊົມການຜະລິດ ແລະຜະລິດຕະພັນທີ່ໂຮງງານຜະລິດອອກ.

ທີ່ມາ ເສດຖະກິດ-ສັງຄົມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-03T161732.503
ຍີ່ປຸ່ນກຽມພ້ອມຮັບມື "Megaquake" ເປີດເຜີຍແຜນໃຊ້ AI ຫຼຸດຜູ້ເສຍຊີວິດສູງສຸດ 300,000 ຄົນ
_cover - 2025-07-03T152835.513
ຈະເກີດຫຍັງຂຶ້ນ ເມື່ອງົດດື່ມແອລກໍຮໍ ນອນງ່າຍ ໜ້າທ້ອງຫາຍ ຜິວດີ ແທ້ຫຼືບໍ່?
_cover - 2025-07-03T144001.784
ແຜ່ນດິນໄຫວກວ່າ 900 ຄັ້ງ ສັ່ນສະເທືອນໝູ່ເກາະໂທຄາຣະຂອງຍີ່ປຸ່ນໃນເວລາພຽງ 2 ອາທິດ
_cover - 2025-07-03T135925.491
ສະຫະລັດລົງນາມຂໍ້ຕົກລົງການຄ້າກັບຫວຽດນາມ ຕົກລົງຫຼຸດພາສີຈາກ 46% ເຫຼືອ 20%
_cover - 2025-07-03T115136.160
ເຮືອເຟີຣີ່ຫຼົ້ມໃກ້ເກາະບາຫລີ ສູນຫາຍກວ່າ 30 ຄົນ ຄາດວ່າເປັນບັນຫາເຄື່ອງຈັກ
_cover - 2025-07-03T111331.155
ບໍລິສັດ "Neta" ກຽມກັບມາດຳເນີນສາຍການຜະລິດອີກຄັ້ງ ຫຼັງປະກາດລົ້ມລະລາຍເພື່ອປັບໂຄງສ້າງອົງກອນ
_cover - 2025-07-03T103006.031
ເຕືອນ!!! ປະຈຸບັນ ມີກຸ່ມຄົນບໍ່ຫວັງດີ ໄດ້ປອມແປງທະນະບັດ ສະກຸນເງິນກີບ ປະເພດໃບ 100,000 ກີບ ລຸ້ນປີ 2020 ອອກມາໃຊ້ຈ່າຍໃນສັງຄົມ
_cover - 2025-07-03T093700.780
ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 03 ກໍລະກົດ 2025
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
ຢ່າລື່ມກົດຕິດຕາມ