2
ນະໂຍບາຍການຮັບຮູ້ເພດພາບ "ພຽງສອງເພດ" ຂອງທຣຳປ໌ ຈະສົ່ງຜົນກະທົບຕໍ່ຄົນທົ່ວໂລກແນວໃດ?
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 27 January, 2025

ນັກຮັກສາສິດທິຂອງກຸ່ມຄົນຫຼາກຫຼາຍທາງເພດ (LGBT) ຮູ້ສຶກກັງວົນວ່າ ຄຳສັ່ງຂອງຝ່າຍບໍລິຫານທີ່ລົງນາມໂດຍປະທານາທິບໍດີດອນອັລດ໌ ທຣຳປ໌ ຂອງສະຫະລັດອາເມລິກາ ກ່ຽວກັບໂຄງການຄວາມຫຼາກຫຼາຍ, ບຸກຄົນຂ້າມເພດ, ແລະສິດທິຂອງກຸ່ມຜູ້ທີ່ມີຄວາມຫຼາກຫຼາຍທາງເພດນັ້ນ ເປັນເລື່ອງ “ອັນຕະລາຍ” ແລະອາດຈະຄຸກຄາມການເຮັດວຽກຂອງພວກເຂົາໃນປະເທດອື່ນໆ. ແຕ່ກຸ່ມອະນຸລັກນິຍົມກັບຮູ້ສຶກດີໃຈກັບຄວາມເຄື່ອນໄຫວດັ່ງກ່າວ, ແລະໄດ້ບອກ ວ່ານະໂຍບາຍດັ່ງກ່າວຂອງທຣຳປ໌ສາມາດຊ່ວຍປ່ຽນແປງການນຳໃຊ້ຊັບພະຍາກອນຕ່າງໆໄດ້.

ຄຳສັ່ງດັ່ງກ່າວທີ່ເອີ້ນວ່າ “ການປົກປ້ອງແມ່ຍິງຈາກອຸດົມການທາງເພດທີ່ສຸດຂົ້ວ, ແລະຟື້ນຟູຄວາມຈິງທາງຊີວະວິທະຍາໃຫ້ແກ່ລັດຖະບານກາງ” ປະກາດວ່າສະຫະລັດຯ ຮັບຮູ້ຢ່າງເປັນທາງການວ່າ ມີພຽງສອງເພດເທົ່ານັ້ນ, ຄື “ຊາຍ ແລະ ຍິງ”.

ການປະກາດນີ້ລະບຸວ່າພະນັກງານລັດຖະການທຸກຄົນທີ່ປະຕິບັດຫນ້າທີ່ຢ່າງເປັນທາງການຕ້ອງໃຊ້ຄໍາວ່າ “ເພດ” (sex) ບໍ່ແມ່ນຄໍາວ່າ “ເພດສະພາບ” (gender) ໃນນະໂຍບາຍແລະເອກະສານຕ່າງໆ. ໃນຂະນະທີ່ເອກະສານທາງການຕ່າງໆ, ລວມທັງປື້ມຜ່ານແດນ, ຄວນຖືກຕ້ອງຕາມເພດທີ່ຖືກບັນທຶກໄວ້ຕັ້ງແຕ່ເກີດ, ເຊິ່ງອະທິບາຍວ່າເປັນ “ການຈັດປະເພດທາງຊີວະວິທະຍາທີ່ບໍ່ປ່ຽນແປງຂອງບຸກຄົນ” ແລະຍືນຍັນອີກຄັ້ງວ່າຕ້ອງເປັນຊາຍຫຼືຍິງ.

ປະທານາທິບໍດີທຣຳປ໌ຍັງໄດ້ສັ່ງໃຫ້ພະນັກງານລັດຖະບານສະຫະລັດຯ ທຸກຄົນທີ່ເຮັດວຽກໃນໂຄງການຕາມນະໂຍບາຍ DEI (ຄວາມຫຼາກຫຼາຍ, ຄວາມສະເໝີພາບ, ແລະການລວມຄົນທຸກກຸ່ມ) ລາພັກໂດຍໄດ້ຮັບຄ່າຈ້າງທັນທີ, ກ່ອນທີ່ຫ້ອງການແລະໂຄງການດັ່ງກ່າວຈະຖືກປິດຕົວລົງ.

ແນວນະໂຍບາຍດັ່ງກ່າວຖືວ່າເປັນສິ່ງທີ່ກົງກັນຂ້າມກັບນະໂຍບາຍທີ່ກໍານົດຂຶ້ນພາຍໃຕ້ລັດຖະບານຂອງອະດີດປະທານາທິບໍດີໂຈ ໄບເດນ, ເຊິ່ງສະໜັບສະໜູນກົດໝາຍທີ່ຄຸ້ມຄອງພະນັກງານຈາກການຈໍາແນກປະພຶດຕາມອັດຕະລັກຂອງເພດຫຼືຄວາມມັກທາງເພດ. ໂຈ ໄບເດນ ເຄີຍສະເໜີການປ່ຽນແປງເພື່ອໃຫ້ພົນລະເມືອງສະຫະລັດຯ ສາມາດເລືອກໃຊ້ເຄື່ອງໝາຍ X ເປັນເຄື່ອງໝາຍລະບຸເພດໃນໃບສະໝັກປື້ມຜ່ານແດນ, ເປັນທາງເລືອກແທນການລະບຸເພດຊາຍຫຼືເພດຍິງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ