2
ຈົກທຶນ 2 ຕື້ກີບ ປູກຜັກປອດສານຜິດ ສະໜອງພາຍໃນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 29 January, 2025

ການປູກພືດຜັກປອດສານພິດ ແມ່ນຄວາມຕ້ອງການຂອງຜູ້ບໍລິໂພກກໍ່ຄືຕະຫລາດ. ຂະນະທີ່ການປູກພືດປອດສານພິດຍັງເປັນການຫລຸດຜ່ອນຜົນກະທົບຕໍ່ສຸຂະພາບຜູ້ຜະລິດ, ຜູ້ບໍລິໂພກລວມທັງສິ່ງແວດລ້ອມຕື່ມອີກ. ຄໍລຳ “ພັດທະນາອາຊີບໜັງສືພິມປະເທດລາວ” ສະບັບມື້ນີ້ ຂໍພາທ່ານຜູ້ອ່ານໄປຮູ້ກັບບໍລິສັດໜຶ່ງ

 

ຢູ່ແຂວງຫລວງນ້ຳທາທີ່ເຫັນໄດ້ຄວາມຕ້ອງການຂອງສັງຄົມໃນການບໍລິໂພກພືດຜັດປອດສານພິດ ທັງເປັນການຜະລິດພືດຮັບໃຊ້ພາຍໃນ ເພື່ອບໍລິໂພກພາຍໃນ ແລະ ຫລຸດຜ່ອນການນຳເຂົ້າຈາກພາຍນອກຕາມແນວທາງທີ່ລັດໄດ້ວາງອອກ. ໜຶ່ງໃນນັ້ນ ບໍລິສັດ ສີມອນພັດທະນາກະສິກໍາ ແລະ ບໍລິການຂາເຂ້ົາ- ຂາອອກ ຈໍາກັດ ທີ່ໄດ້ລົງທຶນປະມານ 2 ຕື້ກີບ ເຂົ້າໃນການປູກພືດປອດສານພິດເພື່ອຕອບສະໜອງແກ່ສັງຄົມ.

 

ຕາມການໃຫ້ຮູ້ຂອງ ທ່ານ ນາງ ສີມອນ ແກ້ວວົງເພັດ ຫົວໜ້າບໍລິສັດ ສີມອນ ພັດທະນາກະສິກຳ ແລະ ບໍລິການຂາເຂົ້າ-ຂາອອກ ຈຳກັດ ເມື່ອມໍ່ໆນີ້ວ່າ: ການປູກພືດຜັກປອດສານພິດ ແມ່ນອາຊີບທີ່ທາງບໍລິສັດໃຫ້ຄວາມສົນໃຈຢາກທົດລອງ ແລະ ຖືເປັນອາຊີບ ເພື່ອເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ມີລາຍຮັບ, ເຊິ່ງບໍລິສັດໄດ້ລົງທຶນທົດລອງປູກຜັກປອດສານພິດໃນເບື້ອງຕົ້ນແຕ່ເດືອນຕຸລາ 2024 ໃນເນື້ອທີ່ 14 ເຮັກຕາ ຢູ່ສູນບ້ານຫລວງ ແລະ ສູນຄົ້ນຄວ້າກະສິກຳບ້ານໃໝ່ເມືອງຫລວງນໍ້າທາ ໂດຍ ໃຊ້ທຶນ 2 ຕື້ກີບ. ໃນນັ້ນ, ສຸມໃສ່ປູກ ພືດຜັກ 7 ຊະນິດຄື: ຫອມປ້ອມ, ຜັກກາດຂາວ, ຜັກກາດກວາງຕຸງ, ຜັກກາດຕິນໝີ, ກາລົດ, ຜັກເປິກ ແລະ ໝາກເລັ່ນ. ສຳລັບການປູກຜັກປອດສານພິດ ໃນໄລຍະຜ່ານມາເຮັດໃຫ້ໄດ້ຮູ້ເຖິງຜົນຜະລິດທີ່ໄດ້ຮັບ, ຊະນິດພືດທີ່ນໍາມາປູກ, ໄລຍະເວລາ, ພູມມີປະເທດ, ອາກາດ ແລະ ຊະນິດຂອງດິນທີ່ເໝາະສົມກັບຜັກຊະນິດນັ້ນໆຖືວ່າໄດ້ຮັບຜົນເປັນຢ່າງດີ.

ສຳລັບແຜນການໃນຕໍ່ໜ້າ ນອກຈາກປູກຜັກຈໍາໜ່າຍພາຍໃນແຂວງ ແລ້ວບໍລິສັດຈະໄດ້ມີການພັດທະນາຜັກປອດສານພິດ ໃຫ້ກາຍເປັນສິນຄ້າສົ່ງອອກຕ່າງເມືອງ, ແຂວງ ແລະ ຕ່າງປະເທດຕື່ມອີກ. ໄປພ້ອມໆກັບການສົ່ງເສີມໃຫ້ປະຊາຊົນເຂົ້າມາມີສ່ວນຮ່ວມໃນການປູກພືດຜັກປອດສານພິດຂາຍເປັນສິນຄ້າໃຫ້ຫລາຍຂ້ຶນ ເພ່ືອສ້າງລາຍໄດ້ໃຫ້ປະຊາຊົນບ້ານໃກ້ຄຽງຕິດພັນກັບການທ່ອງທ່ຽວ, ຈັດກິດຈະກໍາການປຸງແຕ່ງອາຫານຜັກສົດປອດສານພິດເພື່ອສຸຂະພາບ, ອາຫານແບບທ້ອງຖິ່ນ ແລະ ກິດຈະກໍາອື່ນໆທັງຕອບສະໜອງພືດຜັກໄວ້ໃຫ້ບໍລິການແຂກທີ່ເຂົ້າມາທ່ຽວຊົມຢ່າງພຽງພໍ.

ທີ່ມາ: KPL

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ