2
ທຳລາຍສວນຝິ່ນເນື້ອທີ່ກວ່າ 1 ເຮັກຕ່າ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 14 ເດືອນກຸມພາ, 2025
ໝວດ: ຂ່າວ

#ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງໄຊສົມບູນ ສົມທົບພາກສ່ວນກ່ຽວຂ້ອງ ທຳສາຍສວນຝິ່ນເນື້ອທີ່ກວ່າ 1 ເຮັກຕ່າ.

 

ເພື່ອເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2023-2025, ມາໃນວັນທີ 12 ກຸມພາ 2025 ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ລົງສົມທົບກັບພະແນກ ສະກັດກັ້ນ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ, ປກສ ເມືອງ, ກຳລັງປ້ອງກັນຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈຳນວນ 37 ສະຫາຍ ລົງເຄື່ອນໄຫວກວດກາ ແລະ ທໍາລາຍສວນຝິ່ນທີ່ປະຊາຊົນໄດ້ລັກລອບປູກຢູ່ຂອບເຂດບ້ານນ້ໍ້າຜານ້ອຍ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເຊິ່ງມີເນື້ອທີ່ 1 ກວ່າເຮັກຕ້າ.

 

 

ພາຍໃຕ້ການນໍາພາຂອງ ທ່ານ ພັທ ດາລິນ ສຸດາຈັນ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ, ວິທີການທໍາລາຍສວນຝິ່ນໃນຄັ້ງນີ້ແມ່ນໃຊ້ພ້າຖາງ, ໄມ້ຟາດ ແລະ ຫຼົກຕົ້ນອ່ອນຖິ້ມເພື່ອບໍ່ໃຫ້ສາມາດເກັບກ່ຽວເອົາຜົນລະປູກໄດ້ ພ້ອມທັງນຳເອົາຜູ້ລັກລອບປູກຝິ່ນມາສຶກສາອົບຮົມ-ກ່າວເຕືອນ ຊີ້ແຈ້ງ ສ້າງຮັບຮູ້-ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ ແລະ ຜົນຮ້າຍຂອງຢາເສບຕິດ;

 

 

ເຊິ່ງໃນໄລຍະຜ່ານມາພະແນກຄວບຄຸມ ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງ ໄດ້ເອົາໃຈໃສ່ລົງເຄື່ອນໄຫວໂຄສະນາ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ໂດຍສະເພາະແມ່ນຢາຝິ່ນເຊິ່ງເປັນສານກະຕຸ້ນ ທີ່ອອກລິດຮຸນແຮງຕໍ່ລະບົບປະສາດ, ເປັນສານຕັ້ງຕົ້ນໃນການຜະລິດຢາເສບຕິດປະເພດ ຢາບ້າ, ເຮໂລອິນ ແລະ ສ່ວນປະສົມໃນການຜະລິດຢາປະເພດອື່ນໆ ທີ່ຜິດຕໍ່ລະບຽບກົດໝາຍ ທັງເປັນອັນຕະລາຍຕໍ່ສຸຂະພາບ ທັງເປັນສາເຫດທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ: ຂີ້ລັກງັດແງະ, ປຸ້ນຈີ້ຊິງຊັບ, ຂ້າເຈົ້້າເອົາຂອງ ແລະ ອື່ນໆ.

 

 

ນອກນັ້ນ, ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ເປັນເຈົ້າການຊ່ວຍກັນໃນການຕ້ານ ແລະ ສະກັດກັ້ນບັນຫາດັ່ງກ່າວ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປຈາກສັງຄົມ.

ຂ່າວ: ປກສ ແຂວງໄຊສົມບູນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນຈັນ, 24 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,504
21,714
thailand (1)
THB
633.72
645.76
european-union
EUR
22,934
23,391
china
CNY
2,900
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
27,680
22,130
18,440
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,170,000
31,700,000
30,900,000
31,809,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (60)
ມາຮູ້ຈັກກັບເທັກນິກປົດໜີ້ແບບ "ຫິມະຖະຫຼົ່ມ" ຈົບໜີ້ໄວ-ຈ່າຍດອກເບ້ຍໜ້ອຍ
site cover (59)
ແກ໊ງຄໍເຊັນເຕີ ສາມາດຕວົະຕົ້ມເງິນຈາກຄົນທົ່ວໂລກໄປໄດ້ປະມານ 64,000 ລ້ານໂດລາ; ເງິນຫຼາຍກວ່າເຄິ່ງ ມາຢູ່ທີ່ 3 ປະເທດໃນອາຊຽນ
site cover (58)
ລັດຖະບານສະຫະລັດ ໄດ້ເປີດເຜີຍແຜນການເຂົ້າໂຈມຕີກຸ່ມກະບົດຮູຕີ ໃນແຊັດກຸ່ມທີ່ມີນັກຂ່າວຢູ່ນຳໂດຍບໍ່ໄດ້ຕັ້ງໃຈ !
site cover (57)
ເປີດເຜີຍຄຳທຳນາຍປີໃໝ່ລາວ ຄສ.2025 ພສ 2568
site cover (56)
ຍຶດຢາບ້າ 4 ແສນເມັດ ຈາກ 2ໜຸ່ມລາວ ຂັບເຮືອຂ້າມແມ່ນໍ້າຂອງໄປສົ່ງຢູ່ຝັ່ງໄທ
site cover (55)
ສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
site cover (53)
ໂດນັລ ທຣໍາ ປະກາດຍົກເລີກສະຖານະຂອງຜູ້ອົບພະຍົບກວ່າ 530,000 ຄົນ
site cover (52)
ດູດວງ 12ລາສີ ປະຈໍາອາທິດ 24-30 ມີນາ 2025
site cover (51)
ທາງອອກໃນການປັບໂຕຂອງທຸລະກິດເພື່ອບໍລິຫານພະນັກງານຢ່າງມີປະສິດທິພາບກັບ Bezz Solution
Copy of Copy of VP-Square (1200 x 628 px) (1)
ວິທີກຳຈັດຍຸງແບບເປັນມິດກັບສິ່ງແວດລ້ອມ: ປະສິດທິຜົນສູງ, ບໍ່ເປັນອັນຕະລາຍ
ຢ່າລື່ມກົດຕິດຕາມ