64046b6357dc2612a763f85c_800x0xcover_vR7U7I2-
ສື່ມວນຊົນຈີນກະຕຸ້ນ "ການປະຊຸມສອງສະພາ" ຂອງຈີນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 4 ເດືອນມີນາ, 2025

ປັກກິ່ງ 3 ມີນາ – ສື່ມວນຊົນທາງການຈີນໃຫ້ຂໍ້ມູນກ່ຽວກັບການປະຊຸມສອງສະພາ (Two Sessions) ທີ່ຈະເລີ່ມຂຶ້ນໃນວັນທີ 4 ມີນາ ແລະ ວັນທີ 5 ມີນາ

     ສຳນັກຂ່າວຊິນຫົວຂອງທາງການຈີນລາຍງານວ່າ ຊ່ວງຕົ້ນເດືອນມີນາເປັນສັນຍານການເລີ່ມຕົ້ນລະດູການທາງການເມືອງຂອງ “ການປະຊຸມ ສອງສະພາ” ເປັນການປະຊຸມປະຈຳປີຂອງສະພາຜູ້ແທນປະຊາຊົນແຫ່ງຊາດ ຫຼື ເອັນພີຊີ (NPC) ຊຶ່ງເປັນສະພານິຕິບັນຍັດລະດັບສູງສຸດ ແລະ ການປະຊຸມປະຈຳປີຂອງຄະນະກຳມະການແຫ່ງຊາດປະຈຳສະພາທີ່ປຶກສາທາງການເມືອງແຫ່ງປະຊາຊົນຈີນ ຫຼື ຊີພີພີຊີຊີ (CPPCC) ຊຶ່ງເປັນໜ່ວຍງານທີ່ປຶກສາທາງການເມືອງລະດັບສູງສຸດຂອງຈີນ

     ທັງສອງສະພາມີວາລະດຳລົງຕຳແໜ່ງ 5 ປີ ແລະ ຈັດການປະຊຸມເຕັມຄະນະທຸກປີ NPC ຊຸດທີ 14 ມີສະມາຊິກເກືອບ 3,000 ຄົນ ສ່ວນ CPPCC ມີສະມາຊິກຫຼາຍກວ່າ 2,000 ຄົນ.

ภาพประกอบข่าว

    NPC ເປັນໜ່ວຍງານລັດທີ່ມີອຳນາດສູງສຸດ ນອກຈາກເຮັດໜ້າທີ່ໃນຖານະສະພານິຕິບັນຍັດລະດັບສູງສຸດແລ້ວ ຍັງມີອຳນາດເລືອກຕັ້ງຄະນະຜູ້ນຳປະເທດ ລວມເຖິງອະນຸມັດງົບປະມານລັດຖະບານ, ແຜນການພັດທະນາລະດັບຊາດ ແລະ ອື່ນໆ.

    CPPCC ເປັນສະຖາບັນສຳຄັນຂອງຄວາມຮ່ວມມືລະຫວ່າງພັກການເມືອງທີ່ນຳໂດຍພັກຄອມມິວນິດຈີນ (CPC) ແລະ ການປຶກສາຫາລືທາງການເມືອງ, ຈັດເປັນໜ່ວຍງານທີ່ປຶກສາສະເພາະທາງໃນລະບອບປະຊາທິປະໄຕທີ່ປະຊາຊົນມີສ່ວນຮ່ວມທັງຂະບວນການຂອງຈີນ. ໂດຍສະມາຊິກສະພາຯ ຈະໃຫ້ຄຳແນະນຳກ່ຽວກັບນະໂຍບາຍ ແລະ ປະເດັນສຳຄັນລະດັບຊາດ ທັງການພັດທະນາເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ ແລະ ນິເວດວິທະຍາ.

    ການປະຊຸມປະຈຳປີຂອງທັງສອງສະພາມັກຈັດຂຶ້ນຄູ່ກັນໃນຊ່ວງເວລາດຽວກັນ ຈຶ່ງເປັນທີ່ມາຂອງການເອີ້ນວ່າ “ການປະຊຸມສອງສະພາ” ໂດຍປີນີ້ ການປະຊຸມ NPC ເລີ່ມຕົ້ນວັນທີ 5 ມີນາ ສ່ວນການປະຊຸມ CPPCC ເລີ່ມຕົ້ນວັນທີ 4 ມີນາ.

    ປະເດັນສຳຄັນຂອງການປະຊຸມສອງສະພາ ໄດ້ແກ່ ເປົ້າໝາຍການເຕີບໂຕປະຈຳປີຂອງຜະລິດຕະພັນມວນລວມພາຍໃນປະເທດຫຼືຈີດີພີ (GDP) ຊຶ່ງຈະມີການເຜີຍແຜ່ຕົວເລກຜ່ານລາຍງານການປະຕິບັດງານຂອງລັດຖະບານ ໃນການເປີດປະຊຸມ NPC ລວມເຖິງຕົວຊີ້ວັດທາງເສດຖະກິດທີ່ສຳຄັນອື່ນໆ ເຊັ່ນ ອັດຕາສ່ວນການຂາດດຸນຕໍ່ຈີດີພີ ແລະ ເປົ້າໝາຍເງິນເຟີ້ ແລະ ພັນທະກິດການພັດທະນາຂອງປີທັງໝົດ.

    ການປະຊຸມສອງສະພາຍັງຈະກວດກາທົບທວນແຜນການພັດທະນາເສດຖະກິດ ແລະ ສັງຄົມລະດັບຊາດຂອງປີ 2568 ລວມເຖິງງົບປະມານລັດຖະບານ ຊຶ່ງຈະສະແດງພາບອັນຊັດເຈນຂອງການຈັດລຳດັບຄວາມສຳຄັນທາງນະໂຍບາຍ, ເປົ້າໝາຍການພັດທະນາຕ່າງໆ ແລະ ຍຸດທະສາດທາງການເງິນຂອງຈີນ.

    ນອກຈາກນັ້ນ, ການປະຊຸມປະຈຳປີຂອງ NPC ຈະອອກຫຼືແກ້ໄຂກົດໝາຍ, ໂດຍສະເພາະກົດໝາຍທີ່ມີຄວາມສຳຄັນຢ່າງຍິ່ງ ໄດ້ແກ່ ລັດຖະທຳມະນູນ, ປະມວນກົດໝາຍແພ່ງ, ກົດໝາຍກຳກັບດູແລ ແລະ ກົດໝາຍການລົງທຶນຈາກຕ່າງປະເທດ. ໂດຍປີນີ້ສະມາຊິກສະພາຯ ຈະພິຈາລະນາແກ້ໄຂຮ່າງກົດໝາຍວ່າດ້ວຍ ສະມາຊິກ NPC ແລະ ສະພາຜູ້ແທນປະຊາຊົນທ້ອງຖິ່ນທຸກລະດັບ ນັບເປັນການແກ້ໄຂຄັ້ງທີ 4 ຕັ້ງແຕ່ປະກາດໃຊ້ໃນປີ 2535.

    ສະມາຊິກ NPC ຈະທົບທວນລາຍການປະຕິບັດງານຂອງຄະນະກຳມະການຖາວອນປະຈຳສະພາຯ ແລະ ປະກາດແຜນງານນິຕິບັນຍັດປະຈຳປີ ໃນຂະນະທີ່ຫົວໜ້າສານປະຊາຊົນສູງສຸດ ແລະ ໄອຍະການປະຊາຊົນສູງສຸດຈະນຳສະເໜີລາຍງານການປະຕິບັດງານແຍກກັນ ເພື່ອຊີ້ແຈງລາຍລະອຽດຜົນການປະຕິບັດງານຂອງໜ່ວຍງານຕຸລາການ ແລະ ໄອຍະການ.

    ຂະນະດຽວກັນບັນດາເຈົ້າໜ້າທີ່ລັດຖະບານອາວຸໂສຈະພົບປະສື່ມວນຊົນນອກຮອບການປະຊຸມສອງສະພາ ຊຶ່ງຄາດວ່າການຖະແຫຼງຂ່າວຂອງລັດຖະມົນຕີວ່າການກະຊວງການຕ່າງປະເທດຈະໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ເນື່ອງຈາກສະທ້ອນຈຸດຢືນ ແລະ ນະໂຍບາຍການຕ່າງປະເທດຂອງຈີນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນຈັນ, 24 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,504
21,714
thailand (1)
THB
633.72
645.76
european-union
EUR
22,934
23,391
china
CNY
2,900
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
27,680
22,130
18,440
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,170,000
31,700,000
30,900,000
31,809,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (60)
ມາຮູ້ຈັກກັບເທັກນິກປົດໜີ້ແບບ "ຫິມະຖະຫຼົ່ມ" ຈົບໜີ້ໄວ-ຈ່າຍດອກເບ້ຍໜ້ອຍ
site cover (59)
ແກ໊ງຄໍເຊັນເຕີ ສາມາດຕວົະຕົ້ມເງິນຈາກຄົນທົ່ວໂລກໄປໄດ້ປະມານ 64,000 ລ້ານໂດລາ; ເງິນຫຼາຍກວ່າເຄິ່ງ ມາຢູ່ທີ່ 3 ປະເທດໃນອາຊຽນ
site cover (58)
ລັດຖະບານສະຫະລັດ ໄດ້ເປີດເຜີຍແຜນການເຂົ້າໂຈມຕີກຸ່ມກະບົດຮູຕີ ໃນແຊັດກຸ່ມທີ່ມີນັກຂ່າວຢູ່ນຳໂດຍບໍ່ໄດ້ຕັ້ງໃຈ !
site cover (57)
ເປີດເຜີຍຄຳທຳນາຍປີໃໝ່ລາວ ຄສ.2025 ພສ 2568
site cover (56)
ຍຶດຢາບ້າ 4 ແສນເມັດ ຈາກ 2ໜຸ່ມລາວ ຂັບເຮືອຂ້າມແມ່ນໍ້າຂອງໄປສົ່ງຢູ່ຝັ່ງໄທ
site cover (55)
ສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
site cover (53)
ໂດນັລ ທຣໍາ ປະກາດຍົກເລີກສະຖານະຂອງຜູ້ອົບພະຍົບກວ່າ 530,000 ຄົນ
site cover (52)
ດູດວງ 12ລາສີ ປະຈໍາອາທິດ 24-30 ມີນາ 2025
site cover (51)
ທາງອອກໃນການປັບໂຕຂອງທຸລະກິດເພື່ອບໍລິຫານພະນັກງານຢ່າງມີປະສິດທິພາບກັບ Bezz Solution
Copy of Copy of VP-Square (1200 x 628 px) (1)
ວິທີກຳຈັດຍຸງແບບເປັນມິດກັບສິ່ງແວດລ້ອມ: ປະສິດທິຜົນສູງ, ບໍ່ເປັນອັນຕະລາຍ
ຢ່າລື່ມກົດຕິດຕາມ