ປາຣີ 7 ມີນາ – ບໍລິສັດລົດໄຟແຫ່ງຊາດຝຣັ່ງໄດ້ກ່າວໃນມື້ນີ້ວ່າ ໄດ້ພົບລະເບີດສະໄໝສົງຄາມໂລກຄັ້ງທີ 2 ຈຳນວນ 1 ໜ່ວຍ ເຮັດໃຫ້ການບໍລິການລົດໄຟໃນຊ່ວງເຊົ້າໄປຫາກຸງປາຣີ ແລະ ອອກຈາກນະຄອນຫລວງຂອງຝຣັ່ງທີ່ສະຖານີ “ກາຣ໌ ດູ ນອຣ໌” (Gare du Nord) ຕ້ອງໄດ້ຢຸດຊະງັກ
ເຫດການນີ້ສົ່ງຜົນກະທົບທັງການບໍລິການລົດໄຟໃຕ້ດິນ, ລົດໄຟຊານເມືອງ, ລົດໄຟພາຍໃນປະເທດ ແລະ ລະຫວ່າງປະເທດ, ລວມທັງການບໍລິການຢູໂຣສະຕາຣ໌ ນຳອີກ.
ການບໍລິການລົດໄຟສາຍເອຊໄລນ໌ ໄດ້ແຈ້ງເປັນຂໍ້ຄວາມຜ່ານແອັບພລິເຄຊັນເອັກຊ໌ວ່າ, ຄືນທີ່ຜ່ານມາ ໄດ້ມີການຄົ້ນພົບລູກລະເບີດສະໄໝສົງຄາມໂລກຄັ້ງທີ 2 ທີ່ຍັງບໍ່ແຕກ 1 ໜ່ວຍ ໃນລະຫວ່າງການກໍ່ສ້າງໃກ້ກັບສະຖານີລົດໄຟ ກາຣ໌ ດູ ນອຣ໌ ເຮັດໃຫ້ການຈະລາຈອນເຂົ້າ ແລະ ອອກຈາກສະຖານີຕ້ອງໄດ້ຢຸດຊົ່ວຄາວ, ເຊິ່ງການຢຸດໃຫ້ບໍລິການນີ້ແມ່ນເປັນໄປຕາມຄຳຂໍຂອງຕຳຫລວດກຸງປາຣີ.
ລາຍງານຂ່າວລະບຸວ່າ ລູກລະເບີດຖືກພົບໃນຈຸດທີ່ຫ່າງຈາກສະຖານີລົດໄຟປະມານ 2.5 ກິໂລແມັດ, ຢູ່ຕົງກາງທາງລົດໄຟ. ການສັນຈອນທາງລົດໄຟຈະຢຸດໄປຈົນກວ່າການເກັບກູ້ລະເບີດຈະສຳເລັດ.
ສະຖານີລົດໄຟກາຣ໌ ດູ ນອຣ໌ ເປັນສະຖານີລົດໄຟທີ່ມີຜູ້ໃຊ້ບໍລິການຫຼາຍທີ່ສຸດເປັນອັນດັບ 3 ຂອງໂລກ, ໃຫ້ບໍລິການລົດໄຟໄປຫຼາຍເສັ້ນທາງໄປຍັງກຸງລອນດອນຂອງອັງກິດ, ເບວຢຽມ ແລະ ເນເທີແລນ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,504 | 21,714 |
![]() THB | 633.72 | 645.76 |
![]() EUR | 22,934 | 23,391 |
![]() CNY | 2,900 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 27,680 |
![]() | 22,130 |
![]() | 18,440 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,170,000 | 31,700,000 |
![]() | 30,900,000 | 31,809,000 |