1742032289_613908-tnamcot-e1742032311967
ນາຍົກຄົນໃໝ່ຂອງການາດາໄດ້ສາບານຕົນເຂົ້າຮັບຕຳແໜ່ງ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 15 March, 2025

ອອດຕາວາ 15 ມີ.ຄ.- ທ່ານມາກ ຄານີ, ອະດີດປະທານທະນາຄານກາງຂອງການາດາ ແລະ ອັງກິດ, ໄດ້ສາບານຕົນເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງການາດາແລ້ວ ຫຼັງຈາກໄດ້ຮັບເລືອກເປັນຫົວໜ້າພັກລັດຖະບານ.

ການສາບານຕົນຂອງທ່ານຄານີ ອາຍຸ 59 ປີ ເກີດຂຶ້ນໃນວັນສຸກຕາມເວລາທ້ອງຖິ່ນ, ເຊິ່ງເປັນການເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີຕໍ່ຈາກທ່ານຈັສຕິນ ທຣູໂດ ທີ່ໄດ້ລາອອກຈາກຕຳແໜ່ງຫົວໜ້າພັກເສລີນິຍົມທີ່ເປັນມາຕັ້ງແຕ່ປີ 2013 ແລະ ຕຳແໜ່ງນາຍົກລັດຖະມົນຕີທີ່ເປັນມາຕັ້ງແຕ່ປີ 2015. ທ່ານຄານີໄດ້ຖະແຫຼງຂ່າວທັນທີທີ່ເຂົ້າຮັບຕຳແໜ່ງວ່າ ສາມາດເຮັດວຽກຮ່ວມກັບທ່ານໂດນັລ ທຣຳ ປະທານາທິບໍດີຂອງສະຫະລັດໄດ້.

ຜູ້ນຳຄົນໃໝ່ຂອງການາດາກ່າວວ່າ ນັບຖືປະທານາທິບໍດີທຣຳ ແລະ ເຄີຍຮ່ວມງານກັບທ່ານທຣຳມາກ່ອນໃນການປະຊຸມລະຫວ່າງປະເທດ. ນອກຈາກນີ້, ປະສົບການບາງສ່ວນຂອງເພິ່ນຍັງມີຄວາມຄ້າຍຄືກັບຂອງປະທານາທິບໍດີທຣຳ ໂດຍສະເພາະເລື່ອງການຮັກສາຜົນປະໂຫຍດຂອງຊາດ ຄິດວ່າການາດາ ແລະ ສະຫະລັດສາມາດຈະຫາທາງອອກຮ່ວມກັນໄດ້ໃນແນວທາງທີ່ຈະເກີດປະໂຫຍດຕໍ່ທັງສອງຝ່າຍ.

ຄະນະລັດຖະບານຊຸດໃໝ່ຂອງທ່ານຄານີໄດ້ປັບໂຄງສ້າງໃຫ້ນ້ອຍລົງເຫຼືອພຽງ 24 ຕຳແໜ່ງ, ນ້ອຍກວ່າຄະນະລັດຖະມົນຕີຂອງທ່ານທຣູໂດເກືອບເຄິ່ງໜຶ່ງ. ເຖິງຢ່າງໃດກໍຕາມ, ທ່ານຄານີຍັງບໍ່ມີແຜນຈະເຈລະຈາກັບທ່ານທຣຳ ແລະ ເວົ້າຊັດເຈນວ່າ ການທີ່ລັດຖະບານທ່ານທຣຳເວົ້າເລື່ອງຈະຜະນວກການາດາເຂົ້າເປັນລັດທີ 51 ຂອງສະຫະລັດເປັນເລື່ອງບໍ່ມີສາລະ ເພາະການາດາຈະບໍ່ມີວັນຍອມເປັນສ່ວນໜຶ່ງຂອງສະຫະລັດບໍ່ວ່າຈະໃນຮູບແບບໃດກໍຕາມ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ