site cover (47)
ເຮັດພິທີຈູດທູບກາງແຈ້ງ 21 ມີນາ 2025 ຂໍຂະມາກຳ ເປີດທາງ ເປີດດວງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 21 March, 2025

ເຮັດພິທີຈູດທູບກາງແຈ້ງ ວັນທີ 21 ມີນາ 2025 ວັນວະສັນຕະວິສຸວັດ ຫຼື ວັນລາຕີເສມີພາບ ເປັນວັນທີ່ເວລາກາງຄືນເທົ່າກັບກາງເວັນ ເຊື່ອວ່າເປັນຊ່ວງເວລາທີ່ຫ້ວງມິຕິແຕ່ລະພົບເຊື່ອມຕໍ່ເຖິງກັນ

 

ເປັນຄວາມເຊື່ອສ່ວນບຸກຄົນ ກະລຸນາໃຊ້ວິຈາລະນະຍານ ໂດຍ ອາຈານສຸດທິທຳ ພາກພຽນ ຜູ້ຊ່ຽວຊານວິຊາໂຫລາສາດໄທ ແລະ ໂຫລາສາດສາກົນ ແລະ ເຈົ້າຂອງເພຈ ເບິ່ງດວງໂຫລາສາດໄທລະບົບລັງສີດາວ ໄດ້ຄຳນວນ ມົງຄົນລະຫັດເດັດຂາດ ດວງດາວໄດ້ຍ້າຍໄດ້ເກນຕາມຕຳແໜ່ງ ເສດຖີມະຫາເສດຖີ ເພື່ອກ່າວຄຳອະທິຖານຂໍຂະມາກຳ ແລະ ຖອດຖອນຄຳບົນບານ ດັ່ງນີ້

 

ເຮັດພິທີຈູດທູບກາງແຈ້ງ ຂໍຂະມາກຳ

 

  • ວັນທີ 21 ມີນາຄົມ 2568
  • ເວລາ 06.09 – 18.18 ໂມງ

 

ວິທີຈູດທູບກາງແຈ້ງ ຂໍຂະມາກຳ

 

  • ຈູດທູບ 9 ດອກ
  • ຫັນໜ້າໄປທາງທິດຕາເວັນອອກ ກາງແຈ້ງ ຫຼື ໃນຮົ່ມກໍໄດ້ (ຄຳນຶງເຖິງຄວາມປອດໄພໃນສະຖານທີ່ຂອງການຈູດທູບ)
  • ກ່າວນະໂມ 3 ຈົບ
  • ແລະກ່າວ

 

ອິມັງ ມິສາ ອະທິດຖານັງ ປັນຈຸທັດທາລາປິ

ທຸຕິຍັມປິ ອິມັງ ມິສາ ອະທິດຖານັງ ປັນຈຸທັດທາລາປິ

ຕະຕິຍັມປິ ອິມັງ ມິສາ ອະທິດຖານັງ ປັນຈຸທັດທາລາປິ

 

ຂ້າພະເຈົ້າ (ຊື່-ນາມສະກຸນ) ຂໍຖອດຖອນຄຳອະທິຖານ ຂໍຖອດຖອນຄຳສາບານ ຂໍຖອດຖອນຄຳສາບຄຳແຊ່ງ ຂໍຖອດຖອນຄຳບົນບານສານກ່າວ ຂໍຖອດຖອນຄຳສັນຍາ

 

ທີ່ຂ້າພະເຈົ້າໄດ້ຕັ້ງຂຶ້ນ ພ້ອມແລ້ວດ້ວຍກິເລດ ດ້ວຍຕັນຫາ ດ້ວຍອຸປະທານ ດ້ວຍໂທສະ ດ້ວຍໂມຫະ ດ້ວຍມານະ

ດ້ວຍມິສາທິຖິ ທີ່ຂ້າພະເຈົ້າໄດ້ອະທິຖານໄວ້ ສາບແຊ່ງໄວ້ ບົນບານສານກ່າວໄວ້ ສາບານໄວ້ ສັນຍາໄວ້ ໃນອະດີດຊາດກໍດີ ປັດຈຸບັນຊາດກໍດີ

 

ຂ້າພະເຈົ້າ ນ້ອມຂໍອຳນາດພະບາລະມີຂອງອົງສົມເດັດພະສຳມາສຳພຸດທະເຈົ້າ ພະລັດຕະນະໄຕ ແລະ ເທບພົມ ທັງ 16 ຊັ້ນຟ້າ 15 ຊັ້ນດິນ ແມ່ທໍລະນີ

 

ຂໍໃຫ້ເປັນທິບພະຍານໃນການທີ່ຂ້າພະເຈົ້າຂໍຖອດຖອນຄຳອະທິຖານເຫຼົ່ານັ້ນ ຖອນຄຳແຊ່ງ ຄຳສາບານ ຄຳບົນບານສານກ່າວ ຄຳສັນຍາ ຮ້ອຍໜົນ ພັນໜົນ ນະ ກາລະ ບັດນີ້ເທີນ

 

ນະຖອນ ໂມຖອນ ພຸດທະຖອນ ທາຖອນ ຍະຖອນ

ນະຄອນ ໂມຄອນ ພຸດຄອນ ທາຄອນ ຍະຄອນ

ຖອນດ້ວຍ ນະໂມພຸດທາຍະ ນະມາມິຫັງ

 

ຂ້າພະເຈົ້າ (ຊື່-ນາມສະກຸນ ປັດຈຸບັນ) ຂໍຂະມາກຳ ໃນສິ່ງທີ່ໄດ້ລ່ວງເກີນໄປ ທັງກາຍກຳ ວະຈີກຳ ມະໂນກຳ ຕໍ່ທ່ານທັງຫຼາຍ ບໍ່ວ່າຈະຮູ້ກໍດີ ບໍ່ຮູ້ກໍດີ ລະນຶກໄດ້ ຫຼື ບໍ່ໄດ້ກໍດີ

 

ຂໍທ່ານຜູ້ມີລິດ ມີອຳນາດ ສິ່ງສັກສິດ ແລະ ເຈົ້າກຳນາຍເວນ ເຈົ້າບຸນນາຍຄຸນ ເຈົ້າກຳນາຍເວນ ເຈົ້າເກນດວງຊະຕາຂອງ ຂ້າພະເຈົ້າທັງຫຼາຍ

 

ຂໍອະໂຫສິກຳໃຫ້ກັບຂ້າພະເຈົ້າດ້ວຍເຖີ້ນ ຢ່າໄດ້ໂກດເຄືອງ ຢ່າໄດ້ຈອງເວນຕໍ່ຂ້າພະເຈົ້າອີກຕໍ່ໄປ ແລະ ຂໍໃຫ້ຖອດຖອນຄຳສາບແຊ່ງທີ່ໃຫ້ແກ່ຂ້າພະເຈົ້າ ຫຼື ຄຳສາບໃດໆ ອັນເກີດຈາກຂ້າພະເຈົ້າໄດ້ເປັນຜູ້ກະທຳ ຫຼື ຖືກກະທຳຈາກທ່ານທັງຫຼາຍກໍດີ ຂໍຈົ່ງດັບໝົດສິ້ນໄປ

 

ດ້ວຍອະນຸພາບ ພະບາລະມີແຫ່ງ ພະພຸດທະເຈົ້າທຸກພະອົງ ແລະ ດ້ວຍບາລະມີແຫ່ງ ອົງມະຫາໂພທິສັດເຈົ້າ ແລະ ອົງມະຫາເທບ ຂໍໃຫ້ເມດຕາ ແລະ ປະທານພອນແກ່ຂ້າພະເຈົ້າດ້ວຍເຖີ້ນ

ແລະ ຊ່ວຍເປີດທາງ ແລະ ແສງສະຫວ່າງທັງທາງໂລກແລະທາງທຳ ແລະ ໃຫ້ການດຳລົງຊີວິດຂອງຂ້າພະເຈົ້າ ຈົ່ງມີແຕ່ຄວາມເຈີລີນຮຸ່ງເຮືອງຍິ່ງໆ ຂຶ້ນໄປ

 

ຂໍໃຫ້ຂ້າພະເຈົ້າຈົ່ງມີໂຊກ ມີລາບ ມີເງິນ ມີຄຳ ເຫຼືອກິນ ເຫຼືອໃຊ້ ເຫຼືອເກັບ ເປັນເສດຖີມະຫາເສດຖີດ້ວຍເຖີ້ນ ແລະ ຂໍໃຫ້ຂ້າພະເຈົ້າໄດ້ພົບແຕ່ຄົນດີມີຄຸນທຳຢູ່ໃນສິນ ໃນທຳ ເຂົ້າມາຊ່ວຍເຫຼືອຂ້າພະເຈົ້າດ້ວຍເຖີ້ນ ສາທຸ ສາທຸ ສາທຸ

ປະໂຕເມຕັງ ປະລະຊີວິນັງ ສຸຂະໂຕຈຸຕິ ຈິດຕະ ເມດຕະ ນິພພານັງ ສຸຂະໂຕຈຸຕິ (ກ່າວ 3 ຈົບ)

 

  • ເມື່ອອະທິຖານໃນສິ່ງທີ່ປາດຖະໜາແລ້ວ ໃຫ້ປັກທູບລົງໃນກະຖາງ ພາຊະນະທີ່ກຽມໄວ້ ຫຼື ດິນບໍລິເວນນັ້ນ (ຄຳນຶງເຖິງຄວາມປອດໄພຂອງສະຖານທີ່ປັກທູບ)

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-03T161732.503
ຍີ່ປຸ່ນກຽມພ້ອມຮັບມື "Megaquake" ເປີດເຜີຍແຜນໃຊ້ AI ຫຼຸດຜູ້ເສຍຊີວິດສູງສຸດ 300,000 ຄົນ
_cover - 2025-07-03T152835.513
ຈະເກີດຫຍັງຂຶ້ນ ເມື່ອງົດດື່ມແອລກໍຮໍ ນອນງ່າຍ ໜ້າທ້ອງຫາຍ ຜິວດີ ແທ້ຫຼືບໍ່?
_cover - 2025-07-03T144001.784
ແຜ່ນດິນໄຫວກວ່າ 900 ຄັ້ງ ສັ່ນສະເທືອນໝູ່ເກາະໂທຄາຣະຂອງຍີ່ປຸ່ນໃນເວລາພຽງ 2 ອາທິດ
_cover - 2025-07-03T135925.491
ສະຫະລັດລົງນາມຂໍ້ຕົກລົງການຄ້າກັບຫວຽດນາມ ຕົກລົງຫຼຸດພາສີຈາກ 46% ເຫຼືອ 20%
_cover - 2025-07-03T115136.160
ເຮືອເຟີຣີ່ຫຼົ້ມໃກ້ເກາະບາຫລີ ສູນຫາຍກວ່າ 30 ຄົນ ຄາດວ່າເປັນບັນຫາເຄື່ອງຈັກ
_cover - 2025-07-03T111331.155
ບໍລິສັດ "Neta" ກຽມກັບມາດຳເນີນສາຍການຜະລິດອີກຄັ້ງ ຫຼັງປະກາດລົ້ມລະລາຍເພື່ອປັບໂຄງສ້າງອົງກອນ
_cover - 2025-07-03T103006.031
ເຕືອນ!!! ປະຈຸບັນ ມີກຸ່ມຄົນບໍ່ຫວັງດີ ໄດ້ປອມແປງທະນະບັດ ສະກຸນເງິນກີບ ປະເພດໃບ 100,000 ກີບ ລຸ້ນປີ 2020 ອອກມາໃຊ້ຈ່າຍໃນສັງຄົມ
_cover - 2025-07-03T093700.780
ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 03 ກໍລະກົດ 2025
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
ຢ່າລື່ມກົດຕິດຕາມ