site cover (64)
ຈີນເລີ່ມປະຕິບັດການ "ສກາຍເນັດ 2025" ຕາມລ່າຕົວຄົນໜີຄະດີທຸຈະລິດໃນຕ່າງແດນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 26 March, 2025

 ຈີນສະແດງຄວາມມຸ່ງໝັ້ນຈະສົ່ງເສີມຄວາມຮ່ວມມືຕ້ານການທຸຈະລິດລະຫວ່າງປະເທດ ພ້ອມເດີນໜ້າກົດດັນຢ່າງເຂັ້ມງວດເພື່ອຈັບກຸມຕົວຜູ້ຫຼົບໜີຄະດີຄວາມຜິດທຸຈະລິດທີ່ຢູ່ໃນຕ່າງປະເທດ

 

ສຳນັກຂ່າວຊິນຫົວລາຍງານວ່າ ເມື່ອວັນຈັນທີ່ 24 ມີນາ ທີ່ປະຊຸມຂອງສຳນັກງານການສົ່ງຕົວຜູ້ຫຼົບໜີຄະດີຄວາມຜິດກັບປະເທດ ແລະ ການກູ້ຄືນຊັບສິນ ສັງກັດຄະນະປະສານງານຕ້ານການທຸຈະລິດສ່ວນກາງ ລະບຸວ່າຈີນໄດ້ເປີດຕົວປະຕິບັດການ “ສກາຍເນັດ” (Sky Net) ປີ 2025 ເພື່ອຕາມລ່າຕົວຜູ້ຫຼົບໜີຄະດີຄວາມຜິດ ກູ້ຄືນເງິນລາຍໄດ້ທີ່ຜິດກົດໝາຍ ແລະ ຕໍ່ສູ້ກັບການທຸຈະລິດຂ້າມພົມແດນ

 

(ພາບຊິນຫົວ: ອາຄານມະຫາສາລາປະຊາຊົນ ແລະ ໝູ່ຕຶກສູງສະໄໝໃໝ່ໃນນະຄອນປັກກິ່ງຂອງຈີນ ວັນທີ 11 ມີນາ 2024)

 

ໜ່ວຍງານທາງການຈີນຈະປະຕິບັດການປາບປາມພິເສດ ເຊັ່ນ: ຄະນະກຳມາທິການກຳກັບກວດສອບແຫ່ງຊາດຈະກູ້ຄືນເງິນລາຍໄດ້ຜິດກົດໝາຍຂອງອາຊະຍາກຳທີ່ກ່ຽວກັບພາສີອາກອນ ແລະ ປ້ອງກັນການສູນເສຍ ຫຼື ທະນາຄານປະຊາຊົນຈີນຈະເຮັດວຽກຮ່ວມກັບກະຊວງຄວາມໝັ້ນຄົງສາທາລະນະໂດຍມຸ່ງເປົ້າໄປຍັງການໂອນເງິນຜິດກົດໝາຍຜ່ານບໍລິສັດນອກອານາເຂດ ຫຼື ລະບົບທະນາຄານໃຕ້ດິນໄປຍັງຕ່າງປະເທດ

 

ຈີນດຳເນີນການຜູ້ຫຼົບໜີຄະດີຄວາມຜິດທຸຈະລິດຢ່າງໜັກໜ່ວງຕະຫຼອດມາ ໂດຍລາຍງານຈາກໜ່ວຍງານຕ້ານການທຸຈະລິດລະດັບສູງສຸດຂອງຈີນລະບຸວ່າມີການສົ່ງຕົວຜູ້ຫຼົບໜີຄະດີຄວາມຜິດທຸຈະລິດກັບຈີນລະຫວ່າງປະຕິບັດການສກາຍເນັດ ປີ 2024 ຈຳນວນ 1,597 ລາຍ ແລະ ກູ້ຄືນຊັບສິນຜິດກົດໝາຍກວ່າ 1.82 ໝື່ນລ້ານຢວນ (ລາວ 8.56 ໝື່ນລ້ານບາດ).

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ