site cov (64)
"ສີ ຈິ້ນຜິງ" ປະທານາທິບໍດີຈີນ ສວມບົດບາດ "ຜູ້ພິທັກອາຊີ" ຜະນຶກກຳລັງອາຊຽນຕໍ່ສູ້ພາສີທຣຳ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 April, 2025
ໝວດ: ຂ່າວ
ຕະຫຼອດອາທິດທີ່ຜ່ານມາ ໂລກຈັບຕາການເດີນທາງຢ້ຽມຢາມ 3 ຊາດອາຊຽນຂອງປະທານາທິບໍດີສີ ຈິ້ນຜິງ ຄື: ຫວຽດນາມ, ມາເລເຊຍ ແລະ ກຳປູເຈຍ

ການເດີນທາງຢ້ຽມຢາມພູມິພາກນີ້ ເກີດຂຶ້ນທ່າມກາງສົງຄາມການຄ້າລະຫວ່າງສະຫະລັດຯ ແລະ ຈີນ ທີ່ທະວີຄວາມຮຸນແຮງຂຶ້ນຕໍ່ເນື່ອງ ຈາກພາສີຕ່າງຕອບແທນຂອງໂດນັລດ໌ ທຣຳ ທີ່ບັງຄັບໃຊ້ກັບຈີນຫຼາຍເຖິງ 145% ສ່ວນຈີນກໍຕອບໂຕ້ດ້ວຍພາສີ 125% ກັບອາເມລິກາ.

 

ຖະແຫຼງການ ແລະ ພຶດຕິການຂອງຜູ້ນຳຈີນໃນການຢ້ຽມຢາມອາຊຽນຄັ້ງນີ້ ເນັ້ນຢ້ຳເຖິງຄວາມເປັນເອກະພາບ, ຄວາມຮ່ວມມື ແລະ ການຕໍ່ຕ້ານລັດທິກີດກັນທາງການຄ້າ

ລ່າສຸດ, ໃນການຢ້ຽມຢາມມາເລເຊຍ, ທ່ານໄດ້ປະກາດວ່າ ຈີນຈະພິທັກພັດທະນາການຂອງຊາດອາຊີ ເພາະທຸກຊາດອາຊີ ຄື “ຄອບຄົວດຽວກັນ”

 

ປະທານາທິບໍດີຈີນ ຂຶ້ນກ່າວລະຫວ່າງງານລ້ຽງອາຫານຄ່ຳ ເມື່ອ 16 ເມສາ ມີໃຈຄວາມ ດັ່ງນີ້:

 

“ພວກເຮົາກຳລັງປະເຊີນແຮງສັ່ນໄຫວຕໍ່ລະບຽບໂລກແລະໂລກາພິວັດ ແຕ່ຈີນແລະມາເລເຊຍ ຈະຮ່ວມກັບນານາປະເທດອາຊີ ເພື່ອຕໍ່ສູ້ກັບແຮງກະເພື່ອມທາງພູມລັດສາດ ເພື່ອກ້າວຂ້າມກະແສຫຼັກຄິດເອກະພາບນິຍົມ ແລະ ການກີດກັນ ເພື່ອພິທັກການພັດທະນາຂອງອາຊີທີ່ພວກເຮົາມີຮ່ວມກັນ” ທ່ານກ່າວ.

 

“ໃນຫ້ວງເວລາທີ່ຫຼັກພະຫຸພາຄີນິຍົມ ກຳລັງລົ່ມສະຫຼາຍ, ເມື່ອບາງປະເທດລະຖິ້ມຄວາມຮັບຜິດຊອບ, ບາງປະເທດຕັ້ງຄຳຖາມເຖິງຄຳໝັ້ນສັນຍາທີ່ເຄີຍໃຫ້ໄວ້, ແຕ່ນະໂຍບາຍລິເລີ່ມຂອງຈີນນີ່ແຫຼະຈະເປັນຄວາມຫວັງໃໝ່ ເພາະເປັນນະໂຍບາຍທີ່ມອງອອກໄປສູ່ໂລກພາຍນອກ ບໍ່ໄດ້ເບິ່ງແຕ່ຕົວເອງ ດ້ວຍແນວຄິດບໍ່ແຂ່ງຂັນ ແຕ່ເປັນການສ້າງໃໝ່”

 

ສຳນັກຂ່າວ AFP ວິເຄາະວ່າ ທ່າທີຂອງສີ ຈິ້ນຜິງ ຕົງກັນຂ້າມກັບໂດນັລດ໌ ທຣຳ ຊັດເຈນ ໃນສຶກພາສີຄັ້ງນີ້ ຄື: ຫາກທຣຳເປັນຄວາມບໍ່ແນ່ນອນ, ສີ ຈິ້ນຜິງ ກໍຄືຄວາມຄົງເສັ້ນຄົງວາ ພຶ່ງພາໄດ້.

 

ຄູ່ ຫຍິງ ຮຸ່ຍ ນັກວິຊາການມະຫາວິທະຍາໄລມາລາຍາໃນມາເລເຊຍ ຊີ້ວ່າ ການເດີນໝາກຄັ້ງນີ້ຂອງຈີນ ຄຳນວນມາໝົດແລ້ວ ແລະ ການຢ້ຽມຢາມອາຊຽນໃນຫ້ວງເວລານີ້ ກໍເປັນການສະແດງໃຫ້ສະຫະລັດຯ ເຫັນເຖິງຄວາມເປັນເອກະພາບ ໃນຫ້ວງເວລາທີ່ທຣຳກຳລັງປັ່ນປ່ວນຕະຫຼາດການຄ້າໂລກ.

 

ໂດຍສະເພາະຫາກຄຳນຶງວ່າ ມາເລເຊຍ, ຫວຽດນາມ ແລະ ກຳປູເຈຍ ລ້ວນເປັນປະເທດທີ່ເຈີພາສີຕ່າງຕອບແທນຂອງທຣຳຢ່າງໜັກໜ່ວງ.

 

ຖ້ອຍຄຳທີ່ອັນວາຣ໌ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ກ່າວແບບຫຍອດຄຳຫວານໃຫ້ຜູ້ນຳຈີນ ຍິ່ງຕອກຢ້ຳເຖິງຄວາມເປັນເອກະພາບທີ່ຊາດອາຊີຈຳນວນບໍ່ນ້ອຍ ພ້ອມຢືນຢັນກັບຈີນ ເພື່ອຕໍ່ກອນກັບພາສີທຣຳ:

 

“ປະທານາທິບໍດີສີ ຈິ້ນຜິງ ເປັນມິດ, ເປັນເພື່ອນຂອງມາເລເຊຍ. ການເດີນທາງຢ້ຽມຢາມມາເລເຊຍອີກຄັ້ງຂອງປະທານາທິບໍດີສີ ຈິ້ນຜິງ ຕອກຢ້ຳເຖິງຄວາມເປັນພັນທະມິດບົນພື້ນຖານຂອງຄວາມເຄົາລົບ ແລະ ເຕັມປ່ຽມດ້ວຍສາຍໃຍທາງວັດທະນະທຳ ແລະ ເປົ້າໝາຍ” ອັນວາຣ໌ກ່າວ.

 

“ມາເລເຊຍແລະຈີນ ຢືນຢັນຮ່ວມກັນຟັນຝ່າວິກິດມາຫຼາຍຄັ້ງ ດ້ວຍຄວາມຮ່ວມມືທາງຍຸດທະສາດແລະຄວາມເຊື່ອວ່າ ພວກເຮົາຈະກ້າວໄປໄກຍິ່ງກວ່າ ເມື່ອພວກເຮົາເດີນໄປຮ່ວມກັນ ບໍ່ພຽງເພື່ອປະເທດຂອງພວກເຮົາເອງ ແຕ່ເພື່ອສັນຕິສຸກແລະຄວາມໝັ້ງຄັ່ງຂອງພູມິພາກ”

 

“ຜ່ານມາກວ່າທົດສະວັດແລ້ວ ນັບແຕ່ປະທານາທິບໍດີສີ ຢ້ຽມຢາມມາເລເຊຍຄັ້ງລ່າສຸດ ໂລກໄດ້ປ່ຽນໄປຫຼາຍ ແຕ່ມິດຕະພາບລະຫວ່າງມາເລເຊຍແລະຈີນ ຍັງໜຽວແໜ້ນ ຜ່ານການຫາລືກັບການປະຕິບັດ”

 

“ບໍ່ມີຫຍັງທີ່ຍາກເກີນໄປໃນໂລກນີ້ ຫາກຈິດໃຈເຂັ້ມແຂງ… ໃນຫ້ວງເວລາແຫ່ງຄວາມວຸ້ນວາຍ, ຈີນຢືນຢັນຢ່າງເຂັ້ມແຂງແລະສົມເຫດສົມຜົນ ແລະ ເປັນຄູ່ຄ້າທີ່ເຊື່ອຖືໄດ້, ມາເລເຊຍໃຫ້ຄຸນຄ່າກັບສະຖຽນລະພາບນີ້ ແລະ ມາເລເຊຍໃຫ້ຄຳໝັ້ນຈະເປັນມິດຂອງຈີນ ດ້ວຍອົງຄວາມຮູ້ຈາກປະຫວັດສາດ ແລະ ຄຳໝັ້ນສັນຍາຂອງອະນາຄົດ” ຜູ້ນຳມາເລເຊຍ ທິ້ງທ້າຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ