site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 18 April, 2025
ໝວດ: ຂ່າວ
ໜຶ່ງໃນມະຫາວິທະຍາໄລດີທີ່ສຸດໃນໂລກ ເຊັ່ນຮາຣ໌ວາດ ສຳລັບທຣຳມັນຄື "ມະຫາວິທະຍາໄລຕະຫຼົກໆ ສອນໃຫ້ຄົນກຽດຊັງກັນ ໂງ່ ເປັນຫຍັງລັດຕ້ອງໄປໃຫ້ເງິນສະໜັບສະໜູນ"

ແຕ່ຮູ້ບໍ່ວ່າ ຄົນສະໜິດໃກ້ຊິດທຣຳເອງ ກໍຈົບມາຈາກຮາຣ໌ວາດຫຼາຍຄົນ ລວມເຖິງລູກເຂີຍທຣຳ ຈາເຣດ ຄຸຊເນີ.

 

ຜູ້ນຳໂລກ, ຜູ້ຊະນະລາງວັນໂນເບລ ແລະ ດາວເດັ່ນວົງການເຕັກຫຼາຍຄົນ ກໍຈົບຈາກບ່ອນນີ້ ເຮັດໃຫ້ເກີດການຕັ້ງຄຳຖາມວ່າ ບັນທັດຖານຄຳວ່າ ຕະຫຼົກ, ໂງ່, ສອນຄົນກຽດຊັງກັນຂອງທຣຳ ມາຈາກໃສ.

 

ທຣຳ ບໍ່ພຽງເປີດສົງຄາມດ້ານພາສີກັບຈີນ ແລະ ທັງໂລກ ແຕ່ເປີດສົງຄາມກັບສະຖາບັນການສຶກສາຊັ້ນນຳຂອງປະເທດ ຢ່າງຮາຣ໌ວາດ ດ້ວຍການລະງັບເງິນສະໜັບສະໜູນນານຫຼາຍປີ ລວມກວ່າ 66,000 ບາດ

ແລະ ຂູ່ຖອນສິດຍົກເວັ້ນພາສີ ດ້ວຍເຫດຜົນວ່າ ຮາຣ໌ວາດອາລະຍະຂັດຂືນ ບໍ່ຍອມເຮັດຕາມນະໂຍບາຍຂອງທຣຳ ເຊັ່ນ: ບໍ່ປົກປ້ອງຊາວຢິວ, ສະໜັບສະໜູນປາເລສໄຕນ໌.

 

ແຕ່ການຕີຕາຂອງທຣຳໃນເຊີງວ່າ ມະຫາວິທະຍາໄລສອນຄົນໃຫ້ໂງ່ ແລະ ກຽດຊັງກັນ ແທ້ຈິງຄົນໃກ້ຊິດທຣຳຈຳນວນຫຼາຍກໍລ້ວນຈົບຮາຣ໌ວາດເຊັ່ນກັນ.

 

ບໍ່ວ່າຈະເປັນປະທານສະພາທີ່ປຶກສາດ້ານເສດຖະກິດປະຈຳທຳນຽບຂາວ ສະຕີເຟນ ມິຣານ ຜູ້ເປັນກຸນຊືສົງຄາມການຄ້າຂອງທຣຳ, ລັດຖະມົນຕີສາທາລະນະສຸກ ໂຣເບີດ ເອຟ ເຄັນເນດີ ຈູເນຍ, ເບັນ ຊາປິໂຣ ຜູ້ສະໜັບສະໜູນທຣຳ.

 

ສຳນັກຂ່າວເອເອຟພີ ໄປນັບໃນສະພາ ກໍມີ ສສ.ພັກຣີພັບລິກັນ 15 ຄົນທີ່ຈົບຈາກຮາຣ໌ວາດ.

 

ຜູ້ນຳວົງການຕ່າງໆ ກໍຈົບ ຫຼື ເຄີຍຮຽນມະຫາວິທະຍາໄລນີ້.

 

ຍົກຕົວຢ່າງ ມາຣ໌ກ ຊັກເກີເບີກ ຜູ້ກໍ່ຕັ້ງເຟຊບຸກ ທີ່ປັດຈຸບັນປ່ຽນມາເປັນ ເມຕາ ແມ້ຈະດຣອບໄປກ່ອນ ແຕ່ກໍຖືເປັນຜົນຜະລິດຮາຣ໌ວາດ, ອະດີດຊີອີໂອຢູທິວບ໌ ຊູຊານ ວອຍຊິດສະກີ ທີ່ເສຍຊີວິດໄປແລ້ວ, ນັກສະແດງດັງຫຼາຍຄົນ ລວມເຖິງ ນາຕາລີ ພອດແມນ ແລະ ນັກຂຽນນິຍາຍຊື່ກ້ອງໂລກ ມາຣ໌ກາເຣັດ ແອດວູດ ດ້ວຍ.

 

ຮາຣ໌ວາດຍັງຜະລິດຜູ້ຊະນະລາງວັນໂນເບລສາຂາຕ່າງໆ ລວມ 162 ຄົນ ລວມເຖິງອະດີດປະທານາທິບໍດີບາຣັກ ໂອບາມາ ກໍສຶກສາຈົບດ້ານກົດໝາຍຈາກຮາຣ໌ວາດ.

 

ປະທານາທິບໍດີອາເມລິກາລວມ 8 ຄົນ ຈົບຈາກຮາຣ໌ວາດດ້ວຍເຊັ່ນກັນ ບໍ່ວ່າຈະ ແຟຣງກລິນ ດີ ຣູສເວລຕ໌, ຈອນ ເອຟ ເຄນເນດີ ແລະ ຈອຣ໌ຈ ດັບເບິລຢູບຸຊ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ