Copy of site cover (18)
Microsoft Azure: ກະແຈສູ່ຄວາມສຳເລັດຂອງອົງກອນຍຸກດິຈິຕອລ
ຮຽບຮຽງໂດຍ:kaling
ເຜີຍແຜ່: 25 April, 2025

ໃນຍຸກຂອງການປ່ຽນແປງດ້ານເຕັກໂນໂລຢີຢ່າງໄວວາ, ການປັບຕົວໃຫ້ທັນສະໄໝບໍ່ແມ່ນພຽງແຕ່ “ທາງເລືອກ” ແຕ່ຖືເປັນ “ຄວາມຈຳເປັນ”. ໜຶ່ງໃນກົນລະຍຸດທີ່ອົງກອນທົ່ວໂລກກຳລັງໃຫ້ຄວາມສຳຄັນຄືການວາງໂຄງສ້າງພື້ນຖານດ້ານໄອທີ, ເຊັ່ນ: ການຍ້າຍລະບົບໄອທີແລະຂໍ້ມູນຈາກລະບົບ On-Premises ສູ່ Cloud ແລະການໃຊ້ Cloud Storage ຊຶ່ງເປັນສິ່ງທີ່ອົງກອນທົ່ວໂລກກຳລັງໃຫ້ຄວາມສົນໃຈແລະນຳມາປັບໃຊ້ຫຼາຍຂຶ້ນເລື້ອຍໆ. ແພລັດຟອມລະດັບໂລກຢ່າງ Microsoft Azure ເປັນໜຶ່ງໃນທາງເລືອກທີ່ໄດ້ຮັບຄວາມເຊື່ອໝັ້ນຈາກອົງກອນຊັ້ນນຳທົ່ວໂລກ.

ເປັນຫຍັງຕ້ອງ Azure?

Microsoft Azure ບໍ່ໄດ້ເປັນພຽງແຕ່ Cloud Provider ທົ່ວໄປ, ແຕ່ເປັນ ໂຄງສ້າງພື້ນຖານອັດສະລິຍະ ທີ່ຖືກອອກແບບມາເພື່ອໃຫ້ອົງກອນສາມາດຂັບເຄື່ອນນະວັດຕະກຳໄດ້ຢ່າງຄ່ອງຕົວ, ປອດໄພ, ແລະຄຸ້ມຄ່າທີ່ສຸດ. ລອງມາເບິ່ງເຫດຜົນທີ່ອົງກອນຊັ້ນນຳຫຼາຍແຫ່ງໄວ້ວາງໃຈ Azure:

ຍືດຫຍຸ່ນແລະປັບຂະໜາດໄດ້ທັນທີ

  • ເພີ່ມຫຼືຫຼຸດຊັບພະຍາກອນຢ່າງວ່ອງໄວຕາມຄວາມຕ້ອງການ, ໃຊ້ເທົ່າໃດຈ່າຍເທົ່ານັ້ນ, ບໍ່ມີຂອງເສຍ

ປະຫຍັດງົບປະມານ, ຄວບຄຸມຄ່າໃຊ້ຈ່າຍໄດ້

  • ຫຼຸດຕົ້ນທຶນລົງທຶນລ່ວງໜ້າ, ດ້ວຍລະບົບຄິດຄ່າບໍລິການຕາມການໃຊ້ງານຈິງ, ພ້ອມເຄື່ອງມືຈັດການຕົ້ນທຶນທີ່ແມ່ນຢຳ

ປອດໄພລະດັບໂລກ

  • ປົກປ້ອງຂໍ້ມູນດ້ວຍການເຂົ້າລະຫັດ, ການຄວບຄຸມສິດ, ແລະການກວດສອບແບບເວລາຈິງ, ຮອງຮັບມາດຕະຖານສາກົນ

ພ້ອມໃຊ້ງານສະເໝີ

  • ສູນຂໍ້ມູນທົ່ວໂລກ, ພ້ອມລະບົບສຳຮອງແລະກູ້ຄືນອັດຕະໂນມັດ, ໝັ້ນໃຈໄດ້ວ່າໃຊ້ງານໄດ້ຕະຫຼອດເວລາ, ບໍ່ມີສະດຸດ

ນະວັດຕະກຳລ້ຳໜ້າ, ພ້ອມໃຊ້ທັນທີ

  • ເຂົ້າເຖິງເຕັກໂນໂລຢີ AI, Machine Learning, Big Data ແລະ IoT ດ້ວຍເຄື່ອງມືທີ່ຄົບຖ້ວນສຳລັບນັກພັດທະນາ

ໂຟກັສທຸລະກິດໃຫ້ເຕັມທີ່

  • ຫຼຸດພາລະງານໂຄງສ້າງພື້ນຖານ, ໃຫ້ທີມມີເວລາເນັ້ນການພັດທະນາທຸລະກິດແລະສ້າງມູນຄ່າຢ່າງແທ້ຈິງ

ເຖິງເວລາແລ້ວ!! ທີ່ອົງກອນຂອງທ່ານຄວນກ້າວສູ່ Cloud ດ້ວຍ Microsoft Azure

ໃນຍຸກທີ່ເຕັກໂນໂລຢີປ່ຽນແປງໄວກວ່າເກົ່າ, ອົງກອນທີ່ຕ້ອງການເຕີບໂຕຢ່າງໝັ້ນຄົງແລະແຂ່ງຂັນໃນຕະຫຼາດໂລກໄດ້ຈຳເປັນຕ້ອງມີລະບົບໄອທີທີ່ຍືດຫຍຸ່ນ, ປອດໄພ, ແລະພ້ອມຂະຫຍາຍໄດ້ຕະຫຼອດເວລາ. ການຍ້າຍ Server Workload ຈາກລະບົບ On-Premises ໄປສູ່ Cloud ຈຶ່ງກາຍເປັນໜຶ່ງໃນກົນລະຍຸດຫຼັກຂອງອົງກອນທົ່ວໂລກ — ແລະ Microsoft Azure ຄືແພລັດຟອມທີ່ຕອບໂຈດນີ້ໄດ້ດີທີ່ສຸດ.

ການຍ້າຍ Server Workload ສູ່ Cloud ດີແນວໃດ?

1.) ຄວາມຍືດຫຍຸ່ນແລະຂີດຄວາມສາມາດໃນການປັບຂະໜາດ (Scalability and Elasticity)

ໃນປັດຈຸບັນຄວາມຕ້ອງການຊັບພະຍາກອນທາງດ້ານໄອທີຂອງອົງກອນມີຄວາມຜັນຜວນສູງ. Cloud Computing ຊ່ວຍໃຫ້ອົງກອນສາມາດປັບຂະໜາດຊັບພະຍາກອນ, ເຊັ່ນ: CPU, RAM, ແລະ Storage ໄດ້ຕາມຄວາມຕ້ອງການແບບເວລາຈິງ, ບໍ່ວ່າຈະເປັນຊ່ວງເວລາທີ່ມີປະລິມານງານສູງ, ຫຼືຊ່ວງເວລາທີ່ຕ້ອງການຊັບພະຍາກອນໜ້ອຍລົງ, ເຮັດໃຫ້ອົງກອນສາມາດຕອບສະໜອງຕໍ່ຄວາມຕ້ອງການທາງທຸລະກິດໄດ້ຢ່າງວ່ອງໄວແລະມີປະສິດທິພາບ, ໂດຍບໍ່ຕ້ອງລົງທຶນໃນຮາດແວລ່ວງໜ້າ.

2.) ປະສິດທິພາບດ້ານຕົ້ນທຶນ (Cost Efficiency)

ການຍ້າຍສູ່ Cloud ຊ່ວຍຫຼຸດຄ່າໃຊ້ຈ່າຍໃນການລົງທຶນເລີ່ມຕົ້ນ (Capital Expenditure) ໃນການຈັດຊື້ຮາດແວແລະຊອຟແວ, ລວມເຖິງຄ່າໃຊ້ຈ່າຍໃນການດູແລຮັກສາແລະອັບເກຣດລະບົບ. ນອກຈາກນີ້, ໂມເດລການຄິດຄ່າບໍລິການແບບ Pay-as-you-go ເຮັດໃຫ້ອົງກອນຈ່າຍສະເພາະຊັບພະຍາກອນທີ່ໃຊ້ງານຈິງເທົ່ານັ້ນ, ຊຶ່ງຊ່ວຍໃຫ້ສາມາດຄວບຄຸມຄ່າໃຊ້ຈ່າຍໄດ້ຢ່າງມີປະສິດທິພາບຫຼາຍຍິ່ງຂຶ້ນ.

3.) ຄວາມຄ່ອງຕົວແລະນະວັດຕະກຳ (Agility and Innovation)

Cloud Providers ສາມາດນຳສະເໜີເຄື່ອງມືແລະບໍລິການທີ່ຫຼາກຫຼາຍແລະທັນສະໄໝ, ຊ່ວຍໃຫ້ນັກພັດທະນາແລະທີມໄອທີສາມາດສ້າງສັນແລະປັບໃຊ້ແອັບພລິເຄຊັນແລະບໍລິການໃໝ່ໆໄດ້ຢ່າງວ່ອງໄວແລະງ່າຍດາຍ. ການເຂົ້າເຖິງເຕັກໂນໂລຢີໃໝ່ໆ, ເຊັ່ນ: AI, Machine Learning, ແລະ Big Data Analytics ໃນ Cloud ຊ່ວຍໃຫ້ອົງກອນສາມາດສ້າງຄວາມໄດ້ປຽບທາງການແຂ່ງຂັນແລະຂັບເຄື່ອນນະວັດຕະກຳໄດ້ຢ່າງຕໍ່ເນື່ອງ.

4.) ຄວາມໜ້າເຊື່ອຖືແລະຄວາມພ້ອມໃຊ້ງານສູງ (Reliability and High Availability)

ຜູ້ໃຫ້ບໍລິການ Cloud ລະດັບໂລກມີການລົງທຶນໃນໂຄງສ້າງພື້ນຖານທີ່ມີຄວາມໝັ້ນຄົງແລະມີຄວາມພ້ອມໃຊ້ງານສູງ, ມີລະບົບສຳຮອງຂໍ້ມູນແລະລະບົບກູ້ຄືນຄວາມເສຍຫາຍທີ່ມີປະສິດທິພາບ, ເຮັດໃຫ້ໝັ້ນໃຈໄດ້ວ່າແອັບພລິເຄຊັນແລະຂໍ້ມູນຂອງອົງກອນຈະສາມາດເຂົ້າເຖິງໄດ້ຕະຫຼອດເວລາ, ຫຼຸດຄວາມສ່ຽງຈາກບັນຫາຮາດແວລົ້ມເຫຼວຫຼືໄພພິບັດທາງທຳມະຊາດ.

5.) ຄວາມປອດໄພທີ່ເຂັ້ມແຂງ (Enhanced Security)

ຜູ້ໃຫ້ບໍລິການ Cloud ມີມາດຕະການຮັກສາຄວາມປອດໄພທີ່ເຂັ້ມງວດແລະທັນສະໄໝ, ເພື່ອປົກປ້ອງຂໍ້ມູນແລະລະບົບຂອງລູກຄ້າ, ຊຶ່ງລວມເຖິງການເຂົ້າລະຫັດຂໍ້ມູນ, ການຄວບຄຸມການເຂົ້າເຖິງ, ການກວດສອບຄວາມປອດໄພຢ່າງສໍ່າເສມີ, ແລະການປະຕິບັດຕາມມາດຕະຖານແລະຂໍ້ກຳນົດດ້ານຄວາມປອດໄພຕ່າງໆ, ຊຶ່ງອາດເປັນເລື່ອງຍາກສຳລັບອົງກອນຂະໜາດນ້ອຍເຖິງກາງທີ່ຈະລົງທຶນໃນລະບົບຮັກສາຄວາມປອດໄພໃນລະດັບດຽວກັນໄດ້ເອງ.

6.) ການມຸ່ງເນັ້ນທຸລະກິດຫຼັກ (Focus on Core Business)

ການຍ້າຍ Server Workload ໄປຍັງ Cloud ຊ່ວຍໃຫ້ທີມໄອທີຂອງອົງກອນຫຼຸດພາລະໃນການດູແລຮັກສາໂຄງສ້າງພື້ນຖານ, ເຮັດໃຫ້ມີເວລາແລະຊັບພະຍາກອນຫຼາຍຂຶ້ນໃນການມຸ່ງເນັ້ນໄປທີ່ການພັດທະນາແລະປັບປຸງແອັບພລິເຄຊັນແລະບໍລິການທີ່ສ້າງມູນຄ່າໃຫ້ກັບທຸລະກິດໂດຍກົງ.

ເກັບຂໍ້ມູນຢ່າງສະຫຼາດ, ປອດໄພ, ແລະຂະຫຍາຍໄດ້ບໍ່ມີທີ່ສິ້ນສຸດ ດ້ວຍ Azure Cloud Storage

ໃນຍຸກດິຈິຕອລທີ່ຂໍ້ມູນມີຄວາມສຳຄັນຍິ່ງຕໍ່ການດຳເນີນທຸລະກິດ, ການຈັດເກັບແລະບໍລິຫານຈັດການຂໍ້ມູນຢ່າງມີປະສິດທິພາບກາຍເປັນປັດໄຈສຳຄັນທີ່ຊ່ວຍໃຫ້ອົງກອນສາມາດແຂ່ງຂັນໄດ້ຢ່າງໝັ້ນຄົງ, ແລະໜຶ່ງໃນເຕັກໂນໂລຢີທີ່ຕອບສະໜອງຄວາມຕ້ອງການນີ້ໄດ້ດີທີ່ສຸດຄື Cloud Storage, ຊຶ່ງຊ່ວຍໃຫ້ອົງກອນຈັດເກັບຂໍ້ມູນໄດ້ຢ່າງປອດໄພ, ມີຄວາມສະດວກໃນການເຂົ້າເຖິງ, ແລະຮອງຮັບການຂະຫຍາຍຕົວຂອງທຸລະກິດໄດ້ທຸກຂະໜາດ.

ປະໂຫຍດຂອງການໃຊ້ Azure Cloud Storage

1.) ຄວາມສາມາດໃນການປັບຂະໜາດແລະຄວາມຍືດຫຍຸ່ນ (Scalability and Flexibility)

Cloud Storage ຊ່ວຍໃຫ້ອົງກອນສາມາດຈັດເກັບຂໍ້ມູນໄດ້ໃນປະລິມານຫຼາຍ, ໂດຍສາມາດເພີ່ມຫຼືຫຼຸດພື້ນທີ່ຈັດເກັບໄດ້ຕາມຄວາມຕ້ອງການທີ່ປ່ຽນແປງໄປຢ່າງງ່າຍດາຍ, ບໍ່ຕ້ອງກັງວົນເລື່ອງຂໍ້ຈຳກັດຂອງພື້ນທີ່ຈັດເກັບຂໍ້ມູນແບບເດີມ.

2.) ປະຫຍັດຄ່າໃຊ້ຈ່າຍ (Cost Savings)

ເຊັ່ນດຽວກັບການຍ້າຍ Server Workload, ການໃຊ້ Cloud Storage ຊ່ວຍຫຼຸດຄ່າໃຊ້ຈ່າຍໃນການລົງທຶນໃນຮາດແວຈັດເກັບຂໍ້ມູນ, ລວມເຖິງຄ່າໃຊ້ຈ່າຍໃນການດູແລຮັກສາແລະອັບເກຣດ. ນອກຈາກນີ້, ໂມເດລການຄິດຄ່າບໍລິການຕາມປະລິມານການໃຊ້ງານຈິງຍັງຊ່ວຍໃຫ້ອົງກອນຄວບຄຸມຄ່າໃຊ້ຈ່າຍໄດ້ຢ່າງມີປະສິດທິພາບ.

3.) ການເຂົ້າເຖິງແລະການເຮັດວຽກຮ່ວມກັນ (Accessibility and Collaboration)

ຂໍ້ມູນທີ່ຈັດເກັບຢູ່ໃນ Cloud Storage ສາມາດເຂົ້າເຖິງໄດ້ຈາກທຸກທີ່ທຸກເວລາຜ່ານອຸປະກອນຕ່າງໆທີ່ເຊື່ອມຕໍ່ອິນເຕີເນັດ, ເຮັດໃຫ້ການເຮັດວຽກຮ່ວມກັນລະຫວ່າງທີມງານທີ່ຢູ່ຕ່າງສະຖານທີ່, ຫຼືການເຂົ້າເຖິງຂໍ້ມູນຈາກລະຍະໄກເປັນເລື່ອງງ່າຍແລະສະດວກຍິ່ງຂຶ້ນ.

4.) ຄວາມປອດໄພແລະການປະຕິບັດຕາມກົດລະບຽບ (Data Security and Compliance)

ຜູ້ໃຫ້ບໍລິການ Cloud Storage ໃນປີ 2025 ມີມາດຕະການຮັກສາຄວາມປອດໄພທີ່ເຂັ້ມແຂງເພື່ອປົກປ້ອງຂໍ້ມູນທີ່ຈັດເກັບ, ລວມເຖິງການເຂົ້າລະຫັດຂໍ້ມູນ, ການຄວບຄຸມການເຂົ້າເຖິງ, ແລະການປະຕິບັດຕາມມາດຕະຖານແລະຂໍ້ກຳນົດດ້ານການຈັດເກັບຂໍ້ມູນຕ່າງໆ, ຊ່ວຍໃຫ້ອົງກອນໝັ້ນໃຈໄດ້ວ່າຂໍ້ມູນຈະໄດ້ຮັບການປົກປ້ອງຢ່າງເໝາະສົມແລະເປັນໄປຕາມກົດໝາຍ.

5.) ການກູ້ຄືນຄວາມເສຍຫາຍແລະຄວາມຕໍ່ເນື່ອງທາງທຸລະກິດ (Disaster Recovery and Business Continuity)

Cloud Storage ເປັນສ່ວນສຳຄັນຂອງແຜນການກູ້ຄືນຄວາມເສຍຫາຍ (Disaster Recovery) ແລະຄວາມຕໍ່ເນື່ອງທາງທຸລະກິດ (Business Continuity), ເນື່ອງຈາກຂໍ້ມູນຈະຖືກຈັດເກັບໃນຫຼາຍສະຖານທີ່, ເຮັດໃຫ້ໝັ້ນໃຈໄດ້ວ່າຂໍ້ມູນຈະຍັງຄົງປອດໄພແລະສາມາດກູ້ຄືນໄດ້ໃນກໍລະນີທີ່ເກີດເຫດການບໍ່ຄາດຝັນ.

ເຖິງເວລາແລ້ວທີ່ອົງກອນຂອງທ່ານຕ້ອງກ້າວສູ່ອະນາຄົດ!!!!

Microsoft Azure ບໍ່ໄດ້ເປັນພຽງ “ຜູ້ໃຫ້ບໍລິການ Cloud” ແຕ່ຄື ພັນທະມິດທາງທຸລະກິດດິຈິຕອລ ທີ່ພ້ອມພາທ່ານໄປໄກກວ່າທີ່ເຄີຍ, ບໍ່ວ່າຈະເປັນການຍ້າຍ Server Workload, ການຈັດເກັບຂໍ້ມູນຢ່າງຍືດຫຍຸ່ນ, ຫຼືການປົກປ້ອງຂໍ້ມູນໃຫ້ປອດໄພໃນຍຸກທີ່ໄຊເບີໄພຄຸກຄາມເພີ່ມຂຶ້ນທຸກວັນ.

ຫາກທ່ານຕ້ອງການເພີ່ມຄວາມຄ່ອງຕົວ, ປະຫຍັດຕົ້ນທຶນ, ແລະສ້າງຄວາມໄດ້ປຽບໃນການແຂ່ງຂັນ — Microsoft Azure ຄືຄຳຕອບ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ