Tou-Vientianepost (46)
ເຈົ້າສາວປະກົດມາອີກຄົນ ທຳລາຍງານແຕ່ງງານ ບອກຖືພາກັບເຈົ້າບ່າວ ແຕ່ກັບໄດ້ຍິນຄຳເວົ້າເຈົ້າບ່າວຈົນປາກບໍ່ອອກ
ຮຽບຮຽງໂດຍ:Staff
ເຜີຍແຜ່: 27 ເດືອນເມສາ, 2023

ທຸກ​ຄົນ​ຕົກ​ຕະ​ລຶງ, ພິທີ​ແຕ່ງ​ງານ​ກຳ​ລັງ​ຈະ​ເລີ່ມ​ຂຶ້ນ, ທັນ​ໃດ​ນັ້ນ ກໍ່ມີເຈົ້າ​ສາວ​ອີກ​ຄົນ​ໜຶ່ງ​​ປະກົດ​ຕົວຂຶ້ນ. ມາແຕ່ໃສກໍ່ບໍ່ຮູ້ບອກວ່າມີລູກກັບເຈົ້າບ່າວຢູ່ໃນທ້ອງຖືກໂຍນມາໃຫ້ວ່າເປັນພໍ່ເດັກແບບງົງໆ ທັງທີ່ເລີກກັນມາ 3 ປີ ແລ້ວແລະຈະມີລູກນຳໄດ້​ແນວ​ໃດ?

ວັນ​ທີ 20 ​ເມສາ​ປີ 2023, ຄູ່​ບ່າວ​ສາວ​ຄູ່​ໜຶ່ງ​ໄດ້​ຈັດ​ງານ​ແຕ່ງ​ດອງ​ຢູ່​ເມືອງ​ຈຽງ​ຊູ​ຂອງ​ຈີນ, ​ໃນ​ຂະນະ​ທີ່​ເຈົ້າ​ບ່າວ​ກຳລັງ​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ, ຢູ່ໆກໍ່ມີຜູ້ຍິງຄົນໜຶ່ງໃສ່ຊຸດແຕ່ງງານສີ​ແດງ​ແບບ​ດັ້ງ​ເດີມທີ່ເປັນແບບດຽວກັບເຈົ້າສາວ. ແຕ່ບໍ່ໄດ້ແຕ່ງໜ້າແລະມີຮູບຮ່າງອວບກວ່າເຈົ້າສາວທີ່ຢືນທາງຂ້າງເຈົ້າບ່າວ ເມື່ອເຫັນເຈົ້າສາວສອງຄົນປາກົດຕົວໃນງານແຕ່ງງານກໍ່ກາຍເປັນເລື້ອງວຸ້ນວາຍ ແລະ ເຮັດໃຫ້ພິທີຕ້ອງຢຸດຕິລົງ

ອີງຕາມລາຍງານພົບວ່າ ຍິງສາວຄົນນີ້ແມ່ນອະດີດແຟນຂອງເຈົ້າບ່າວ. ທັງ​ສອງ​ໄດ້​ຄົບ​ຫາ​ກັນ​ເປັນ​ເວລາ​ສາມ​ປີ​ແລະ​ສຸດ​ທ້າຍ​ກໍ​ຕັດສິນ​ໃຈ​ແຕ່ງງານ. ສອງ​ຄອບຄົວ​ໄດ້​ພົບ​ປະ​ຫາລື​ກັນ​ກ່ຽວ​ກັບ​ການ​ແຕ່ງງານ. ແຕ່ໃນທີ່ສຸດກໍບໍ່ສາມາດຕົກລົງກັນໄດ້ເລື້ອງພິທີແຕ່ງງານ ເພາະ​ວ່າ​ພໍ່​ແມ່​ຂອງຝ່າຍຍິງ​ໄດ້​ຮ້ອງ​ຂໍ​ເງິນ​ສິນ​ສອດ 300,000 ຢວນ​.(ປະມານ 1.5 ລ້ານບາດ), ເຊິ່ງມັນຫຼາຍເກີນໄປສໍາລັບທາງຝ່າຍຊາຍແລະຄອບຄົວ ຫຼັງ​ຈາກ​ທີ່​ໄດ້​ໂອ້​ລົມ​ເຈລະ​ຈາ​ກັນໄລຍະໜຶ່ງ ທັງສອງ​ຄອບຄົວ​ກໍ່ຍັງ​ບໍ່​ສາມາດ​ຕົກລົງ​ກັນ​ໄດ້​ກ່ຽວ​ກັບ​ເລື່ອງ​ນີ້. ຊາຍໜຸ່ມບໍ່ມີທາງເລືອກນອກຈາກຕ້ອງຍອມເປັນຝ່າຍໄປເອງ. ແລະຍຸດຕິເລື້ອງລາວ​ຄວາມ​ຮັກ​ນັ້ນ​ລົງ

ຫຼັງຈາກນັ້ນບໍ່ດົນ ລາວໄດ້ພົບກັບສາວຄົນໃຫມ່ທີ່ບໍ່ພຽງແຕ່ຮັກລາວຢ່າງຈິງໃຈເທົ່ານັ້ນ ​ແຕ່​ຄອບຄົວ​ຂອງ​ນາງກໍ່ບໍ່ໄດ້ເລື້ອງລາຄາສິນສອດທີ່ສູງເກີນໄປ ດັ່ງນັ້ນທັງສອງຄົນຈຶ່ງຕົກລົງແຕ່ງງານກັນຢ່າງໄວວາ, ແຕ່ບໍ່ທັນໃດ, ອະດີດແຟນຂອງເຈົ້າບ່າວກໍ່ມາສ້າງຄວາມວຸ້ນວາຍ ເຮັດໃຫ້ງານແຕ່ງງານເກືອບພັງທະລາຍ. ແຟນເກົ່າຮ້ອງໃສ່ເຈົ້າບ່າວວ່າ ທໍລະຍົດ ​​ບໍ່ມີຄວາມຮັບຜິດຊອບ, ມີພຶດຕິກໍາການສ້າງໂລກສອງ. ທັງທີ່ຕົກລົງຈະແຕ່ງານກັນ ແຕ່ມື້ນີ້ນາງບໍ່ແມ່ນເຈົ້າສາວ. ແລະຍັງບອກອີກວ່າ ເປັນເລື່ອງທຳມະດາທີ່ຄອບຄົວຂອງນາງຈະຂໍເງິນຄ່າສິນສອດສູງ ເພາະທຸກຄົນກໍ່ເຮັດແບບນັ້ນ ຖ້າຜູ້ຊາຍຈະແຕ່ງງານກັບລູກສາວບ້ານໃດໂດຍບໍ່ມີເງິນຄ່າສິນສອດໃຫ້ກໍ່ຄືດູຖູກພໍ່ແມ່

ບໍ່ພຽງແຕ່ເທົ່ານັ້ນ ອ້າຍຂອງອາດີດແຟນເກົ່າກໍ່ປະກົດຕົວຂຶ້ນນຳ ແລ້ວດຶງຄໍເສື້ອບ່າວ ແລະ ຕຳນິວ່າບໍ່ມີຈິດສຳນຶກ ມາຫຼີ້ນກັບຄວາມຮູ້ສຶກຂອງນ້ອງສາວຕົນເອງໄດ້ແນວໃດ
ເມື່ອ​ປະ​ເຊີນ​ກັບ​ສະ​ຖາ​ນະ​ການແບບ​ນີ້​ ເຈົ້າບ່າວບໍ່ຢາກໃຫ້ວຸ້ນວາຍເກີນໄປ. ຈຶ່ງພະຍາຍາມເຮັດໃຫ້ບັນຍາກາດສະຫງົບໂດຍການຂໍໂທດກັບແຟນເກົ່າຂອງຕົນ. ເພື່ອຫວັງວ່ານາງຈະຢຸດການສ້າງຄວາມວຸ້ນວາຍໃນວັນແຫ່ງຄວາມສຸກ ແຕ່ນາງກໍ່ຍັງບໍ່ສະຫງົບລົງ. ແລະ​ຍູ້​ເຈົ້າ​ສາວໂຕ​ແທ້​ລົ້ມລົງພື້ນ. ເຈົ້າ​ບ່າວ​ເຫັນ​ແນວ​ນີ້​ຈຶ່ງ​ຟ້າວ​ໄປ​ຂວາງແລະ​ປົກ​ປ້ອງ​ເຈົ້າ​ສາວ. ແຕ່​ແຟນ​ເກົ່າ​ກໍ່ເຂົ້າມາ​ຕົບ​ໜ້າເຈົ້າບ່າວ​ຢ່າງ​ແຮງ​ອີກ.

ດ້ວຍ​ຄວາມ​ອັບອາຍຂາຍໜ້າ​ຕໍ່​ຫນ້າ​ຄົນຈໍາ​ນວນ​ຫຼາຍ​ ເຈົ້າບ່າວບໍ່ສາມາດຢຸດຄວາມໃຈຮ້າຍຂອງຕົນໄດ້ອີກຕໍ່ໄປ ຈຶ່ງຕອບໂຕ້ອາດີດແຟນເກົ່າວ່າ “ຂ້ອຍ​ຈະ​ເອົາ​ເງິນ 300,000 ຢວນນັ້ນມາແຕ່​​ໃສ?” ເຈົ້າ​ບ່າວ​ບອກວ່າ​ສະພາບ​ຄອບຄົວ​ຂອງ​ຕົນ​ລຳບາກ​ຫຼາຍ. ແລະອາດີດແຟນເກົ່າກໍ່ຮູ້ມາຕະຫຼອດ ແຕ່ກໍ່ຍັງເຈດຕະນາເຮັດໃຫ້ມັນເປັນເລື້ອງຍາກ. ແລ້ວກໍ່ເຄີຍຂໍຮ້ອງໃຫ້ຄອບຄົວອະດີດແຟນເກົ່າຂອງລາວຫຼຸດຄ່າສິນສອດໃຫ້ ແຕ່ກັບຖືກປະຕິເສດ ນັ້ນແມ່ນສາເຫດທີ່ເຮັດໃຫ້ຕ້ອງເລີກກັນ

ເມື່ອເຫັນຄວາມບໍ່ພໍໃຈຂອງເຈົ້າບ່າວ ແຟນເກົ່າເລີ່ມຮ້ອງໄຫ້ແລະເວົ້າວ່າຕົນເອງຖືພາລູກຂອງລາວຢູ່ຕອນນີ້. ດັ່ງ​ນັ້ນ​ພຽງ​ແຕ່​ຢາກ​ຈະ​ແຕ່ງ​ງານ​​ບໍ່​ຕ້ອງມີຄ່າສິນສອດກໍ່ໄດ້ ຫຼືບໍ່ຈໍາເປັນຕ້ອງມີງານແຕ່ງງານກໍ່ໄດ້ ເຊິ່ງເມື່ອເບິ່ງໄປທີ່ທ້ອງຂອງນາງ, ທຸກຄົນຈະເຊື່ອວ່ານາງຖືພາແທ້ໆ, ແນວໃດກໍ່ຕາມ, ເຈົ້າບ່າວໄດ້ປະຕິເສດປັດຄວາມຮັບຜິດຊອບຢ່າງໄວວາ.​ແລະບອກ​ຢ່າງ​ຈະ​ແຈ້ງ​ວ່າເຮົາເລີກກັນ​ມາ​ໄດ້ 3 ປີ​ແລ້ວ, ແລະບໍ່ໄດ້ເຮັດໃຫ້ອາດີດແຟນເກົ່າຖືພາແນ່ນອນ ແລະທ້າຍທີ່ສຸດດ້ວຍຄວາມອັບອາຍແລະເສຍໜ້າ ແຟນເກົ່າແລະນ້ອງອ້າຍຂອງນາງຕ້ອງອອກຈາກງານໄປດ້ວຍຄວາມບໍ່ພໍໃຈ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນສຸກ, 14 ເດືອນກຸມພາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,524
21,761
thailand (1)
THB
632.92
644.95
european-union
EUR
22,057
22,496
china
CNY
2,867
2,922
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນສຸກ, 14 ເດືອນກຸມພາ, 2025
ຊະນິດນ້ຳມັນ
ລາຄາ
29,850
23,450
19,610
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນສຸກ, 14 ເດືອນກຸມພາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
29,750,000
30,280,000
29,480,000
30,389,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
1739680147_736516-tnamcot-e1739680216552
ສະຫະລັດບໍ່ໃຫ້ເອີຣົບເຂົ້າຮ່ວມການເຈລະສັນຕິພາບຢູເຄຣນ
1739673370_557611-tnamcot-e1739673402129
ບຽດກັນຈົນເສຍຊີວິດທີ່ສະຖານີລົດໄຟອິນເດຍ
1739608977_260554-tnamcot-e1739608998899
ສະຫະລັດອ້າງວ່າການເຝິກຊ້ອມຮ່ວມກັບຟີລິບປີນເພື່ອການປ້ອງກັນປະເທດເທົ່ານັ້ນ
1739612537_893096-tnamcot-e1739612554298-1
ຮາມາສປ່ອຍຕົວປະກັນອີສາຣາເອວອີກ 3 ຄົນໃນດິນແດນກາຊ່າ
1739611838_194211-tnamcot-e1739611851242
ຊາວຍີ່ປຸ່ນຜູ້ເປັນເຫຍື່ອຖືກຫລອກລວງຈາກກຸ່ມຄໍເຊັນເຕີໄດ້ຮັບການປ່ອຍຕົວ
2
ຍິງຍີ່ປຸ່ນຖືກຕຳຫຼວດຈັບ ດ້ວຍຂໍ້ຫາບີບຫໍ່ເຂົ້າໜົມໃນຮ້ານສະດວກຊື້
2
ຈັບຜົວເມຍລັກຊັບພົນລະເມືອງ ກໍ່ເຫດມາແລ້ວ 4 ຄັ້ງ ຍ້ອນຕິດຢາເສບຕິດ
2
ທຳລາຍສວນຝິ່ນເນື້ອທີ່ກວ່າ 1 ເຮັກຕ່າ
2
ຜົນເສຍຫາຍຈາກໄຟໄໝ້ເຮືອນປະຊາຊົນຢູ່ ເມືອງໄຊ ແຂວງອຸດົມໄຊ
2
ຊົມເຊີຍເຈົ້າໜ້າທີ່ນຳຈັບຕົວຜູ້ກໍ່ເຫດປາດຄໍຄົນຂັບລົດຈັກຮັບຈ້າງປຸ້ນເອົາລົດຈັກ ຍ້ອນຕິດໜີ້ພະນັນ
ຢ່າລື່ມກົດຕິດຕາມ