site-cover (9)
4 ບົດຮຽນວາງແຜນການເງິນ ສະບັບຄົນອາເມລິກາ "Gen Z" ທີ່ຄົນໃກ້ບຳນານ "ຮຽນຮູ້" ໄດ້ ເລີ່ມຕົ້ນດີ ມີໄຊ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 April, 2025
ໝວດ: ຂ່າວ

ທ່າມກາງເສດຖະກິດໂລກທີ່ບໍ່ແນ່ນອນ ເຕັກໂນໂລຢີທີ່ປ່ຽນແປງຢ່າງວ່ອງໄວ ນຳພາມາຊຶ່ງທັງໂອກາດ ແລະ ຄວາມສ່ຽງ Gen Z ຖືເປັນຄົນກຸ່ມທີ່ສະຫຼາດໃນການປັບຕົວ ແລະ ໃຊ້ປະໂຫຍດຈາກເຕັກໂນໂລຢີເຂົ້າມາຊ່ວຍໃນການວາງແຜນທາງການເງິນ ເຮັດໃຫ້ຄົນລຸ້ນໃໝ່ມີໂອກາດບັນລຸເປົ້າໝາຍບຳນານຫຼາຍກວ່າຄົນລຸ້ນກ່ອນ.

 

ຈາກລາຍງານ Mind, Body, and Wallet ປະຈຳປີ 2024 ຂອງ Guardian ພົບວ່າ ຄວາມກັງວົນກ່ຽວກັບການກະສຽນອາຍຸເປັນສາເຫດຫຼັກຂອງຄວາມຄຽດສຳລັບຄົນອາເມລິກາ.

 

ຫຼາຍຄົນກັງວົນວ່າຈະບໍ່ມີເງິນພຽງພໍທີ່ຈະໃຊ້ຊີວິດຫຼັງບຳນານຢ່າງສຸກສະບາຍ.

 

ຄົນລຸ້ນ Gen X ກຳລັງຮູ້ສຶກເຖິງຄວາມຄຽດຈາກການກະສຽນອາຍຸຢ່າງໜັກ.

 

ລາຍງານພົບວ່າເປັນຄັ້ງທຳອິດໃນຮອບຫຼາຍປີທີ່ຄົນລຸ້ນ Gen X ລາຍງານວ່າສຸຂະພາບທາງການເງິນແຍ່ກວ່າຄົນລຸ້ນ Gen Z ເລັກນ້ອຍ (27% ທຽບກັບ 31%).

 

ເຖິງວ່າຄົນລຸ້ນ Gen Z ຈະມີຄວາມກັງວົນເລື່ອງການກະສຽນອາຍຸໜ້ອຍກວ່າ ເນື່ອງຈາກຍັງເຫຼືອກຽມຕົວບຳນານອີກຫຼາຍ ແຕ່ພວກເຂົາກໍມີວິທີວາງແຜນການເງິນຢ່າງຊາບສະຫຼາດເພື່ອກຽມຕົວໃຫ້ພ້ອມສຳລັບການບຳນານຊຶ່ງຄົນ Gen X ສາມາດຮຽນຮູ້ ແລະ ນຳມາປັບໃຊ້ກັບແຜນບຳນານໄດ້.

 

GOBankingRates ໄດ້ໂອ້ລົມກັບຜູ້ຊ່ຽວຊານດ້ານການເງິນ ພົບວ່າ ມີ 4 ບົດຮຽນວາງແຜນບຳນານຂອງຄົນລຸ້ນໃໝ່ທີ່ຄົນໃກ້ບຳນານສາມາດຮຽນຮູ້ໄດ້.

 

ເປີດໃຈລົມກັນເລື່ອງການເງິນຫຼາຍຂຶ້ນ

 

ຄົນ Gen Z ໃຫ້ຄວາມສຳຄັນກັບຄວາມໂປ່ງໃສ ພວກເຂົາຈຶ່ງມັກຈະໂອ້ລົມເລື່ອງເງິນຢ່າງເປີດເຜີຍ ຊຶ່ງເຮັດໃຫ້ພວກເຂົາສາມາດແລກປ່ຽນຄວາມຮູ້ ຫຼື ເຕັກນິກດ້ານການເງິນທີ່ເປັນປະໂຫຍດ ແລະ ຄຽດໜ້ອຍລົງເນື່ອງຈາກຮູ້ສຶກມີບໍ່ໄດ້ສູ້ຢ່າງໂດດດ່ຽວ.

 

Erika Kullberg ຜູ້ຊ່ຽວຊານດ້ານການເງິນສ່ວນບຸກຄົນ ທະນາຍຄວາມ ຜູ້ທົງອິດທິພົນດ້ານການເງິນ ແລະ ຜູ້ກໍ່ຕັ້ງເວັບໄຊທ໌ Erika.com ໃຫ້ຄວາມເຫັນວ່າ:

 

“ການລົມເລື່ອງເງິນຖືເປັນເລື່ອງຫຍາບຄາຍ ແລະ ບໍ່ເໝາະສົມໃນຍຸກພໍ່ແມ່ ແຕ່ສຳລັບຄົນ Gen Z ການເປີດໃຈລົມເລື່ອງເງິນກັບເປັນປະໂຫຍດ”

 

“ການເປີດໃຈກ່ຽວກັບລາຍໄດ້ ງົບໃຊ້ຈ່າຍ ໜີ້ ແລະ ຫົວຂໍ້ທາງການເງິນທີ່ຍຸ້ງຍາກອື່ນໆ ເປັນວິທີທີ່ດີໃນການຮຽນຮູ້ຈາກໝູ່ເພື່ອນ”

 

ປັບຕົວແລະເປີດຮັບເຕັກໂນໂລຢີ

 

ຄົນລຸ້ນ Gen Z ເຕີບໃຫຍ່ມາໃນໂລກທີ່ເຕັກໂນໂລຢີປ່ຽນໄປຢ່າງວ່ອງໄວ ຊຶ່ງພວກເຂົາສາມາດໃຊ້ປະໂຫຍດຈາກເຕັກໂນໂລຢີ ຊ່ວຍໃນບໍລິຫານເງິນຢ່າງຄຸ້ມຄ່າ.

 

“ຕັ້ງແຕ່ການໃຊ້ແອັບພລິເຄຊັນວາງແຜນການເງິນ ໄປຈົນເຖິງການໃຊ້ບໍລິການທະນາຄານອອນລາຍ ຊຶ່ງໃຫ້ຂໍ້ສະເໜີດອກເບ້ຍທີ່ດີກວ່າ ໄປຈົນເຖິງການຂໍຄຳປຶກສາທາງການເງິນຈາກບອດ AI ຄົນ Gen Z ຮູ້ດີວ່າມີວິທີຫຼາກຫຼາຍທີ່ສາມາດໃຊ້ເຕັກໂນໂລຢີ ເພື່ອສ້າງຂໍ້ໄດ້ປຽບໃນການອອມເງິນສຳລັບບຳນານ”

 

“ຄົນ Gen X ອາດຜິດພາດເຄື່ອງມືຊ່ວຍວາງແຜນກະສຽນທີ່ມີປະໂຫຍດຫຼາກຫຼາຍ ເນື່ອງຈາກບໍ່ເປີດຮັບເຕັກໂນໂລຢີຫຼາຍເທົ່າກັບຄົນລຸ້ນໃໝ່”

 

ມີລາຍໄດ້ຫຼາຍທາງ

 

ສຳລັບ Gen Z ຫົນທາງການອອມທີ່ມີປະສິດທິພາບພໍຈະນຳໄປສູ່ການບຳນານມີຊີວິດບຳນານທີ່ສຸກສະບາຍ ຄື ການມີແຫຼ່ງລາຍໄດ້ຫຼາຍທາງ.

 

Brandy Burch ຊີອີໂອຂອງ Benefitbay ກ່າວວ່າ:

 

“ຄວາມແຕກຕ່າງທີ່ສຳຄັນອີກປະການໜຶ່ງຄືຄວາມເປີດກວ້າງຕໍ່ການມີລາຍໄດ້ຫຼາຍທາງ”

 

“ຄົນ Gen Z ຊີວິດບໍ່ໄດ້ພຶ່ງພາພຽງແຕ່ງານດຽວ ຫຼື ເສັ້ນທາງອາຊີບດຽວເທົ່ານັ້ນ ແຕ່ພວກເຂົາໄດ້ເຮັດວຽກພາທໄທມ໌ ວຽກຟຣີແລນຊ໌ ແລະ ວຽກເສີມເພື່ອໃຫ້ມີເງິນອອມເພີ່ມ.

 

ຄວາມຍືດຍຸ່ນ ແລະ ຄວາມເຕັມໃຈທີ່ຈະປັບຕົວນີ້ມີຄວາມສຳຄັນຢ່າງຍິ່ງ ໃນໂລກທີ່ຄວາມໝັ້ນຄົງໃນການເຮັດວຽກແບບເດີມນັ້ນບໍ່ມີຢູ່ຈິງ”

 

ບໍ່ພຶ່ງພາປະກັນສັງຄົມຢ່າງດຽວ

 

ຄົນລຸ້ນ Gen Z ຕະຫນັກດີວ່າເງິນປະກັນສັງຄົມນັ້ນບໍ່ພຽງພໍຕໍ່ການດຳລົງຊີວິດຢ່າງສຸກສະບາຍ ແລະ ທີ່ຮ້າຍແຮງກວ່ານັ້ນຄື ເງິນປະກັນສັງຄົມອາດລົ້ມລະລາຍ ແລະ ບໍ່ໄດ້ມີມູນຄ່າຫຼາຍພໍເມື່ອເຖິງເວລາກະສຽນ.

 

ຄົນລຸ້ນ Gen X ກໍຕ້ອງຮັບມືກັບຂໍ້ເທັດຈິງນີ້.

 

“ພວກເຂົາຕ້ອງປັບຕົວໃນສະຖານະການທີ່ເງິນປະກັນສັງຄົມບໍ່ສາມາດຮັບປະກັນອະນາຄົດໄດ້” ເບີຊກ່າວ “ນັ້ນເປັນເຫດຜົນວ່າເປັນຫຍັງແນວທາງເຊິງຮຸກໃນການວາງແຜນກະສຽນອາຍຸຂອງພວກເຂົາ ຊຶ່ງເນັ້ນທີ່ການອອມຕັ້ງແຕ່ເນິ່ນໆ ການນຳເຕັກໂນໂລຢີມາໃຊ້ ແລະ ເຕັມໃຈທີ່ຈະປັບຕົວ ຈຶ່ງມີຄວາມຈຳເປັນ ແລະ ເປັນການເບິ່ງການໄກ”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-03T161732.503
ຍີ່ປຸ່ນກຽມພ້ອມຮັບມື "Megaquake" ເປີດເຜີຍແຜນໃຊ້ AI ຫຼຸດຜູ້ເສຍຊີວິດສູງສຸດ 300,000 ຄົນ
_cover - 2025-07-03T152835.513
ຈະເກີດຫຍັງຂຶ້ນ ເມື່ອງົດດື່ມແອລກໍຮໍ ນອນງ່າຍ ໜ້າທ້ອງຫາຍ ຜິວດີ ແທ້ຫຼືບໍ່?
_cover - 2025-07-03T144001.784
ແຜ່ນດິນໄຫວກວ່າ 900 ຄັ້ງ ສັ່ນສະເທືອນໝູ່ເກາະໂທຄາຣະຂອງຍີ່ປຸ່ນໃນເວລາພຽງ 2 ອາທິດ
_cover - 2025-07-03T135925.491
ສະຫະລັດລົງນາມຂໍ້ຕົກລົງການຄ້າກັບຫວຽດນາມ ຕົກລົງຫຼຸດພາສີຈາກ 46% ເຫຼືອ 20%
_cover - 2025-07-03T115136.160
ເຮືອເຟີຣີ່ຫຼົ້ມໃກ້ເກາະບາຫລີ ສູນຫາຍກວ່າ 30 ຄົນ ຄາດວ່າເປັນບັນຫາເຄື່ອງຈັກ
_cover - 2025-07-03T111331.155
ບໍລິສັດ "Neta" ກຽມກັບມາດຳເນີນສາຍການຜະລິດອີກຄັ້ງ ຫຼັງປະກາດລົ້ມລະລາຍເພື່ອປັບໂຄງສ້າງອົງກອນ
_cover - 2025-07-03T103006.031
ເຕືອນ!!! ປະຈຸບັນ ມີກຸ່ມຄົນບໍ່ຫວັງດີ ໄດ້ປອມແປງທະນະບັດ ສະກຸນເງິນກີບ ປະເພດໃບ 100,000 ກີບ ລຸ້ນປີ 2020 ອອກມາໃຊ້ຈ່າຍໃນສັງຄົມ
_cover - 2025-07-03T093700.780
ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 03 ກໍລະກົດ 2025
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
ຢ່າລື່ມກົດຕິດຕາມ