Copy of site cover (29)
ຊິແມ່ນ ແມນຢູ ຫຼື ບໍ່? ໂຢເຄເຣສ ຕອບຮັບຂໍ້ສະເໜີຍ້າຍທີມຮຽບຮ້ອຍແລ້ວ!
ຮຽບຮຽງໂດຍ:kaling
ເຜີຍແຜ່: 28 April, 2025
ໝວດ: ກິລາ

ວິກເຕີ ໂຢເຄເຣສ ດາວຍິງຟອມແຮງຂອງ ສະປອຕິ້ງ ລິສບອນ ຕອບຮັບຂໍ້ສະເໜີຍ້າຍທີມໃນຊ່ວງລະດູຮ້ອນນີ້ແລ້ວ, ຫຼັງຈາກໄດ້ຮັບຄວາມສົນໃຈຈາກທັງ ແມນເຊສເຕີ ຢູໄນເຕັດ ແລະ ອາຣ໌ເຊນອລ. ຫຼ້າສຸດ ສື່ໂປຕຸເກດເປີດເຜີຍວ່າ “ປືນໃຫຍ່” ເປັນຝ່າຍເອົາຊະນະ, ຄາດວ່າຄ່າຕົວຢູ່ທີ່ 50-60 ລ້ານປອນ, ຕໍ່າກວ່າຄ່າຍົກເລີກສັນຍາເຕັມຈໍານວນ.

ໂຢເຄເຣສ ອະດີດກອງໜ້າທີມ ໂຄເວັນທີ ຕົກເປັນຂ່າວອາດຍ້າຍກັບມາຫຼິ້ນໃນລີກເມືອງຜູ້ດີລະດູໜ້າ ເນື່ອງຈາກເຊື່ອກັນວ່າລາວຕົກເປັນເປົ້າໝາຍຂອງ ແມນຯ ຢູໄນເຕັດ ທີ່ມີ ຣູເບນ ອາໂມຣິມ ເຈົ້ານາຍເກົ່າຍ້າຍມາຄຸມທີມ, ລວມທັງ ອາຣ໌ເຊນອລ ທີ່ຊອກຫາຫົວໜ້າມາເສີມປະສິດທິພາບໃນການລ່າຕາໜ່າງ.

ຈາກສະຖານະການໃນໄລຍະຫຼັງ, ສື່ເປີດເຜີຍວ່າທີມ “ປືນໃຫຍ່” ມີໂອກາດສົມຫວັງຫຼາຍກວ່າ “ຜີແດງ” ຊຶ່ງມີຜົນງານທີ່ຕົກຕໍ່າຢ່າງໜັກໃນລະດູການນີ້, ເນື່ອງຈາກສະໂມສອນແຫ່ງກຸງລອນດອນຕັ້ງ ອັນເດຣຍ ແບຣຕ້າ ຜູ້ອໍານວຍການກິລາຄົນໃໝ່ໃຫ້ດໍາເນີນເລື່ອງການລ່າຕົວຫົວຫອກທີມຊາດ ສະວີເດັນ.

ມາຮອດຫຼ້າສຸດເມື່ອວັນທີ 5 ເມສາ Correio da Manha ລາຍງານວ່າ ດາວເຕະວັຍ 26 ປີຕອບຕົກລົງທີ່ຈະຍ້າຍໄປຮ່ວມທີມ ອາຣ໌ເຊນອລ ໃນລະດູການໜ້າແລ້ວ ຫຼັງຈາກໄດ້ຮັບການນໍາສະເໜີໂຄງການຈາກ ແບຣຕ້າ, ຊຶ່ງສົ່ງຜົນໃຫ້ “ເຣດ ເດວິລສ໌” ອົກຫັກຕາມລະບຽບ.

ເຖິງຢ່າງໃດກໍຕາມ, ຍັງບໍ່ມີການພູດຄຸຍກັນເຖິງເລື່ອງສັນຍາ, ແຕ່ເຊື່ອວ່າ ສະປອຕິ້ງ ຍິນດີຂາຍດາວດັງໃນລາຄາປະມານ 50-60 ລ້ານປອນ ຊຶ່ງຕໍ່າກວ່າຄ່າຍົກເລີກສັນຍາ 83.6 ລ້ານປອນ (ປະມານ 3,678 ລ້ານບາດ).

ສໍາລັບ ໂຢເຄເຣສ ໄດ້ສະແດງຟອມການຍິງປະຕູໃນລະດູການທໍາອິດກັບ ສະປອຕິ້ງ ໄດ້ຢ່າງໜ້າຕື່ນເຕັ້ນ ໂດຍລາວສາມາດຍິງໄດ້ 43 ປະຕູຈາກ 50 ນັດ ແລະ ສືບຕໍ່ຜົນງານການຍິງປະຕູໃນລະດູການນີ້ໄດ້ 43 ປະຕູຈາກ 43 ນັດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ