site-cover (16)
ສະເປນ-ໂປຕຸເກສ ໄຟຟ້າດັບຄັ້ງໃຫຍ່
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 29 April, 2025

ມາດຣິດ 29 ເມສາ – ຫຼາຍພື້ນທີ່ຂອງສະເປນ ແລະ ໂປຕຸເກສ ປະເຊີນກັບບັນຫາໄຟຟ້າດັບຄັ້ງໃຫຍ່ ກະທົບຕໍ່ຫຼາຍພາກສ່ວນໃນປະເທດ ຈົນລັດຖະບານສະເປນຕ້ອງປະກາດພາວະສຸກເສີນ

 

ຫຼາຍພື້ນທີ່ຂະໜາດໃຫຍ່ຂອງສະເປນ ແລະ ໂປຕຸເກສ ເຊິ່ງຕັ້ງຢູ່ເທິງຄາບສະໝຸດໄອບີເຣຍ ລວມເຖິງບາງສ່ວນຂອງຝຣັ່ງ ປະເຊີນບັນຫາໄຟຟ້າດັບຄັ້ງໃຫຍ່ຕັ້ງແຕ່ຊ່ວງສວາຍຂອງມື້ວານນີ້ຕາມເວລາທ້ອງຖິ່ນ ກໍ່ໃຫ້ເກີດຄວາມໂກລາຫົນໄປທົ່ວປະເທດ.

 

ການຂົນສົ່ງສາທາລະນະ ທັງລົດໄຟໂດຍສານ, ລົດໄຟໃຕ້ດິນ ແລະເຄື່ອງບິນໂດຍສານເປັນອຳພາດ, ການຈະລາຈອນຕິດຂັດຢ່າງໜັກ ເນື່ອງຈາກສັນຍານໄຟຈະລາຈອນຕາມແຍກຕ່າງໆ ໃຊ້ການບໍ່ໄດ້, ຖ້ຽວບິນໂດຍສານຊັກຊ້າແລະຍົກເລີກຈຳນວນຫຼາຍ, ໂຮງໝໍແລະໂຮງຮຽນບໍ່ມີໄຟຟ້າໃຊ້, ຜູ້ຄົນຈຳນວນຫຼາຍຕິດຢູ່ໃນລົດໄຟໃຕ້ດິນ, ລົດໄຟໂດຍສານ ແລະໃນລິບ.

 

ສະເພາະໃນກຸງມາດຣິດ ເມືອງຫຼວງສະເປນ, ປະຊາຊົນນັບພັນຄົນ ອອກມາຢືນຢູ່ຕາມຖະໜົນນອກອາຄານສຳນັກງານ, ມີເຈົ້າໜ້າທີ່ຄອຍຄວບຄຸມການຈະລາຈອນ, ຂະນະທີ່ທະຫານຖືກສົ່ງໄປຊ່ວຍເຫຼືອຜູ້ໂດຍສານທີ່ຕິດຄ້າງຢູ່ໃນລົດໄຟໂດຍສານຫຼາຍຂະບວນ.

ຜູ້ໂດຍສານຕົກຄ້າງທີ່ສະຖານີລົດໄຟໃນກຸງມາດຣິດ ສະເປນ

ບໍລິສັດໄຟຟ້າສະເປນແລະໂປຕຸເກສພະຍາຍາມແກ້ໄຂບັນຫາກະແສໄຟຟ້າດັບ

ບໍລິສັດໄຟຟ້າແລະຜູ້ປະກອບການໄຟຟ້າທັງໃນສະເປນແລະໂປຕຸເກສ ພະຍາຍາມຢ່າງໜັກໃນການແກ້ບັນຫາເພື່ອກັບມາຈ່າຍກະແສໄຟຟ້າອີກຄັ້ງ ຂະນະທີ່ລັດຖະບານສະເປນປະກາດສະຖານະການສຸກເສີນ ແລະ ຮຽກປະຊຸມກັບລັດຖະບານໂປຕຸເກສເພື່ອຫາລືກ່ຽວກັບບັນຫາໄຟຟ້າດັບ.

 

ບໍລິສັດ Red Eléctrica ເຊິ່ງເປັນຜູ້ປະກອບການສົ່ງໄຟຟ້າຂອງສະເປນແຈ້ງວ່າ ໄຟຟ້າດັບ ເຊິ່ງຍັງບໍ່ຮູ້ສາເຫດໃນທັນທີອາດກິນເວລາດົນ 6 ເຖິງ 10 ຊົ່ວໂມງ.

 

ນາຍົກລັດຖະມົນຕີເປໂດຣ ຊານເຊສ ຂອງສະເປນ ຖະແຫຼງເມື່ອແລງວານນີ້ວ່າ ກວ່າເຄິ່ງໜຶ່ງປະເທດເລີ່ມກັບມາມີໄຟຟ້າໃຊ້ແລ້ວ ສ່ວນທີ່ເຫຼືອຂອງປະເທດນ່າຈະກັບມາໃຊ້ໄຟຟ້າໄດ້ຕາມປົກກະຕິໃນມື້ນີ້.

 

ລັດຖະບານກຳລັງດຳເນີນການເພື່ອຊອກຫາສາເຫດ ແລະ ຜົນກະທົບຂອງເຫດການນີ້ ພ້ອມທຸ່ມເທຊັບພະຍາກອນທີ່ມີທັງໝົດເພື່ອແກ້ໄຂບັນຫາໂດຍໄວທີ່ສຸດ ໂດຍຍັງບໍ່ຕັດຄວາມເປັນໄປໄດ້ທີ່ເຫດໄຟຟ້າດັບຈະເກີດຈາກການໂຈມຕີທາງໄຊເບີ.

 

ລົດໄຟໃນກຸງມາດຣິດ ສະເປນໃຊ້ການບໍ່ໄດ້

ລົດຮາງໃນກຸງລິສບອນ ໂປຕຸເກສ ໃຊ້ການບໍ່ໄດ້

ດ້ານລັດຖະບານສະເປນສົ່ງເຈົ້າໜ້າທີ່ທະຫານຕຳຫຼວດແລະຝ່າຍຄວາມໝັ້ນຄົງກວ່າ 30,000 ນາຍ

ດ້ານລັດຖະບານສະເປນສົ່ງເຈົ້າໜ້າທີ່ທະຫານຕຳຫຼວດແລະຝ່າຍຄວາມໝັ້ນຄົງກວ່າ 30,000 ນາຍອອກລາດຕະເວນທົ່ວປະເທດເພື່ອດູແລຄວາມສະຫງົບຮຽບຮ້ອຍ, ດູແລການຈະລາຈອນຕາມທ້ອງຖະໜົນ, ຮັບມືເຫດການສຸກເສີນ ແລະປ້ອງກັນການປຸ້ນສະດົມຕາມທຸລະກິດຫ້າງຮ້ານ.

 

ພ້ອມກັບຮຽກຮ້ອງໃຫ້ປະຊາຊົນຢ່າຕື່ນຕົກໃຈ, ຫຼີກລ່ຽງການເດີນທາງທີ່ບໍ່ຈຳເປັນ, ລວມເຖິງໃຊ້ງານອິນເຕີເນັດແລະໂທລະສັບມືຖືຢ່າງຈຳກັດ.

 

ນາຍົກສະເປນ
ຄະນະກຳມະການຢູໂຣບຕິດຕໍ່ກັບເຈົ້າໜ້າທີ່ສະເປນ ແລະ ໂປຕຸເກສ

ຄະນະກຳມາທິການຢູໂຣບຖະແຫຼງວ່າ ໄດ້ຕິດຕໍ່ກັບເຈົ້າໜ້າທີ່ໃນສະເປນກັບໂປຕຸເກສແລ້ວ ຂະນະທີ່ເຄືອຂ່າຍລະບົບຈ່າຍໄຟຟ້າຂອງຢູໂຣບພະຍາຍາມທີ່ຈະຊອກຫາສາເຫດຂອງໄຟຟ້າດັບຄັ້ງນີ້ດ້ວຍ.

 

ເນື່ອງຈາກວິກິດໄຟຟ້າຄັ້ງໃຫຍ່ດັບລະດັບນີ້ ເກີດຂຶ້ນບໍ່ເທົ່າໃດຄັ້ງນັກໃນຢູໂຣບ ໂດຍໃນປີ 2003 ເກີດບັນຫາສາຍສົ່ງໄຟຟ້າພະລັງນ້ຳລະຫວ່າງອິຕາລີແລະສະວິດເຊີແລນຂັດຂ້ອງ ສົ່ງຜົນໃຫ້ໄຟຟ້າດັບທົ່ວທັງຄາບສະໝຸດອິຕາລີນານເຖິງ 12 ຊົ່ວໂມງ.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ