Tou-Vientianepost (60)
ລາວ-ຮົງກາລີ ເພີ່ມທະວີການຮ່ວມມືສອງຝ່າຍ
ຮຽບຮຽງໂດຍ:Staff
ເຜີຍແຜ່: 29 ເດືອນເມສາ, 2023

ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ

ຢ່າງເປັນທາງການ ໃນວັນທີ 26-27 ເມສາ 2023 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືອັນດີ, ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາລີ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ.

ໃນວັນທີ 27 ເມສາ 2023, ທີ່ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມພົບ ປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ປີເຕີ ຊີຢາໂຕ ພ້ອມດ້ວຍຄະນະຜູ້ແທນ ລາວ-ຮົງກາລີ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານລັດຖະມົນຕີ ປີເຕີ ຊີ

ຢາໂຕ ທີ່ນຳພາຄະນະມາຢ້ຽມຢາມໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ເປັນມູນເຊື້ອຍາວນານ ລະຫວ່າງ ລາວ-ຮົງກາລີ ໂດຍສະເພາະ ການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຮົງກາລີ ໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳສອງ

ປະເທດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຍິ່ງຂຶ້ນ; ສອງຝ່າຍເຫັນດີເປັນເອກະພາບກັນຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງປະເທດ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວໃໝ່ ພາຍ ຫລັງທີ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ແຕ່ວັນທີ 12 ກັນຍາ 1962 ເປັນຕົ້ນມາ, ບັນດາຄະນະຜູ້ແທນຂອງສອງປະເທດ ໄດ້

ສືບຕໍ່ການພົບປະແລກປ່ຽນການຢ້ຽມຢາມ ແລະ ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນແຕ່ລະໄລຍະ. ພິເສດ ໃນປີ 2022 ຜ່ານມາ, ສອງຝ່າຍ ກໍໄດ້ຮ່ວມກັນຈັດກິດຈະກຳຕ່າງໆ ເພື່ອສະເຫລີມສະຫລອງ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຮົງກາລີ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມ

ໝາຍສຳຄັນ. ໃນນັ້ນ, ສປປ ລາວ ກໍໄດ້ເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຮົງກາລີ ຄືນໃໝ່ ເຊິ່ງສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງລັດຖະບານລາວ ໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນສອງຝ່າຍ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ໃນອະນາຄົດ. ໃນຕໍ່ໜ້າອັນໃກ້ນີ້, ຝ່າຍຮົງກາລີ ກໍພິຈາລະ ນາທີ່ຈະເປີດສະຖານທູດຂອງຕົນຢູ່ ສປປ ລາວ ເຊັ່ນກັນ.

ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ສອງກະຊວງການຕ່າງປະເທດ ລາວ-ຮົງກາລີ ເຫັນດີເປັນເອກະພາບກັນສືບຕໍ່ຊຸກຍູ້ການພົບປະແລກປ່ຽນຂອງຄະນະຜູ້ແທນສອງຝ່າຍ ຢ່າງເປັນປົກກະຕິ, ຊຸກຍູ້ການໄປມາ ຫາສູ່ກັນຂອງປະຊາຊົນ ເພື່ອສົ່ງເສີມຂະແໜງການທ່ອງທ່ຽວຂອງສອງປະເທດ ລາວ-ຮົງກາລີ, ສືບຕໍ່ແລກປ່ຽນບົດຮຽນ ແລະ ການຈັດ

ຝຶກອົບຮົມ ລະຫວ່າງ ນັກການທູດໜຸ່ມນ້ອຍນຳກັນ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບ, ຊຸກຍູ້ການແຕ່ງຕັ້ງຄະນະປະສານງານຮ່ວມ ລາວ-ຮົງກາລີ ໃນການຄຸ້ມຄອງ-ຕິດຕາມ ແລະ ອຳ ນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດໂຄງການຕ່າງໆ ເພື່ອຮັບປະກັນປະສິດທິພາບ ແລະ ຜົນປະໂຫຍດສູງສຸດ, ເພີ່ມທະວີການຮ່ວມມື

ກັນໃນຂະແໜງການອື່ນໆທີ່ມີທ່າແຮງຮ່ວມກັນ, ສືບຕໍ່ຈັດຕັ້ງປະຕິບັດໂຄງການຕ່າງໆທີ່ການນຳສອງປະເທດ ໄດ້ລົງນາມກັນແລ້ວນັ້ນ ໃຫ້ສຳເລັດມີໝາກຜົນຕົວຈິງ ເປັນຕົ້ນ ການຮ່ວມມືດ້ານຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ການບໍລິຫານຈັດການຊັບພະຍາກອນນ້ຳ, ການຮ່ວມມືດ້ານການເງິນ ພາຍໃຕ້ເງິນກູ້ຢືມແບບມີເງື່ອນໄຂ

ບໍ່ມີດອກເບ້ຍ, ການພັດທະນາພື້ນຖານໂຄງລ່າງກະສິກຳ, ການບຳບັດນ້ຳເປື້ອນ, ການຄຸ້ມຄອງພົນລະເມືອງແບບທັນສະໄໝ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ. ພ້ອມນີ້, ກໍເຫັນສືບຕໍ່ພ້ອມກັນຄົ້ນຄວ້າປຶກສາຫາລື ເພື່ອກຳນົດໂຄງການຮ່ວມມືສອງຝ່າຍທີ່ມີຜົນປະໂຫຍດຮ່ວມກັນຕື່ມ, ສືບ ຕໍ່ໃຫ້ການ

ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືຫລາຍຝ່າຍ ເປັນຕົ້ນ ການຮ່ວມມືໃນຂອບ ສປຊ, ອາຊຽນ-ຮົງກາລີ ແລະ ອາຊຽນ-ອີຢູ. ໃນຂະນະດຽວກັນ, ຝ່າຍຮົງກາລີ ກໍໄດ້ແຈ້ງໃຫ້ຊາບວ່າ ລັດຖະບານຮົງກາລີ ໄດ້ສືບຕໍ່ໃຫ້ທຶນການສຶກສາ ຈຳນວນ 150 ທຶນຕໍ່ປີ ໃຫ້ແກ່ ສປປ ລາວ. ນອກຈາກນີ້, ສອງຝ່າຍກໍໄດ້

ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນເອງ ໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ຝ່າຍລາວ ໄດ້ແຈ້ງໃຫ້ຊາບກ່ຽວກັບການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປັນປະທານອາຊຽນໃນປີ 2024 ທີ່ຈະມາເຖິງນີ້.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫລືອຂອງ ລັດຖະບານ ແລະ ປະຊາຊົນ ຮົງກາລີ ໃນໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ຫວັງວ່າ ລັດຖະ ບານ ຮົງກາລີ

ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ຕື່ມໃນອະນາຄົດ ໂດຍສະເພາະການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນການເປັນປະທານອາຊຽນປີ 2024 ເພື່ອໃຫ້ມີຜົນສຳເລັດອັນຈົບງາມ. ໃນຂະນະດຽວກັນ, ຝ່າຍ ຮົງກາລີ ກໍ່ໄດ້ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງ ປະສານສົມທົບກັບຝ່າຍລາວ ເພື່ອ

ຮ່ວມກັນຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ການນຳຂັ້ນສູງສອງປະເທດ ໄດ້ເປັນເອກະພາບກັນແລ້ວນັ້ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນສູງສຸດ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ຮົງກາລີ-ລາວ, ລາວ-ຮົງກາລີ.

ພາຍຫລັງສຳເລັດພິທີພົບປະທາງການ, ສອງຝ່າຍ ກໍໄດ້ຮ່ວມກັນລົງນາມເອກະສານບົດບັນທຶກຄວາມເຂົ້າ ໃຈວ່າດ້ວຍ ການຮ່ວມມືດ້ານການແລກປ່ຽນຂໍ້ມູນຂ່າວສານ ແລະ ຝຶກອົບຮົມໃຫ້ແກ່ນັກການທູດ ແລະ ພະນັກງານການຕ່າງປະເທດ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຮົງກາລີ. ພ້ອມນີ້, ສອງຝ່າຍ ກໍໄດ້

ຮ່ວມກັນຖະແຫລງຂ່າວຕໍ່ບັນດາສື່ມວນຊົນ ລາວ ແລະ ຮົງກາລີ ກ່ຽວກັບ ຜົນສຳເລັດຂອງການພົບປະຄັ້ງນີ້, ເຊິ່ງຈະເປັນພື້ນຖານອັນສຳຄັນໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໂດຍສະເພາະ ການປະສານສົມ ທົບກັນຢ່າງກົມກຽວ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຮົງກາລີ ໃນອະນາຄົດ. ພາຍຫລັງສຳເລັດພິທີ, ສອງຝ່າຍ ຍັງໄດ້ເຂົ້າຮ່ວມງານລ້ຽງອາຫານທ່ຽງແບບເຮັດວຽກ ເພື່ອປຶກສາຫາລືເຖິງການເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ໃນຕໍ່ໜ້າ.

ໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທ່ານລັດຖະມົນຕີ ປີເຕີ ຊີຢາໂຕ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມນີ້ ກໍໄດ້ເດີນທາງໄປເຂົ້າຮ່ວມພິທີມອບ-ຮັບ ໂຮງງານຜະລິດນ້ຳປະປາດົງບັງ, ໂຮງງານປຸງແຕ່ງປາ ເວີນຄຳ ແລະ ຢ້ຽມຊົມຄວາມຄືບໜ້າຂອງໂຄງ ການ

ຄຸ້ມຄອງພົນລະເມືອງ(ລະບົບອອກບັດປະຈຳຕົວ) ແລະ ໄດ້ໄປໃຫ້ສຳພາດຂ່າວ ແກ່ບັນດາສື່ມວນຊົນລາວ ທີ່ສະຖານີໂທລະພາບແຫ່ງຊາດລາວ ກ່ຽວກັບ ຜົນສຳເລັດຂອງການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ທິດທາງການພົວພັນຮ່ວມມືສອງປະເທດ ລາວ-ຮົງກາລີ ໃນຕໍ່ໜ້າ.

ພາບ: ຂັນໄຊ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ສສ ຫວຽດນາມ ນອນໃນກຸ່ມແຖວໜ້າອາຊີ ກ່ຽວກັບການລົງທຶນພື້ນຖານໂຄງລ່າງ
2
ການຂຸດຄົ້ນບໍ່ແຮ່ ເປັນຂະແໜງການສຳຄັນ ແລະ ເປັນແມ່ແຮງ ດຶງດູດການລົງທຶນມາ ແຂວງຫົວພັນ
2
ປະເທດລາວມີແຫຼ່ງຜະລິດໄຟຟ້າ 97 ແຫ່ງທີ່ຂາຍເຂົ້າລະບົບລັດວິສາຫະກິດໄຟຟ້າລາວ
2
ທຳລາຍສວນປູກຝິ່ນ 5 ເຮັກຕາກວ່າ ຢູ່ເມືອງລອງ ແຂວງຫຼວງນ້ຳທາ
2
ສວນກາເຟໄຮແລນຍັງຂາດແຄນດ້ານແຮງງານເກັບກູ້ກາເຟ
2
996 ເຖິງ 26 ມີນາ 2024 ໄດ້ກວດກູ້ລະເບີດ ບໍ່ທັນແຕກ ອອກຈາກເນື້ອທີ່ດິນ 87.323 ເຮັກຕາ
2
ແຈ້ງປັບລາຄານ້ຳມັນ! ແອັດຊັງປັບຂຶ້ນ ກາຊວນປັບລົງ
2
ສປ ຈີນ ມອບພາຫະນະຮັບໃຊ້ວຽກງານອາຊຽນ ໃຫ້ກະຊວງປ້ອງກັນປະເທດ
2
ທິດທາງແຜນການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ປີ 2024
2
ພົບຜູ້ເສຍຊີວິດ 2 ຄົນໃນລົດທີ່ເກີດອຸບັດເຫດລົດເສຍຫຼັກຕໍາຂອບທາງແລ້ວໄຟໄໝ້ລົດຢູ່ທາງດ່ວນ
ຢ່າລື່ມກົດຕິດຕາມ