Copy of site cover (32)
OpenAI, Perplexity ແລະ Yahoo ສົນໃຈຊື້ Chrome ຖ້າ Google ຖືກບັງຄັບໃຫ້ຂາຍ
ຮຽບຮຽງໂດຍ:kaling
ເຜີຍແຜ່: 29 April, 2025

Google ອາດຈະປະເຊີນກັບສະຖານະການທີ່ຕ້ອງໄດ້ຂາຍເວັບບຣາວເຊີ Chrome ເຊິ່ງເປັນເຄື່ອງມືທ່ອງເວັບທີ່ຄົນຫຼາຍລ້ານຄົນໃຊ້ທຸກມື້. ສາມບໍລິສັດຍັກໃຫຍ່ໃນວົງການເຕັກໂນໂລຊີໃຫ້ຄວາມສົນໃຈຖ້າ Google ຖືກບັງຄັບໃຫ້ຂາຍ Chrome ຈາກຄະດີຕ້ານການຜູກຂາດທີ່ກຳລັງດຳເນີນຢູ່.

ທ່າມກາງຄະດີຕ້ານການຜູກຂາດທີ່ກຳລັງດຳເນີນຢູ່ກັບ Google, ຂໍ້ມູນໃໝ່ເປີດເຜີຍວ່າ ມີສາມບໍລິສັດໃນວົງການເຕັກໂນໂລຊີຍິນດີທີ່ຈະຊື້ Google Chrome ຖ້າ Google ຖືກບັງຄັບໃຫ້ຂາຍບຣາວເຊີນີ້ຈິງ.

ບໍລິສັດທຳອິດທີ່ສົນໃຈຄື OpenAI ເຊິ່ງເປັນຄູ່ແຂ່ງລາຍໃຫຍ່ທີ່ສຸດຂອງ Google ໃນດ້ານ AI. ຕາມລາຍງານຂອງສຳນັກຂ່າວ Reuters ໃນຕົ້ນອາທິດນີ້, ຜູ້ບໍລິຫານຂອງ OpenAI ສົນໃຈຊື້ Chrome ແລະ ຍັງເພີ່ມເຕີມວ່າ OpenAI ເຄີຍຍື່ນຂໍ້ສະເໜີໃຫ້ກັບ Google ກ່ຽວກັບການໃຊ້ປະໂຫຍດຈາກເຕັກໂນໂລຊີການຄົ້ນຫາຂອງ Google ພາຍໃນ ChatGPT ເຊິ່ງເປັນຂໍ້ສະເໜີທີ່ Google ປະຕິເສດ. ອີເມລຈາກ OpenAI ເຖິງ Google ລະບຸວ່າ ການໃຊ້ API ຂອງ Google ຈະຊ່ວຍໃຫ້ສາມາດນຳສະເໜີຜະລິດຕະພັນທີ່ດີຂຶ້ນແກ່ຜູ້ໃຊ້ໄດ້.

ຕໍ່ມາ Perplexity ເປີດເຜີຍວ່າສົນໃຈທີ່ຈະຊື້ Chrome ຕາມລາຍງານຂອງ The Verge ເຊິ່ງມີ ດິມິທຣີ ເຊເວເລນໂກ ຈາກ Perplexity ກ່າວວ່າ ພວກເຂົາສາມາດບໍລິຫານ Chromium ໃນລະດັບດຽວກັນກັບ Google ໂດຍບໍ່ຫຼຸດຄຸນນະພາບຫຼືຄິດຄ່າບໍລິການການໃຊ້ງານ.

ສຸດທ້າຍ, ມີການເປີດເຜີຍວ່າ Yahoo ກໍເປັນອີກໜຶ່ງລາຍທີ່ສົນໃຈຊື້ Chrome ເຊັ່ນກັນ ເນື່ອງຈາກມີລາຍງານວ່າ Yahoo ກຳລັງດຳເນີນການກ່ຽວກັບໂຄງການເວັບບຣາວເຊີຂອງຕົນເອງ. ໄບຣອັນ ໂພຣວອສທ໌ ຜູ້ຈັດການທົ່ວໄປຝ່າຍ Yahoo Search ກ່າວວ່າ ການຊື້ Chrome ຈະໄວກວ່າໃນແງ່ຂອງການເພີ່ມຂະໜາດ ແລະ ເສີມວ່າ Chrome ນັ້ນເປັນຜູ້ຫຼິ້ນເຊີງກົນລະຍຸດທີ່ສຳຄັນທີ່ສຸດບົນເວັບ ແລະ ປະເມີນວ່າສ່ວນແບ່ງຕະຫຼາດເສີຊເອນຈິນຂອງ Yahoo ອາດພຸ່ງຂຶ້ນເປັນ “ຕົວເລກສອງຫຼັກ” ຖ້າໄດ້ Chrome ມາບໍລິຫານ.

ຂໍ້ມູນຂ່າວ: https://9to5google.com/2025/04/25/google-chrome-openai-perplexity-yahoo-antitrust-case/

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ