Copy of site cover (33)
ຜົນບານເຕະ ອາເຊນອນ 0-1 ພີເອັສຈີ: ເດມເບເລ ຍິງໄຊ! ປືນພ່າຍຄາບ້ານ ໃນນັດແຮກຂອງ UCL
ຮຽບຮຽງໂດຍ:kaling
ເຜີຍແຜ່: 30 April, 2025
ໝວດ: ກິລາ

ອາເຊນອນ ຖືກ ອຸສມານ ເດມເບເລ ເຮັດໃຫ້ເຈັບປວດຕັ້ງແຕ່ນາທີທີ 4 ຍິງໃຫ້ ພີເອັສຈີ ບຸກມາເອົາໄຊຊະນະ ກ່ອນກັບໄປແຂ່ງຂັນຮອບຮອງຊະນະເລີດ ແຊມປຽນ ລີກ ນັດທີສອງ ກາງອາທິດໜ້າ

ການແຂ່ງຂັນຟຸດບອລ ຢູຟ່າ ແຊມປຽນ ລີກ 2024/25 ຮອບຮອງຊະນະເລີດ ນັດທຳອິດ ລະຫວ່າງ ອາເຊນອນ ພົບກັບ ປາຣີ ແຊັງ-ແຊກແມງ ທີ່ສະໜາມ ເອມິເຣັດ ສະຕາດຽມ ກຸງລອນດອນ ປະເທດອັງກິດ ວັນອັງຄານ ທີ 29 ເມສາ 2025

ພຽງແຕ່ນາທີທີ 4 ພີເອັສຈີ ໄດ້ປະຕູຂຶ້ນນຳຕັ້ງແຕ່ໂອກາດຄັ້ງທຳອິດ ຈາກຈັງຫວະທີ່ ຄວິຊາ ຄວາຣັດສເຄເລຍ ໄດ້ພາບານເຂົ້າທາງຝັ່ງຊ້າຍ ກ່ອນເປີດເຂົ້າກາງໃຫ້ ອຸສມານ ເດມເບເລ ກົດດ້ວຍຊ້າຍ ສົ່ງບານຊົນເສົາໃນເຂົ້າໄປຢ່າງລ້ຽບຄມ

ເກມຜ່ານພົ້ນໄປປະມານເຄິ່ງຊົ່ວໂມງ ພີເອັສຈີ ຍັງຄົງຫຼິ້ນໄດ້ໜ້າຢ້ານກວ່າເຈົ້າພາບ ແຕ່ໄດ້ແຕ່ຢຽດໄປຢຽດມາ

ຊ່ວງທົດເຈັບເຄິ່ງທຳອິດ ອາເຊນອນ ຄວນໄດ້ປະຕູຕີເສມົອຫຼາຍ ຈາກຈັງຫວະທີ່ ໄມລ ລູອິສ-ສເກລລີ ຜ່ານບານໃຫ້ ກາເບຣຍລ ມາຕິເນລລີ ຫຼຸດເຂົ້າໄປຍິງເນັ້ນໆ ດ້ວຍຂວາ ແຕ່ ຈານລຸຍຈິ ດອນນາຣຸມມາ ຜູ້ຮັກສາປະຕູ ພີເອັສຈີ ເຮັດໄດ້ດີເລີດ ຕົນຕົວປັດບານອອກມາໄດ້

ຈົບເຄິ່ງທຳອິດ ອາເຊນອນ ຕາມຫຼັງ ປາຣີ ແຊັງ-ແຊກແມງ 0-1

ຊ່ວງຕົ້ນເຄິ່ງຫຼັງ ນາທີທີ 47 ເດແຄລນ ໄຣຊ໌ ເປີດລູກຟຣີຄິກໃຫ້ ມິເກລ ເມຣີໂນ ໂຂກບານເຂົ້າປະຕູ ແຕ່ນ່າເສຍດາຍ VAR ກວດສອບເປັນລູກລ້ຳໜ້າ ເຮັດໃຫ້ ອາເຊນອນ ຍັງບໍ່ໄດ້ປະຕູຕີເສມົອ

ນາທີທີ 56 ເລອັນໂດຣ ທຣອສຊາ ໄດ້ບານຈາກ ໄຣຊ໌ ຫຼຸດເຂົ້າໄປຍິງດ້ວຍຊ້າຍ ແຕ່ ດອນນາຣຸມມາ ຍັງຄົງຍອດດີເລີດ ພຸ່ງປັດບານອອກຫຼັງໄປໄດ້

ຜູ້ມາຢ້ຽມຢາມເກືອບໄດ້ປະຕູເພີ່ມໃນນາທີທີ 85 ຈາກຈັງຫວະທີ່ ບຣາດເລຍ ບາກໂກລາ ໄດ້ຫຼຸດເຂົ້າໄປຍິງ ແຕ່ກັບຍິງບານອອກຫຼັງຢ່າງໜ້າເສຍດາຍ ແລະ ຫຼັງຈາກນັ້ນບໍ່ດົນ ກອນຊາໂລ ຣາມອສ ໄດ້ຍິງຄົນດຽວໂລ່ງໆ ແຕ່ກັບຍິງບານຊົນຄານ

ຈົບເກມ ອາເຊນອນ ແພ້ຄາບ້ານຕໍ່ ປາຣີ ແຊັງ-ແຊກແມງ 0-1 ເຮັດໃຫ້ຍັກໃຫຍ່ຝຣັ່ງເສດຖືຄວາມໄດ້ປຽບກ່ອນກັບໄປເຕະນັດທີສອງທີ່ ປາກ ເດ ແພຣັງ ວັນພຸດທີ 7 ພຶດສະພາ

ລາຍຊື່ຜູ້ຫຼິ້ນຕົວຈິງທັງສອງທີມ

ອາເຊນອນ (4-3-3) – ດາບິດ ຣາຢາ; ເຢີເຣຍນ ທິມເບີ, ວິລລຽມ ຊາລິບາ, ຢາຄຸບ ຄິວິອໍ, ໄມລ ລູອິສ-ສເກລລີ; ເດແຄລນ ໄຣຊ໌, ມາຕິນ ໂອເດກາດ, ມິເກລ ເມຣີໂນ; ບູຄາໂຢ ຊາກ້າ, ກາເບຣຍລ ມາຕິເນລລີ, ເລອັນໂດຣ ທຣອສຊາ

ປາຣີ ແຊັງ-ແຊກແມງ (4-3-3) – ຈານລຸຍຈິ ດອນນາຣຸມມາ; ອາຊຣາຟ ຮາຄິມີ, ມາກິນຢອສ, ວິລລຽນ ປາໂຊ, ນູໂນ ເມນເດສ; ວິຕິນຢາ, ຊູເອາ ເນເວສ, ຟາເບຍນ ຣຸຍຊ໌; ເດຊີເຣ ດູເອ, ຄວິຊາ ຄວາຣັດສເຄເລຍ, ອຸສມານ ເດມເບເລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ