Copy of site cover (39)
ຂ່າວດີ! ຜູ້ໃຊ້ Galaxy A Series ເຂົ້າໃຊ້ງານ AI Assistant ໄດ້ວ່ອງໄວກວ່າເກົ່າ ພຽງແຕ່ກົດປຸ່ມຂ້າງ Side Button
ຮຽບຮຽງໂດຍ:kaling
ເຜີຍແຜ່: 1 May, 2025

ໂດຍຊຳຊຸງ ຮ່ວມກັບ Google ມອບປະສົບການການໃຊ້ງານມືຖືທີ່ສະຫຼາດຂຶ້ນ ໃຫ້ຜູ້ໃຊ້ເຂົ້າເຖິງ Gemini ໄດ້ໄວແລະສະດວກກວ່າເກົ່າ

ຊຳຊຸງ ກຽມຂະຫຍາຍການເຂົ້າເຖິງຜູ້ຊ່ວຍ AI Assistant ເທິງອຸປະກອນ Galaxy A Series ດ້ວຍປຸ່ມ Side Button ໃນໄວໆນີ້ ສືບຕໍ່ຟີເຈີຍອດນິຍົມເທິງ Galaxy S Series ມາສູ່ Galaxy A Series ຕອກຢ້ຳວິໄສທັດຂອງຊຳຊຸງທີ່ຕ້ອງການໃຫ້ທຸກຄົນສາມາດເຂົ້າເຖິງປະສົບການ AI. ການອັບເດດໃນຄັ້ງນີ້ ຜູ້ໃຊ້ຈະໄດ້ສຳຜັດກັບປະສົບການການໃຊ້ AI ທີ່ສະຫຼາດຫຼາຍຂຶ້ນ ເປີດໃຊ້ງານ Gemini ໄດ້ງ່າຍໆ ພຽງແຕ່ກົດປຸ່ມຂ້າງຄ້າງ ກໍຈະພົບກັບ Awesome Intelligence ເທິງ Galaxy A Series ລຸ້ນຫຼ້າສຸດ ໄດ້ແກ່ Galaxy A56 5G, Galaxy A36 5G ແລະ Galaxy A26 5G ທີ່ມາພ້ອມຟີເຈີ AI ຍອດນິຍົມ ຊ່ວຍຍົກລະດັບປະສົບການມືຖື AI ປ່ຽນໃຫ້ການເຮັດສິ່ງຕ່າງໆໃນຊີວິດປະຈຳວັນສະດວກແລະເປັນທຳມະຊາດຫຼາຍຂຶ້ນ

ດ້ວຍຄວາມໂດດເດັ່ນທັງດ້ານປະສິດທິພາບແລະຄວາມຄຸ້ມຄ່າ ຫຼ້າສຸດ Galaxy A Series ກຽມມອບປະສົບການການໃຊ້ງານມືຖືທີ່ສະຫຼາດກວ່າເກົ່າ ຜ່ານການເຂົ້າເຖິງ Gemini ທີ່ງ່າຍຂຶ້ນ ໂດຍສາມາດສັ່ງງານດ້ວຍສຽງເພື່ອເຊັກຕາຕະລາງງານ, ຄົ້ນຫາຮ້ານອາຫານໃກ້ຄຽງ ຫຼືຈະຂໍຄຳແນະນຳເລື່ອງຂອງຂວັນວັນເກີດກໍສາມາດເຮັດໄດ້ ລວມເຖິງຍັງສາມາດສັ່ງງານຂ້າມແອັບພ໌ໄດ້ໃນຄຳສັ່ງດຽວ ເຊັ່ນ ຄົ້ນຫາຮ້ານອາຫານແລງໃນ Google Maps ແລະສົ່ງທີ່ຢູ່ໃຫ້ໝູ່ຜ່ານ Messages ຊຶ່ງການສັ່ງງານນີ້ຄອບຄຸມທັງແອັບພ໌ຂອງຊຳຊຸງ, Google ແລະແອັບພ໌ອື່ນໆທີ່ຮອງຮັບ

ທ່ານເຈ ຄິມ ຮອງປະທານບໍລິຫານແລະຫົວໜ້າສຳນັກງານປະສົບການລູກຄ້າ ທຸລະກິດ Mobile eXperience ຂອງບໍລິສັດ ຊຳຊຸງ ອິເລັກໂທຣນິກສ໌ ກ່າວວ່າ “ຊຳຊຸງ ແລະ Google ຮ່ວມມືກັນມອບປະສົບການການໃຊ້ງານ AI ທີ່ລື່ນໄຫຼ, ໃຊ້ງ່າຍ ແລະມີຄຸນຄ່າກັບຜູ້ຄົນ ເພື່ອເປີດໂອກາດໃຫ້ຜູ້ໃຊ້ເຂົ້າເຖິງເທັກໂນໂລຢີຫຼ້າສຸດໄດ້ຫຼາຍຂຶ້ນ ຊຶ່ງພວກເຮົາຕື່ນເຕັ້ນຢ່າງຫຼວງຫຼາຍທີ່ຜູ້ໃຊ້ Galaxy A Series ຈະສາມາດເປີດໃຊ້ງານ Gemini ໄດ້ໄວແລະເປັນທຳມະຊາດຫຼາຍຂຶ້ນພຽງແຕ່ກົດປຸ່ມຂ້າງ ຊຶ່ງຈະຊ່ວຍປ່ຽນໃຫ້ທຸກການໃຊ້ງານໃນທຸກຊ່ວງຈັງຫວະຊີວິດເປັນເລື່ອງສະຫຼາດກວ່າເກົ່າ”

ການເຂົ້າເຖິງ Gemini ໄດ້ໄວຂຶ້ນ ເຮັດໃຫ້ຄວາມຊ່ວຍເຫຼືອພ້ອມໃຊ້ໃນທຸກຊ່ວງເວລາຂອງຊີວິດປະຈຳວັນ ເຊັ່ນ ຢາກວາງແຜນມື້ແລງແບບຮີບດ່ວນ ກໍເຮັດໄດ້ງ່າຍໆພຽງເວົ້າວ່າ “ຫາຮ້ານອາຫານຝຣັ່ງທີ່ເປັນມິດກັບສັດລ້ຽງແລະມີບ່ອນນັ່ງເທິງລະບຽງໃກ້ໆ” Gemini ກໍຈະແນະນຳຮ້ານອາຫານຂຶ້ນມາຕາມຄຳສັ່ງພາຍໃນເວລາບໍ່ເທົ່າໃດວິນາທີ ຈາກນັ້ນສາມາດເລືອກສະຖານທີ່ທີ່ມັກແລະແຊຣ໌ກັບໝູ່ໄດ້ທັນທີ ໂດຍບໍ່ຕ້ອງພິມແມ່ນແຕ່ຄຳດຽວ

ການອັບເດດຊອຟແວຣ໌ນີ້ຈະເລີ່ມທະຍອຍປ່ອຍໃຫ້ອັບເດດທົ່ວໂລກສຳລັບໃນ Galaxy A Series ລຸ້ນທີ່ຮອງຮັບ ຕັ້ງແຕ່ຕົ້ນເດືອນພຶດສະພາເປັນຕົ້ນໄປ ສົນໃຈເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບ Galaxy A Series ໄດ້ທີ່ເວັບໄຊທ໌ Samsung

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ