Copy of site cover (40)
Google ໃກ້ບັນລຸຂໍ້ຕົກລົງກັບ Apple ນຳ Gemini ໃຫ້ບໍລິການໃນ iPhone
ຮຽບຮຽງໂດຍ:kaling
ເຜີຍແຜ່: 1 May, 2025

ຊີອີໂອ Google ຢືນຢັນວ່າ Google ຈະນຳ Gemini ມາໃຫ້ບໍລິການໃນ iPhone ຂອງ Apple ຢ່າງເປັນທາງການໃນຊ່ວງທ້າຍປີນີ້

ສຳນັກຂ່າວ The Verge ລາຍງານວ່າ Google ໃກ້ຈະບັນລຸຂໍ້ຕົກລົງກັບ Apple ໃນການນຳ Gemini ເຊິ່ງເປັນໂມເດລປັນຍາປະດິດ (AI) ມາຜະນວກເປັນສ່ວນໜຶ່ງໃນການໃຫ້ບໍລິການປັນຍາປະດິດໃນ iPhone. ໃນລະຫວ່າງການພິຈາລະນາຄະດີກ່ຽວກັບການຜູກຂາດຕະຫຼາດການຄົ້ນຫາເມື່ອວັນພຸດທີ່ຜ່ານມາ, ຊຸນດາ ພິຊາຍ ຊີອີໂອຂອງ Google ໄດ້ຢືນຢັນວ່າບໍລິສັດໜ້າຈະບັນລຸຂໍ້ຕົກລົງໃນການນຳ Gemini ກັບ Apple ໃນຊ່ວງກາງປີນີ້ ແລະ ຄາດວ່າຈະພ້ອມໃຫ້ບໍລິການໃນຊ່ວງທ້າຍປີ 2025

ຂໍ້ຕົກລົງໃນຄັ້ງນີ້ຄາດວ່າຈະເຮັດໃຫ້ Siri ລະບົບຜູ້ຊ່ວຍຂອງ Apple ສາມາດເອີ້ນໃຊ້ Gemini ເພື່ອຊ່ວຍຕອບຄຳຖາມທີ່ຊັບຊ້ອນຫຼາຍຂຶ້ນໄດ້, ຄ້າຍກັບການຜະນວກລວມທີ່ Apple ໄດ້ເຮັດໄປແລ້ວກັບ ChatGPT ຂອງ OpenAI

ກ່ອນໜ້ານີ້, ເຄຣກ ເຟເດຣິກີ ຮອງປະທານອາວຸໂສຂອງ Apple ເຄີຍກ່າວເຖິງແຜນການນຳ Gemini ມາໃສ່ໃນຟີເຈີ Apple Intelligence ເມື່ອເດືອນມິຖຸນາປີທີ່ແລ້ວ ຕອນທີ່ບໍລິການ AI ຂອງ Apple ເປີດຕົວຄັ້ງທຳອິດ, ໂດຍກ່າວວ່າ “ພວກເຮົາຕ້ອງການໃຫ້ຜູ້ໃຊ້ສາມາດເລືອກໂມເດລທີ່ຕ້ອງການໄດ້ໃນທ້າຍທີ່ສຸດ, ອາດຈະເປັນ Google Gemini ໃນອະນາຄົດ”

ຂໍ້ມູນຫຼ້າສຸດນີ້ເປັນການຕອບຄຳຖາມຂອງເວໂຣນິກາ ອອນເຢມາ ທະນາຍຄວາມຈາກກະຊວງຍຸຕິທຳສະຫະລັດໃນລະຫວ່າງການພິຈາລະນາຄະດີ. ພິຊາຍຕອບວ່າ “ຖືກຕ້ອງ” ເມື່ອຖືກຖາມກ່ຽວກັບແຜນການເຫຼົ່ານີ້. ທັງນີ້, ຊີອີໂອຂອງ Google ຍັງກ່າວດ້ວຍວ່າໄດ້ພົບກັບທິມ ຄຸກ ຊີອີໂອຂອງ Apple ເພື່ອຫາລືກ່ຽວກັບການພັດທະນາ AI, ໂດຍທີ່ຄຸກພະຍາຍາມທຳຄວາມເຂົ້າໃຈແຜນຂອງ Google ກ່ຽວກັບວິວັດທະນາການຂອງເຕັກໂນໂລຊີ AI ແລະ ສ່ວນໜຶ່ງຂອງການສົນທະນານັ້ນ ໄດ້ຫາລືກ່ຽວກັບການເຜີຍແຜ່ແອັບ Gemini ດ້ວຍ. ນອກຈາກນີ້, ພິຊາຍໄດ້ກ່າວເສີມວ່າ ຄຸກໄດ້ບອກກັບລາວວ່າຈະມີໂມເດລ AI ຈາກບໍລິສັດທີສາມ (Third-party) ເພີ່ມເຕີມເຂົ້າມາໃນ Apple Intelligence ພາຍໃນປີນີ້.

ທີ່ໜ້າສົນໃຈກໍຄື ເມື່ອເດືອນກຸມພາທີ່ຜ່ານມາ, ແອຣອນ ເພີຣິສ ນັກຂຽນດ້ານເຕັກໂນໂລຊີໄດ້ເປີດເຜີຍຜ່ານເວັບໄຊ MacRumors ວ່າໄດ້ພົບ “Google” ເປັນຕົວເລືອກໂມເດລ AI ສຳລັບ Apple Intelligence ໃນລະບົບປະຕິບັດການ iOS 18.4 Beta ອີກດ້ວຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ