ຄົນເກີດວັນອາທິດ:ການງານປັບປ່ຽນການດຳເນີນທຸລະກິດ ປະສົບຄວາມສຳເລັດ ການເງິນຈະໄດ້ເງິນຈາກຄວາມສາມາດຂອງຕົນເອງເຂົ້າມາ ຄວາມຮັກການເດີນທາງໄກມີໂອກາດໄດ້ພົບຮັກກັບຄົນທີ່ທ່ານມັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ6
ຄົນເກີດວັນຈັນ:ການງານ ເຮັດອາຊີບດ້ານເປັນນັກຂຽນໜັງສືຈະເຮັດໃຫ້ເກີດຊື່ສຽງ ການເງິນຈະໄດ້ເງີນແບບບໍ່ຄາດຝັນ ຈະມີຜູ້ໃຫຍ່ຊ່ວຍອຸປະຖໍາ ຄວາມຮັກມີໂອກາດພົບຄົົນທີ່ມີສະເໜ່ ຜິວສອງສີ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ3
ຄົນເກີດວັນອັງຄານ:ການງານປະສົບຄວາມສຳເລັດໃນການຕໍ່ລອງເຈລະຈາ ແລະ ໄດ້ພົບຮຸ້ນສ່ວນທີ່ດີ ການເງິນຈະໄດ້ເງິນເຂົ້າມາແບບບໍ່ທັນຕັ້ງໂຕເຂົ້າມາຊ່ວຍໃນເລື່ອງການເງິນທີ່ທ່ານມີບັນຫາຢູ່ ຄວາມຮັກຈະພົບຄົົນທີ່ໃຈດີມີສະເໜ່ ແຕ່ໃຫ້ລະວັງເລື່ອງອາລົມໃຈຮ້ອນຂອງທ່ານ ເຄື່ອງມຸງຄຸນ ຫິນນໍາໂຊກສີບົວ ສີມຸງຄຸນສີເຫຼືອງ ເລກນຳໂຊກ 2
ຄົນເກີດວັນພຸດ:ການງານພົບຄວາມກ້າວໜ້າຈະເລີນຮຸ່ງເຮືອງ ການເງິນມີໂຊກຈະໄດ້ເງິນເຂົ້າມາຫຼາຍຂຶ້ນ ຄວາມຮັກຈະພົບຮັກກັບຄົົນທີ່ສະຫຼຽວສະຫຼາດຊ່າງເວົ້າ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ5
ຄົນເກີດວັນພະຫັດ:ການງານຜູ້ໃຫຍ່ຈະອຸປະຖຳຊ່ວຍເຫຼືອໃຫ້ກ້າວໜ້າໃນດ້ານການງານ ການເງິນມີໂຊກຈະໄດ້ເງິນເຂົ້າມາແບບບໍ່ທັນຕັ້ງໂຕ ຄວາມຮັກ ພົບຄົນມີສະເໜ່ ໃຈຮ້ອນ ບໍ່ຄືໃຜ ເຂົ້າມາມັກມາຮັກ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກນຳໂຊກ8
ຄົນເກີດວັນສຸກ:ການງານວຽກງານຫຼາຍຂຶ້ນແຕ່ຈະໄດ້ຜົນຕອບແທນທີ່ຄຸ້ມຄ່າ ການເງິນມີໂຊກເຂົ້າມາແຕ່ກໍຕ້ອງຈ່າຍອອກໄປທັນທີ ຄວາມຮັກຈະພົບຄວາມສຳພັນທີ່ຫ່າງເຫີນ ແລະ ບໍ່ຊັດເຈນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີຟ້າ ເລກນຳໂຊກ 8
ຄົນເກີດວັນເສົາ:ການງານມີໂອກາດພົບການປ່ຽນແປງນຳພາໄປສູ່ຄວາມສຳເລັດ ການເງິນຕ້ອງເສຍເງິນເບິ່ງແຍງສ້ອມແປງເຄື່ອງໃຊ້ທີ່ເສຍຫາຍ ຄວາມຮັກອາດຕົກຢູ່ໃນສະຖານະການຮັກຊ້ອນ ກັບ ຄົນຮັກ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີສົ້ມ ເລກນຳໂຊກ1
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,502 | 21,712 |
![]() THB | 632.26 | 640.80 |
![]() EUR | 23.033 | 23,492 |
![]() CNY | 2,902 | 2,958 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |