343740372_765088138492667_6593646190167824858_n
ໜ່ວຍປະສານງານ ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຄຳມ່ວນ-ນະຄອນພະນົມປະຊຸມຮ່ວມຄັ້ງທີ 2
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 30 ເດືອນເມສາ, 2023

ການຢູ່ຮ່ວມກັນ ບົນຜືນດິນຕໍ່ແຜ່ນຄວາມສາມັກຄີຮ່ວມມືກັນ ແມ່ນມີຄວາມສຳຄັນ ແລະຈຳເປັນທີ່ສຸດ ເພື່ອເປັນເຈົ້າການເຝົ້າລະວັງຕໍ່ກຸ່ມຄົນບໍ່ຫວັງດີທີ່ກໍ່ຄວາມບໍສະຫງົບຕາມແນວຊາຍແດນໃຫ້ສະຫງົບປອດໄພ.

ກອງປະຊຸມພົບປະແລກປ່ຽນສະພາບ ຄັ້ງທີ II ປະຈຳປີ 2023 ລະຫວ່າງຄະນະຜູ້ແທນ ໜ່ວຍປະສານງານ ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແຂວງຄຳມ່ວນ ສປປ ລາວ ກັບ ຈັງຫວັດນະຄອນພະນົມ (ຣາຊາອານາຈັກໄທ) ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2023 ທີ່ຜ່ານມາ, ເຊິ່ງແຂວງຄຳມ່ວນເປັນເຈົ້າພາບ, ຝ່າຍລາວ ມີ ທ່ານ ພັອ. ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍຄະນະພັກ, ຄະນະບັນຊາ ກຳລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບແຂວງ, ຝ່າຍໄທ ມີທ່ານ ພັອ. ວໍລະວຸດ ສຳລານ ຜູ້ບັງຄັບການ ກອງບັງຄັບການຄວບຄຸມທີ I ກອງກຳລັງສຸລະສັກມົນຕີ ( ກົມທະຫານຮາບທີ 3 ) ພ້ອມດ້ວຍຄະນະ, ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຄະນະຜູ້ແທນທັງສອງຝ່າຍ ຕ່າງກໍ່ໄດ້ຜັດປ່ຽນກັນ ຂຶ້ນລາຍງານສະພາບການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍໄດ້ປຶກສາຫາລືຮ່ວມກັນ, ອະທິບາຍຊີ້ແຈ້ງບາງເຫດການທີ່ເກີດຂຶ້ນລຽບຕາມບໍລິເວນຊາຍແດນ ໃຫ້ຄະນະໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນ ລາວ – ໄທ,ໄທ – ລາວ ເພື່ອຮັບຮູ້ ແລະ ຄົ້ນຄວ້າຫາວິທີແກ້ໄຂຮ່ວມກັນ ເພື່ອເຮັດໃຫ້ຊາຍແດນມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ຢູ່ລຽບຕາມບໍລິເວນຊາຍແດນ ແຂວງຄຳມ່ວນ ແລະ ຈັງຫວັດນະຄອນພະນົມ ເວົ້າລວມ, ເວົ້າສະເພາະ ແມ່ນເພື່ອເປັນການຄວບຄຸມ, ສະກັດກັ້ນ, ປາບປາມ ແລະ ແກ້ໄຂບັນຫາຢາເສບຕິດລຽບຕາມພື້ນທີ່ຊາຍແດນໃຫ້ມີຄວາມສະຫງົບປອດໄພ.

ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈ ແລະ ແນວທາງການຮ່ວມມື ແລະ ກໍານົດການປະຕິບັດໜ້າທີ່ຕ່າງໆ ໃຫ້ມີຄວາມສອດຄ່ອງເຊິ່ງກັນ ແລະ ກັນ ໄປສູ່ການຮ່ວມມືໃນການແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນລາວ – ໄທ ໃຫ້ເກີດມີປະສິດຕິພາບໃນຂອບເຂດດັ່ງກ່າວ, ແນໃສ່ເຮັດໃຫ້ຊາຍແດນທັງສອງປະເທດມີສະຖຽນລະພາບ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ.

ກອງປະຊຸມທັງສອງຝ່າຍຍັງໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ໃນການປະຕິບັດງານ ປີ 2023 ໃຫ້ມີການພົບປະປຶກສາຫາລືຮ່ວມກັນຢ່າງເປັນທາງການ ລະຫວ່າງໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນລາວ – ໄທ, ໄທ – ລາວ ໂດຍຜັດປ່ຽນກັນເປັນເຈົ້າພາບ ທັງສອງຝ່າຍເຫັນດີເປັນເອກະພາບດຳເນີນການລາດຕະເວນຮ່ວມກັນ, ເຫັນດີເປັນເອກະພາບຈັດກອງປະຊຸມພົບປະແລກປ່ຽນສະພາບ ແລະ ຖອດຖອນບົດຮຽນຮ່ວມກັນ, ສືບຕໍ່ເປັນເຈົ້າການປະສານງານຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ບັນດາເປົ້າໝາຍການຄ້າຂາຍທີ່ຜິດຕໍ່ລະບຽບກົດໝາຍ ແລະ ບັນຫາອື່ນໆອີກຈໍານວນໜຶ່ງ. ໃນໂອກາດດັ່ງກ່າວ ຄະນະຜູ້ແທນທັງສອງຝ່າຍ ກໍ່ໄດ້ແລກປ່ຽນກັນມອບຂອງຂວັນເພື່ອເປັນທີ່ລະນຶກຮ່ວມກັນຕື່ມອີກ.

ຂ່າວຈາກ: ແຂວງຄຳມ່ວນ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (65)
ແມ່ຕົກໃຈ ປ່ອຍລູກສາວໄປຫຼິ້ນຢູ່ທາງນອກ ລູກກັບມາພ້ອມຂອງຫຼິ້ນອັນໃໝ່ ແມ່ເຫັນເກືອບເປັນລົມ
ດວງ-Tou-Vientianepost (63)
ອັນຕະລາຍ ໝໍແລັບເຕືອນອາກາດຮ້ອນ ຢ່າວາງນ້ຳອັດລົມໄວ້ໃນລົດ ເຮັດໃຫ້ລະເບີດແຮງກະຈົກແຕກ
ດວງ-Tou-Vientianepost (61)
ເຫດຍິງໄວກາງຄົນເສຍຊີວິດ ປິດສະໜາຄາຂຸມທີ່ຂຸດເອົາມັນປ່າ
ດວງ-Tou-Vientianepost (59)
ລາວ ແລະ ມາເລເຊຍ ຮ່ວມລົງນາມຊື້-ຂາຍພະລັງງານໄຟຟ້າ
ດວງ-Tou-Vientianepost (57)
ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ຈໍເຈຍ Gorgia
ດວງ-Tou-Vientianepost
ດວງລາຍວັນປະຈໍາວັນສຸກ ທີ 26 ພຶດສະພາ 2023 ຕາມແຕ່ລະວັນເກີດ
ດວງ-Tou-Vientianepost (54)
ເຈົ້າສາວແປກໃຈວ່າເຈົ້າບ່າວໜີງານແຕ່ງ ສຸດທ້າຍນຳຈົນເຈິ ລາກເຈົ້າບ່າວກັບຄືນສູ່ພິທີ ພ້ອມນັ່ງຄໍຕົກ ແລະ ເລົ່າຄຳສາບານ
ດວງ-Tou-Vientianepost (52)
ສາວຈັບໄດ້ແຟນນອກໃຈ ບໍ່ໂວຍວາຍ ແຖມໄປເຄຍກັບກິກໃຫ້ ເຜີຍເຫດພ້ອມຮັບໄດ້ຮັກກັນ 3 ຄົນ
ດວງ-Tou-Vientianepost (50)
ເມຍຕົກໃຈ! ເປີດປະຕູມາເຈິຂອງຂວັນວັນເກີດອັນໃຫຍ່ຈາກຜົວແລະລູກ ມີເງິນເປັນພັນລ້ານກໍ່ບໍ່ສາມາດຊື້ມັນໄດ້
ດວງ-Tou-Vientianepost (48)
ເຈົ້າແຂວງຄຳມ່ວນມອບພາຫະນະຮັບໃຊ້ໃຫ້ ປກສ ແຂວງ
ຢ່າລື່ມກົດຕິດຕາມ