Copy of site cover (17)
ກູເກິລ Play Store ລຶບແອັບຄັ້ງໃຫຍ່ ລົບແອັບລິເຄຊັນໄປກວ່າລ້ານແອັບ
ຮຽບຮຽງໂດຍ:kaling
ເຜີຍແຜ່: 9 May, 2025

ແພລດຟອມ Play Store ຂອງກູເກິລໄດ້ດຳເນີນການປັບປຸງຄັ້ງໃຫຍ່ ໂດຍມີແອັບລິເຄຊັນຫຼາຍກວ່າລ້ານແອັບຫາຍໄປຈາກແພລດຟອມ

ຈາກການວິເຄາະຂອງບໍລິສັດ Appfigures ເປີດເຜີຍວ່າ ຕະຫຼາດແອັບລິເຄຊັນໃນລະບົບປະຕິບັດການ Android ມີຈຳນວນແອັບລິເຄຊັນຫຼຸດລົງຢ່າງມີຄວາມສຳຄັນ. ຂໍ້ມູນລະບຸວ່າ Google Play Store ມີຈຳນວນແອັບຫຼຸດລົງຈາກປະມານ 3.4 ລ້ານແອັບໃນຊ່ວງຕົ້ນປີ 2024 ເຫຼືອພຽງແຕ່ 1.8 ລ້ານແອັບໃນປັດຈຸບັນ

ຈາກຕົວເລກຂ້າງເທິງ ໝາຍຄວາມວ່າ ແອັບລິເຄຊັນຫາຍໄປເຖິງ 47 ເປີເຊັນ. ສິ່ງທີ່ໜ້າສົນໃຈແມ່ນ ສະຖານະການນີ້ບໍ່ໄດ້ເກີດຂຶ້ນກັບຮ້ານຄ້າອື່ນໆ ໂດຍ Apple Store ຂອງແອັບເປິລໃນລະບົບປະຕິບັດການ iOS ກັບມີຈຳນວນແອັບລິເຄຊັນເພີ່ມຂຶ້ນເລັກນ້ອຍ ຈາກ 1.6 ລ້ານແອັບເປັນ 1.64 ລ້ານແອັບ

ໂດຍປົກກະຕິແລ້ວ ການທີ່ແອັບໃນ Play Store ຫຼຸດລົງໄປຫຼາຍຂະໜາດນີ້ຄວນຈະເປັນສັນຍານເຕືອນໄພ ແຕ່ການຫຼຸດຈຳນວນແອັບອາດສົ່ງຜົນດີຕໍ່ຜູ້ໃຊ້ງານລະບົບປະຕິບັດການ Android ທົ່ວໂລກ. ດ້ວຍຄັງແອັບທີ່ນ້ອຍລົງ ເຮັດໃຫ້ຜູ້ໃຊ້ງານອາດຈະຄົ້ນຫາແອັບລິເຄຊັນທີ່ມີຄຸນນະພາບສູງໄດ້ງ່າຍຂຶ້ນ. ນອກຈາກນີ້ຍັງສົ່ງຜົນດີຕໍ່ນັກພັດທະນາແອັບລິເຄຊັນດ້ວຍ ເພາະຈະຊ່ວຍໃຫ້ແອັບຂອງນັກພັດທະນາຖືກມອງເຫັນຫຼາຍຂຶ້ນ

ເມື່ອປີທີ່ແລ້ວ ກູເກິລໄດ້ປະກາດຄວາມຕັ້ງໃຈທີ່ຈະຍົກລະດັບມາດຕະຖານຄຸນນະພາບຂັ້ນຕໍ່າສຳລັບແອັບລິເຄຊັນໃນ Play Store. ນະໂຍບາຍໃໝ່ທີ່ປັບປຸງໃໝ່ໄດ້ຂະຫຍາຍຂອບເຂດຄຸນນະພາບຂອງແອັບຫຼາຍກວ່າການລົບແອັບທີ່ມີຂໍ້ບົກພ່ອງທາງເຕັກນິກ ເຊັ່ນ ແອັບທີ່ຕິດຕັ້ງບໍ່ໄດ້ ຫຼື ແອັບເດັ້ງ ແຕ່ຄອບຄຸມເຖິງແອັບທີ່ສະແດງຟັງຊັນການເຮັດວຽກແລະເນື້ອໃນທີ່ຈຳກັດດ້ວຍ.

ຂໍ້ມູນຂ່າວຈາກ: TechCrunch

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ