Copy of site cover (52)
ຕ້ອງແຊມປ໌ເທົ່ານັ້ນ! ອາໂມຣິມ ອອກມາກ່າວວ່າ ແມນຢູ ເຂົ້າຊິງບໍ່ມີຄວາມໝາຍຫາກບໍ່ໄດ້ແຊມປ໌
ຮຽບຮຽງໂດຍ:kaling
ເຜີຍແຜ່: 9 May, 2025
ໝວດ: ກິລາ

ຣູເບນ ອາໂມຣິມ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ປຸກເຣ້າລູກທີມຫຼັງທີມຊະນະ ແອທເລຕິກ ບິນເບົາ ທະລຸເຂົ້າຊິງ ຢູໂຣປ້າ ລີກ

ຣູເບນ ອາໂມຣິມ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ທີມຍັກໃຫຍ່ໃນສຶກພຣີເມຍລີກອັງກິດ ອອກມາສະແດງຄວາມຍິນດີທີ່ລູກທີມໄດ້ເຂົ້າຊິງ ຢູໂຣປ້າ ລີກ ຫຼັງເອົາຊະນະ ແອທເລຕິກ ບິນເບົາ ຄູ່ແຂ່ງອັນດັບ 4 ຈາກສຶກ ລາລີກ້າ ສະເປນ ໄປ 4-1 ໂດຍເຂົ້າຮອບດ້ວຍຜົນສະກໍຣວມ 7-1 ໂດຍປຸກເຣ້າລູກທີມ ຜົນງານດັ່ງກ່າວຈະບໍ່ມີຄວາມໝາຍ ຫາກບໍ່ສາມາດຄວ້າແຊມປ໌

ຢ່າງໃດກໍຕາມຈາກການຊະນະ ແອທເລຕິກ ບິນເບົາ ເຮັດໃຫ້ທີມ “ປີສາດແດງ” ຕ້ອງຕັດສິນສຶກຊິງດຳກັບ ທັອດແນ່ມ ຮັອດສະເປີ ທີມຈາກລີກດຽວກັນ ໂດຍຫາກເອົາຊະນະໄດ້ພວກເຂົາຈະໄດ້ໂຄວຕ້າໄປ ຢູຟ່າ ແຊມເປີ້ຍນສ໌ລີກ ທັນທີ ແມ້ອັນດັບຈະຢູ່ທີ່ 15 ກໍຕາມ

ຈາກການທີ່ທີມ “ປີສາດແດງ” ເຂົ້າຊິງກັບທາງທັບ “ໄກ່ເດືອຍທອງ” ນັ້ນເຮັດໃຫ້ ອາໂມຣິມ ອອກມາກ່າວວ່າ “ມັນຄືຜົນງານເລັກນ້ອຍສຸດທີ່ພວກເຮົາສາມາດຕອບແທນແຟນບອນ ສຳລັບແຮງສະໜັບສະໜູນຕະຫຼອດລະດູການຍາກລຳບາກ ຂ້ອຍເນັ້ນຍ້ຳໄປແລ້ວ ຫາກບໍ່ຊະນະໃນນັດຊິງ ມັນຈະບໍ່ມີຄວາມໝາຍອະຫຍັງ ແຕ່ພວກເຮົາຍັງມີຄວາມສຸກທີ່ໄດ້ໄປທີ່ນັ້ນ

ຂ້ອຍຮູ້ວ່າຕົວເອງຄວນເປັນຜູ້ຈັດການທີ່ດີຂຶ້ນ ແລະ ທີມຄວນຫຼິ້ນໄດ້ດີຂຶ້ນ ແຕ່ພວກເຮົາກຳລັງພະຍາຍາມກັນຢູ່ ພວກເຮົາເຮັດໄດ້ດີໃນ ຢູໂຣປ້າ ລີກ ແຕ່ເຈີຫາບັນຫາໃນ ພຣີເມຍ ລີກ ຂ້ອຍມີຄວາມສຸກຫຼາຍທີ່ ເມີສັນ ເມົາທ໌ ຍິງສອງປະຕູ ລາວຄືຜູ້ຫຼິ້ນຄຸນນະພາບທີ່ເຮັດວຽກໜັກທຸກມື້ ທັງການຝຶກຊ້ອມ, ກິນອາຫານ ແລະ ດູແລຮ່າງກາຍ”

ເມື່ອມີຜູ້ຫຼິ້ນແບບ ເມົາທ໌ ຢູ່ໃນທີມ ທ່ານແຄ່ຕ້ອງການຊ່ວຍເຫຼືອ ລາວສົມບູນແບບກັບຕຳແໜ່ງທີ່ພວກເຮົາວາງໄວ້ ເພາະລາວເປັນທັງມິດຟິວ ແລະ ວິ່ງໄດ້ຄືກັນກັບຜູ້ຫຼິ້ນປີກ ຄັອບບີ້ ໄມນູ ລົງມາແຄ່ 10 ນາທີ ແຕ່ເຮັດທຸກຢ່າງໄດ້ດີຫຼາຍ ເມື່ອມີຕົວເລືອກໃນມ້ານັ່ງຫຼາຍຂຶ້ນ ທ່ານສາມາດໃຊ້ປ່ຽນເກມ ແລະ ຜັກດັນທີມເພື່ອຊ່ວຍໃຫ້ຊະນະເກມ

ຂ້ອຍແຄ່ກັງວົນເລື່ອງພະຍາຍາມຫຼີກລ່ຽງອາການເຈັບໃນເກມຕໍ່ໄປ ພວກເຮົາຕ້ອງມີຜູ້ຫຼິ້ນສົມບູນເຕັມທີ່ໃນນັດຊິງ ພວກເຮົາຕ້ອງພະຍາຍາມຢູ່ໃນເກມ, ອາໄສໂຊກບາງສ່ວນ ແລະ ມີຄວາມຄົມ ອັງເກ້ ປອສເຕໂກກລູ ລາວນັ້ນມີສະຖານະການຄ່ອນຂ້າງຄ້າຍຂ້ອຍ ພວກເຮົາຕ່າງເຈີຊ່ວງທີ່ຍາກ ແລະ ຕ້ອງມີໃຜຄົນໜຶ່ງເປັນຜູ້ຊະນະ ພວກເຮົາຈະພະຍາຍາມເປັນທີມນັ້ນ”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ