site-cover (64)
ຜູ້ບໍລິຫານເອໄອຢ້ຳສະຫະລັດຕ້ອງເພີ່ມສົ່ງອອກຊິບຈຶ່ງຈະນຳໜ້າຈີນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 9 May, 2025

ວໍຊິງຕັນ 9 ພຶດສະພາ – ຜູ້ບໍລິຫານບໍລິສັດດ້ານເທັກໂນໂລຢີປັນຍາປະດິດຫຼືເອໄອ (AI) ຊັ້ນນຳໃນສະຫະລັດລະບຸວ່າ ເຖິງແມ່ນວ່າສະຫະລັດຍັງຄົງເປັນຜູ້ນຳໃນການແຂ່ງຂັນເອໄອ ແຕ່ສະຫະລັດຈະຕ້ອງປັບປຸງໂຄງສ້າງພື້ນຖານ ແລະ ເພີ່ມການສົ່ງອອກຊິບເອໄອ ຈຶ່ງຈະສາມາດຮັກສາການນຳໜ້າຈີນໄດ້ຕໍ່ໄປ

 

ປະທານເຈົ້າໜ້າທີ່ບໍລິຫານຫຼືຊີອີໂອຂອງບໍລິສັດເອໄອລາຍໃຫຍ່ ເຊັ່ນ: ທ່ານແຊມ ອັລຕ໌ແມນ ຊີອີໂອໂອເພັນເອໄອ (OpenAI) ຜູ້ພັດທະນາແຊັດຈີພີທີ (ChatGPT) ທ່ານນາງລິຊາ ຊູ ຊີອີໂອເອເອັມດີ (AMD) ຜູ້ຜະລິດຊິບເອໄອ ໃຫ້ການຕໍ່ຄະນະກຳມາທິການການພານິດໃນວຸດທິສະພາສະຫະລັດເມື່ອວານນີ້ ຊຶ່ງມີ ສວ.ເທັດ ຄຣູຊ ລັດເທັກຊັສຈາກພັກລີພັບລິກັນເປັນປະທານຄະນະກຳມາທິການຯ.

 

ທ່ານອັລຕ໌ແມນກ່າວວ່າ ເພິ່ນເຊື່ອວ່ານະວັດຕະກຳຂອງສະຫະລັດຈະເຮັດໃຫ້ຄວາມກ້າວໜ້າທາງສັງຄົມທີ່ເກີດຈາກເອໄອມີການພັດທະນາຢ່າງວ່ອງໄວພາຍໃນບໍ່ເທົ່າໃດປີ ແຕ່ການລົງທຶນດ້ານໂຄງສ້າງພື້ນຖານຍັງຄົງເປັນເລື່ອງຈຳເປັນ ຄອບຄຸມຕັ້ງແຕ່ເລື່ອງສູນຂໍ້ມູນຫຼືດາຕ້າເຊັນເຕີທີ່ສາມາດເກັບເຊີບເວີໄດ້ຫຼາຍຂຶ້ນ ໄປຈົນເຖິງສະຖານີໄຟຟ້າທີ່ປ້ອນໄຟຟ້າໃຫ້ແກ່ເຄື່ອງຄຳນວນໃຊ້ພະລັງງານສູງທີ່ຈຳເປັນຕໍ່ການເຮັດວຽກຂອງເອໄອ.

 

ສວ.ເທັດ ຄຣູຊ 
 

ຄະນະກຳມາທິການຯ ກຳລັງຫາທາງຕັດຫຼຸດອຸປະສັກດ້ານກົດລະບຽບທີ່ມີຕໍ່ເອໄອຂອງສະຫະລັດ ຫຼັງຈາກເມື່ອປີທີ່ແລ້ວດີບຊີກ (DeepSeek) ບໍລິສັດເອໄອຂອງຈີນສ້າງແຮງສັ່ນສະເທືອນໃຫ້ແກ່ວົງການເອໄອທົ່ວໂລກ ດ້ວຍການເປີດຕົວແອັບພລິເຄຊັນຜູ້ຊ່ວຍເອໄອຄຸນນະພາບສູງລາຄາຈັບຕ້ອງໄດ້.

 

ເຮັດໃຫ້ອຸດສາຫະກຳເທັກໂນໂລຢີສະຫະລັດໃຊ້ໂອກາດນີ້ຮຽກຮ້ອງໃຫ້ລັດຖະບານປະທານາທິບໍດີໂດນັລ ທຣຳອອກນະໂຍບາຍທີ່ເກື້ອໜູນທຸລະກິດໃຫ້ຫຼາຍຂຶ້ນ ເຊັ່ນ ຜ່ອນຄາຍມາດຕະການຈຳກັດການສົ່ງອອກຊິບເອໄອ ໂດຍໃຫ້ເຫດຜົນວ່າ ການສົ່ງເສີມໃຫ້ເອໄອທີ່ສະທ້ອນເຖິງຄຸນຄ່າທາງປະຊາທິປະໄຕໄດ້ຮັບການໃຊ້ງານຢ່າງກວ້າງຂວາງທົ່ວໂລກ ຖືເປັນຜົນປະໂຫຍດແຫ່ງຊາດຂອງສະຫະລັດ.

 

ລັດຖະບານສະຫະລັດສະໄໝອະດີດປະທານາທິບໍດີໂຈ ໄບເດັນໄດ້ອອກມາດຕະການຊຸດໃໝ່ ຫວັງປິດກັ້ນຈີນບໍ່ໃຫ້ເຂົ້າເຖິງຊິບແລະສັກຍະພາບເອໄອຂອງສະຫະລັດ ເນື່ອງຈາກເກງວ່າຈີນຈະນຳໄປໃຊ້ເສີມສ້າງສັກຍະພາບທາງທະຫານ. 

ລັດຖະບານທຣຳສານຕໍ່ແນວທາງນີ້ ດ້ວຍການອອກຂໍ້ກຳນົດໃໝ່ເລື່ອງການອອກໃບອະນຸຍາດໃຫ້ແກ່ການສົ່ງອອກຊິບເອໄອທີ່ຜະລິດໂດຍເອັນວິເດຍ (Nvidia) ແລະ ເອເອັມດີ ໄປຍັງຈີນ ເນື່ອງຈາກມີບໍລິສັດຫາທາງຫຼົບຫຼີກມາດຕະການຈຳກັດການສົ່ງອອກທີ່ບັງຄັບໃຊ້ກ່ອນໜ້ານີ້.

 

ເຖິງຢ່າງໃດກໍ່ດີ ລັດຖະບານທຣຳມີແຜນຈະຍົກເລີກແລະແທນທີ່ມາດຕະການຈຳກັດການສົ່ງອອກຊິບເອໄອທີ່ລັດຖະບານໄບເດັນປະກາດໃຊ້ໃນຊ່ວງໃກ້ໝົດວາລະ ຊຶ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 15 ພຶດສະພາທີ່ຈະເຖິງນີ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ