Copy of site cover (18)
Grand Theft Auto 6 ເປີດເຜີຍຕົວຢ່າງ Vice City ພ້ອມດ້ວຍລາຍລະອຽດບາງສ່ວນຂອງເນື້ອເລື່ອງ
ຮຽບຮຽງໂດຍ:kaling
ເຜີຍແຜ່: 9 May, 2025

ເຫຼືອເວລາອີກພຽງປີດຽວເທົ່ານັ້ນທີ່ເກມ GTA 6 ຈະວາງຈຳໜ່າຍ ໂດຍມີກຳນົດການເປີດຕົວ 26 ພຶດສະພາ ເທິງແພລດຟອມເຄື່ອງຫຼິ້ນເກມຄອນໂຊລ ນຳໂດຍ PlayStation 5, Xbox Series X ແລະ Xbox Series S

ມື້ວານນີ້ ຣັອກສະຕາ (Rockstar) ໄດ້ປ່ອຍຕົວຢ່າງທີສອງຂອງເກມ Grand Theft Auto 6 ຫຼື GTA 6 ຫຼັງຈາກທີ່ໄດ້ຫ່າງຫາຍໄປຈາກຕົວຢ່າງທຳອິດເປັນເວລາຫຼາຍປີ

ໃນຕົວຢ່າງໃໝ່ທີ່ປ່ອຍອອກມານີ້ ໄດ້ໃຊ້ພາບຈາກເຄື່ອງເກມ PS5 ພ້ອມກັບນຳສະເໜີຮູບລັກສະນະໃໝ່ໆ ຂອງເມືອງ Vice City (ເມືອງຈຳລອງຈາກເມືອງໄມອາມີ ສະຫະລັດອາເມລິກາ) ລວມເຖິງການກ່າວເຖິງຕົວລະຄອນຫຼັກຂອງເກມຄື Jason ແລະ Lucia ນອກຈາກນີ້ຍັງມີການເປີດເຜີຍລາຍລະອຽດເນື້ອເລື່ອງເບື້ອງຕົ້ນ ໂດຍເນັ້ນໄປທີ່ Jason ແລະ Lucia ທີ່ຢູ່ທ່າມກາງທິດສະດີສົມຮູ້ຮ່ວມຄິດທີ່ແຜ່ຂະຫຍາຍໄປທົ່ວລັດ Leonida

ໃນຕົວຢ່າງທີສອງນີ້ ພວກເຮົາຈະໄດ້ເຫັນ Jason ທີ່ເດີນທາງຜ່ານສະຖານທີ່ທີ່ມີແດດຈ້າຫຼາຍແຫ່ງໃນ Vice City ກ່ອນທີ່ຈະໄປຮັບ Lucia ອອກຈາກເຮືອນຈຳໃນທີ່ສຸດ

ຈາກນັ້ນກໍເປັນໄປຕາມສະໄຕລ໌ຂອງເກມ GTA ທຸກພາກທີ່ຕົວເອກຕ້ອງໄປພົວພັນກັບອາຊະຍາກຳ ແລະ ອາຊະຍາກອນ ແລະ ຕາມມາດ້ວຍຕົວລະຄອນປະກອບທີ່ມາພ້ອມກັບສີສັນ

ໃນສ່ວນຄຳອະທິບາຍເນື້ອເລື່ອງ ມີໃຈຄວາມວ່າ Jason ແລະ Lucia ຮູ້ດີມາຕະຫຼອດວ່າພວກເຂົາມີແຕ່ເສຍປຽບ ແຕ່ເມື່ອວຽກງ່າຍໆ ເກີດຜິດພາດ ພວກເຂົາກໍພົບວ່າຕົວເອງຢູ່ໃນດ້ານທີ່ມືດມົນທີ່ສຸດຂອງສະຖານທີ່ທີ່ມີແດດຈ້າທີ່ສຸດໃນສະຫະລັດອາເມລິກາ ທ່າມກາງທິດສະດີສົມຮູ້ຮ່ວມຄິດທີ່ແຜ່ຂະຫຍາຍໄປທົ່ວລັດ Leonida ນັ້ນເຮັດໃຫ້ພວກເຂົາຕ້ອງເພິ່ງພາກັນແລະກັນຫຼາຍກວ່າທີ່ເຄີຍ ຫາກຕ້ອງການທີ່ຈະມີຊີວິດລອດ

ທີ່ໜ້າສົນໃຈກໍຄື ເວັບໄຊທ໌ຢ່າງເປັນທາງການຂອງ GTA 6 ໄດ້ຮັບການອັບເດດຮູບພາບ ແລະ ອາດເວີກໃໝ່ໆ ຫຼາຍຢ່າງ ລວມເຖິງຂໍ້ມູນເຊິງເລິກເພີ່ມເຕີມກ່ຽວກັບ Jason ແລະ Lucia ຊຶ່ງເປັນຕົວລະຄອນຫຼັກຂອງພາກນີ້

Jason ຖືກອະທິບາຍວ່າເປັນຄົນທີ່ຕ້ອງການຊີວິດທີ່ງ່າຍສະບາຍ ແຕ່ລົງເອຍດ້ວຍການເຮັດວຽກໃຫ້ກັບຂະບວນການຄ້າຢາເສບຕິດໃນທ້ອງຖິ່ນຫຼັງຈາກໃຊ້ເວລາຢູ່ໃນກອງທັບມາໄລຍະໜຶ່ງ ຊຶ່ງການໄດ້ພົບກັບ Lucia ອາດເປັນສິ່ງທີ່ດີທີ່ສຸດຫຼືຮ້າຍແຮງທີ່ສຸດທີ່ເຄີຍເກີດຂຶ້ນກັບລາວ
ທາງດ້ານ Lucia ໄດ້ຖືກສັ່ງສອນໂດຍພໍ່ຂອງລາວວ່າຕ້ອງເປັນນັກສູ້ຕັ້ງແຕ່ເດັກ ແຕ່ລາວກໍລົງເອຍດ້ວຍການຢູ່ໃນເຮືອນຈຳ ຫຼັງຈາກຕໍ່ສູ້ເພື່ອຄອບຄົວຂອງລາວ ໂຊກຊ່ວຍລ້ວນໆ ທີ່ເຮັດໃຫ້ລາວອອກມາໄດ້ ແລະ Lucia ໄດ້ຮຽນຮູ້ບົດຮຽນຂອງລາວແລ້ວ

ເຖິງຢ່າງໃດກໍຕາມ Lucia ຕ້ອງການຊີວິດທີ່ດີຢ່າງທີ່ແມ່ຂອງລາວຝັນມາຕັ້ງແຕ່ສະໄໝທີ່ພວກເຂົາຍັງຢູ່ໃນ Liberty City (ເມືອງສົມມຸດອີກແຫ່ງໜຶ່ງໃນຈັກກະວານ GTA) ແຕ່ແທນທີ່ຈະເປັນຈິນຕະນາການໄຮ້ສາລະ Lucia ກຽມພ້ອມທີ່ຈະຈັດການເລື່ອງຕ່າງໆ ດ້ວຍຕົວເອງ ມຸ່ງໝັ້ນໃນແຜນຂອງລາວເອງ ແລະ ພ້ອມທີ່ຈະແລກກັບທຸກສິ່ງທຸກຢ່າງ

ຕົວຢ່າງຂອງເກມ GTA 6 ຖືກປ່ອຍອອກມາຫຼັງຈາກທີ່ຣັອກສະຕາ ເກມ ເພິ່ງປະກາດເລື່ອນການວາງຈຳໜ່າຍເກມອອກໄປ ຊຶ່ງເລື່ອງນີ້ເປັນໄປຕາມຄາດຂອງເກມເມີທົ່ວໂລກຢູ່ແລ້ວວ່າຣັອກສະຕາໜ້າຈະຕ້ອງເລື່ອນການວາງຈຳໜ່າຍອອກໄປ ເພາະຕົວເກມຍັງບໍ່ມີທີທ່າທີ່ຈະພັດທະນາສຳເລັດສົມບູນ ໂດຍທີ່ການວາງຈຳໜ່າຍຈະເລື່ອນໄປຈາກກຳນົດການເດີມອີກ 17 ເດືອນ

Grand Theft Auto 6 ພ້ອມວາງຈຳໜ່າຍ 26 ພຶດສະພາ 2026 ເທິງແພລດຟອມ PlayStation 5, Xbox Series X ແລະ Xbox Series S

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ