Tou-Vientianepost (6)
ແຈ້ງການ ໂຈະການເຄື່ອນໄຫວທຸລະກິດຮ້ານແລກປ່ຽນເງິນຕາ 26 ຮ້ານໃນແຂວງ ຈຳປາສັກ
ຮຽບຮຽງໂດຍ:Staff
ເຜີຍແຜ່: 30 April, 2023

ວັນທີ 25 ເມສາ 2023 ຜ່ານມາ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈຳປາສັກ (ເຈົ້າໜ້າທີ່ທະບຽນວິສາຫະກິດ) ໄດ້ອອກແຈ້ງການເລກທີ 754/ພອຄ.ຈສ ເພື່ອແຈ້ງມາຍັງພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວແຂວງ ຈໍາປາສັກ ແລະ ວິສາຫະກິດທີ່ຖືກຖອນໃບອະນຸຍາດດໍາເນີນທຸລະກິດ

ແລກປ່ຽນເງິນຕາຊາບ ວ່າ: ໃຫ້ໂຈະການເຄື່ອນໄຫວທຸລະກິດຕໍ່ວິສາຫະກິດທີ່ຖືກຖອນໃບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຈໍານວນ 26 ຫົວໜ່ວຍ ຕາມສະໂນດນໍາສົ່ງຈາກ ສາຂາທະນາຄານແຫ່ງ ສປປ ລາວ ພາກໃຕ້ ແຂວງ ຈໍາປາສັກຄື:

ຮ້ານ ນາງເຢັນລີ ແລກປ່ຽນເງິນຕາ , ຮ້ານ ນາງ ບົວວັນ ແລກປ່ຽນເງິນຕາ , ຮ້ານ ນາງ ເກດສະໜາ ແລກປ່ຽນເງິນຕາ , ຮ້ານ ຈະເລີນຊັບ ແລກປ່ຽນເງິນຕາ
ຮ້ານ ມະໄລທອງ ແລກປ່ຽນເງິນຕາ , ຮ້ານ ສະນັ່ນ ແລກປ່ຽນເງິນຕາ , ຮ້ານ ປີຍະນຸດ ແລກປ່ຽນເງິນຕາ , ຮ້ານ ສົມໄມ ແລກປ່ຽນເງິນຕາ , ຮ້ານ ອາລິຕາ ແລກປ່ຽນເງິນຕາ

ຮ້ານ ຄໍາໝັ້ນ ແລກປ່ຽນເງິນຕາ , ຮ້ານ ນາງ ສີຟອງ ແລກປ່ຽນເງິນຕາ , ຮ້ານ ກັນທະນູສິນ ແລກປ່ຽນເງິນຕາ , ຮ້ານ ວິນັດ ແລກປ່ຽນເງິນຕາ , ຮ້ານ ທອນພູ ແລກປ່ຽນເງິນຕາ , ຮ້ານ ຄໍາວິເສດ ແລກປ່ຽນເງິນຕາ , ຮ້ານ ຄໍາປານ ແລກປ່ຽນເງິນ , ຮ້ານ ມະຫານະຄອນ ແລກປ່ຽນເງິນຕາ , ຮ້ານ ຂັນແກ້ວ ແລກປ່ຽນເງິນຕາ

ຮ້ານ ທອງສະໝຸດ ແລກປ່ຽນເງິນຕາ , ຮ້ານ ມະນີຄອນ ແລກປ່ຽນເງິນຕາ , ຮ້ານ ບາຣະມີ ແລກປ່ຽນເງິນຕາ , ຮ້ານ ພູຊຽງທອງ ແລກປ່ຽນເງິນຕາ , ຮ້ານ ສີໄລວົງ ແລກປ່ຽນເງິນຕາ , ຮ້ານ ຄໍາສີ ແລກປ່ຽນເງິນຕາ , ຮ້ານ ນາງແຜດ ແລກປ່ຽນເງິນຕາ , ຮ້ານ ຄຸນທະວີ ໄຊຊະນະ ແລກປ່ຽນເງິນຕາ.

ພ້ອມນີ້, ກໍຫ້າມໃຫ້ວິສາຫະກິດທີ່ຖືກໂຈະການເຄື່ອນໄຫວທຸລະກິດ ລວມທັງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງນໍາເອົາໃບທະບຽນວິສາຫະກິດດັ່ງກ່າວໄປເຄື່ອນໄຫວທຸລະກິດຢ່າງເດັດຂາດ, ໃນກໍລະນີ ລະເມີດຈະຖືກປະຕິບັດຕາມມາດຕະການຕາມກົດໝາຍວ່າດ້ວຍວິສາຫະກິດ ແລະ ປະມວນກົດ ໝາຍອາຍາຢ່າງເຂັ້ມງວດ; ໃຫ້ວິສາຫະກິດທີ່ຖືກ

ໂຈະການເຄື່ອນໄຫວທຸລະກິດເຂົ້າມາພົວພັນກັບເຈົ້າໜ້າທີ່ທະບຽນວິສາຫະກິດ ບ່ອນທີ່ອອກໃບທະບຽນວິສາຫະກິດ ເພື່ອສະເໜີຍຸບເລິກວິສາຫະກິດ ຫລື ສະເໜີປ່ຽນແປງເນື້ອໃນທະບຽນວິສາຫະກິດ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ ພາຍໃນ ເວລາ 60 ວັນ, ວັນລັດຖະການ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ;  ພາຍຫລັງ

ສິ້ນສຸດກໍານົດເວລາຕາມທີ່ກໍານົດໄວ້ຂ້າງເທິງນີ້,​ ຫາກວິສາຫະກິດບໍ່ເຂົ້າມາດໍາເນີນຕາມຂັ້ນຕອນໃດໜຶ່ງຂອງຂໍ້ດັ່ງກ່າວ, ເຈົ້າໜ້າທີ່ທະບຽນວິສາຫະກິດກ່ຽວຂ້ອງ ຈະຍ້າຍຂໍ້ມູນວິສາຫະກິດດັ່ງກ່າວໄປຢູ່ບັນຊີວິສາຫະກິດທີ່ບໍ່ເຄື່ອນໄຫວທຸລະກິດ. ວິສາຫະກິດທີ່ຖືກຍ້າຍຂໍ້ມູນນັ້ນຍັງມີພັນທະ ແລະ ຄວາມຮັບຜິດຊອບຕໍ່ໜີ້ສິນທັງໝົດດທີ່ເກີດຂຶ້ນ. ດັ່ງນັ້ນ, ຈຶ່ງແຈ້ງເພື່ອມາຊາບ ແລະ ປະຕິບັດຢ່າງເຂັ້ມງວດ.

ທີ່ມາ ໜັງສືພິມຈຳປາໃໝ່ 𝐂𝐡𝐚𝐦𝐩𝐚𝐦𝐚𝐢 𝐍𝐞𝐰𝐬𝐩𝐚𝐩𝐞𝐫

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ