Tou-Vientianepost (11)
ດວງລາຍວັນປະຈໍາວັນພຸດ ທີ 03 ພຶດສະພາ 2023 ຕາມແຕ່ລະວັນເກີດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 3 May, 2023

ຄົນເກີດວັນອາທິດ:ການ​ງານການ​ເຈລະ​ຈາ​ຕໍ່​ລອງ​ ຫຼື ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ​ ດວງຊາຕາຢູ່ໃນ​ເກນ​ທີ່​ດີ​ ຈະ​ເຮັດວຽກງານ​ຫຍັງ​ກໍ​ເປັນ​ເງິນ​ເປັນ​ຄຳໄປ​ທຸກ​ຢ່າງ​ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຫຼາຍກວ່າ​ໜຶ່ງ​ເທື່ອ​ ດວງ​​ດີ​ຫຼາຍ​ຢ່າງ​ເຫັນ​ໄດ້​ແຈ້ງ​ ຄວາມ​ຮັກມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົນທີ່​ຖືກ​ໃຈ​ໃນໄລຍະ​ນີ້​ ແຕ່​ກໍ​ຂຶ້ນ​ຢູ່​ກັບ​ລາວວ່າ​ຈະ​ເລືອກ​ທ່ານ​ ຫຼື​ ບໍ່​ ເຄື່ອງມຸງຄຸນເພັດ ສີມຸງຄຸນ​ສີຟ້າອ່ອນ ເລກ​ນຳ​ໂຊກ​1

ຄົນເກີດວັນຈັນ:ການ​ງານ​ພົບ​ອຸປະສັກ​​ ແຕ່​ກໍ​ມີ​ຄວາມ​ສຳ​ເລັດ​ທີ່​ວາງ​ແຜນ​ ແລະ​ ​ພະຍາຍາມ​ທີ່​ມີ​ມາ​ດົນ​ ໄລຍະ​ນີ້​ເຮັດໜ້າທີ່​ໃຫ້​ດີ​ທີ່ສຸດ​ກໍ​ຈະ​ເປັນ​ໂຊກ​ດີ​ ການ​ເງິນ​ມີ​ໂຊກ​ຈະ​ໄດ້​ເງິນ​ ແຕ່​ຕ້ອງ​ລະ​ວັງ​ໃຜ​ບາງ​ຄົນທີ່​ຈະ​ເຂົ້າ​ມາ​ຢິບ​ຢືມ​ເງິນ​ຂອງ​ທ່ານໃນໄລຍະ​ນີ້​ແລ້ວ​ຈະ​ບໍ່​ໄດ້​ຄືນ​ ຄວາມ​ຮັກ​ຍັງ​ຢູ່ໃນ​ເກນ​ຊົງ​ຕົວ​ຫຼາຍກວ່າ​ ບໍ່​ມີ​ເລື່ອງ​ກັງ​ວົນ​ໃດ​ໆ​ ຄວາມ​ສຳພັນ​ເປັນ​ໄປ​ແບບ​ຢ່າງ​ທີ່​ເຄີຍ​ເປັນ​ຄື​ວັນທີ​ຜ່ານມາ​ ເຄື່ອງມຸງຄຸນ​ເງິນ​
ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​4

ຄົນເກີດວັນອັງຄານ:ການ​ງານຈະ​ເຮັດ​ສິ່ງ​ໃດ​ໃນໄລຍະ​ນີ້​ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ​ຖ້າ​​ໄດ້​ເຮັດ​ໃນ​ສິ່ງ​ທີ່ຖະ​ໜັດ​ ຫຼື​ໃນ​ສິ່ງ​ທີ່ມັກ ກໍຂະເຮັດໃຫ້ວຽກງານດີຂື້ນເລື້ອຍໆ ການ​ເງິນ​ບໍລິຫານ​ຈັດການ​ໄດ້​ຢ່າງ​ດີ​ ແມ່ນ​ຈະ​ບໍ່​ໂດດ​ເດັ່ນ​ ແຕ່​ກໍ​ບໍ່​ໄດ້​ເດືອດ​ຮ້ອນ​ຫຼວງ​ຫຼາຍ​​ ຄວາມ​ຮັກ​ຜູ້​ຊາຍ​ຜິວ​ຂາວ​ ມີ​ສະເໜ່ຈະ​ເຂົ້າ​ມາ​ໃນ​ຊີວິດ​ຂອງ​ທ່ານ​ໃນໄລຍະ​ນີ້​ ແຕ່​ລະ​ວັງ​ຄວາມ​ໃຈ​ຮ້ອນ​ຈະ​ສົ່ງ​ຜົນ​ຕໍ່​ຄວາມ​ສຳພັນ​ ເຄື່ອງມຸງຄຸນ​  ​ເງິນ ສີມຸງຄຸນສີ​ມ້ວງ ເລກ​ນຳ​ໂຊກ​2

ຄົນເກີດວັນພຸດ:ການ​ງານ​ລະ​ວັງ​ຄຳ​ເວົ້າ​ທີ່​ກົງ​ເກີນ​ໄປ​ ແລະ​ ຄວາມ​ໃຈ​ຮ້ອນ​ເຮັດໃຫ້​ເສຍວຽກງານ​ ການ​ເພີ່ມ​ທັກ​ສະ​ໃນ​ການ​ເຮັດ​ວຽກງານ​ຈະ​ເຮັດໃຫ້​ການ​ງານ​ສຳ​ເລັດ​ໄປ​ໄດ້​ດີ​ ການ​ເງິນມີ​ເງິນ​ໃຊ້​ຈ່າຍ​ຕະຫຼອດ​ໃນໄລຍະ​ນີ້​ ດ້ວຍ​ຄວາມ​ສະຫຼຽວ​ສະຫຼາດ​ຂອງ​ທ່ານຈະ​ສາມາດ​ຫາ​ເຂົ້າ​ມາ​ໄດ້​ເພີ່ມເຕີມ​ ຄວາມ​ຮັກດ້ວຍ​ບຸນເກົ່າ​ຈະ​ນຳ​ໃຫ້​ໄດ້​ພົບ​​ກັນ​ ຊຶ່ງ​ທ່ານ​ເປັນ​ຄົນ​ເກັ່ງ​ ມີ​ຄວາມ​ສາມາດ​ ມີ​ຖານະ​ ໄດ້​ພົບ​ຮັກ​ແທ້​ທີ່​ຈະ​ເຮັດໃຫ້​ຄວາມ​ສຳພັນ​ຢັ່ງ​ຢືນ​ ເຄື່ອງມຸງຄຸນ​​ຄໍາ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​7

ຄົນເກີດວັນພະຫັດ:ການ​ງານ​ພົບ​ອຸປະສັກ​ ແຕ່​ມີ​ການ​ປ່ຽນ​ແປງ​ທາງ​ດ້ານ​ການ​ງານ​ໄປ​ໃນ​ທິດ​ທາງ​ທີ່​ດີ​ຂຶ້ນ​ ແມ່ນ​ບໍ່​ມີ​ຄວາມຫມັ້ນ​ໃຈ​ ເມື່ອ​ໃຊ້​ຄວາມ​ພະຍາຍາມ​ ແລະ ​ທຸ້ມເທ​ຢ່າງ​ເຕັມ​ທີ່​ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ທີ່​ຄາດ​ຫວັງ​ ການ​ເງິນ​ຍັງຢູ່​ໃນ​ເກນ​ຊົງ​ຕົວ​ ບໍ່​ມີ​ເລື່ອງ​ກັງ​ວົນ​ ຫຼື​ບໍ່​ມີ​ເລື່ອງ​ເດືອດ​ຮ້ອນ​ໃດ​ໆ​ ໃນໄລຍະ​ນີ້​ ຄວາມ​ຮັກ​ຖ້າຈະ​ພົບ​​ໃຜ​ໃນໄລຍະ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ລາວຈະ​ເປັນ​ຄົນ​ຮູບ​ຮ່າງ​ທ້ວມ​ໆ​ ເກັ່ງ​ ມີ​ຄວາມ​ສາມາດ​ ມີ​ຊື່​ສຽງ​ໃນ​ແວດ​ວົງ​ຂອງ​ທ່ານ​ ເຄື່ອງມຸງຄຸນ​ເພັດ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​5

ຄົນເກີດວັນສຸກ:ການ​ງານ​ຈະ​ເຮັດ​ສິ່ງ​ໃດ​ໃນໄລຍະ​ນີ້​ຈະ​ມີ​ຄວາມ​ສຳ​ເລັດ​ ເພາະ​ມີຄົ​ນ​ຄອຍ​ຖ້າ​ຊ່ວຍ​ເຫຼືອ​ ​ ການ​ເງິນພະຍາຍາມ​ບໍລິຫານ​ຈັດການ​ດ້ານ​ການ​ເງິນ​ ການ​ໃຊ້​ຈ່າຍ​ໃຫ້​ຜ່ານ​ໄປ​ໃຫ້​ໄດ້​ ໄລຍະ​ນີ້​ຈະ​ຕິດ​ຂັດ​ແດ່​ໜ້ອຍໜຶ່ງ​ຈຶ່ງ​ຕ້ອງ​ວາງ​ແຜນ​ການ​ໃຊ້​ຈ່າຍ​ໃຫ້​ດີ​ ຄວາມ​ຮັກ​ຍັງ​ບໍ່​ລົງ​ຕົວ​ທາງ​ດ້ານ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ເພາະ​ໃນ​ເລື່ອງ​ຂອງ​ໄລຍະ​ທາງ​ເຮັດໃຫ້​ເກີດ​ຄວາມ​ຫ່າງ​ເຫີນ​ ແລະ​ບໍ່​ເຂົ້າໃຈ​ກັນ​ ຫຼື​ກຳ​ລັງ​ທົບ​ທວນ​ຄວາມ​ສຳພັນ​ຢູ່​ນັ້ນ​ເອງ​ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​8

ຄົນເກີດວັນເສົາ:ການ​ງານ​ຈະ​ເຮັດ​ສິ່ງ​ໃດ​ ຫຼື​ທຸລະກິດ​ໃດ​ໃນໄລຍະ​ນີ້​ ແມ່ນ​ບໍ່​ອອກ​ແຮງ​ຫຼາຍ​ ແຕ່​ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ທີ່​ດີ​ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ ມີ​ທັງ​ຮັບ​ທັງ​ຈ່າຍ​ ແຕ່​ກໍ​ຈະ​ຫາ​ເງິນ​ໄດ້​ຫຼາຍ​ຂຶ້ນ​ ມີ​ຄວາມ​ຄ່ອງ​ຕົວ​ພໍສົມຄວາມ​ ຄວາມ​ຮັກ​ຍັງ​ເບິ່ງ​ໆ​ ຢູ່​ຫຼາຍກວ່າ​ ຍັງ​ບໍ່​ຕັດ​ສິນ​ໃຈ​ເລືອກ​ໃຜ​ ເພາະ​ມີຄົ​ນ​ເຂົ້າ​ມາ​ຫຼາຍກວ່າ​ໜຶ່ງ​ຄົນ​ນັ້ນ​ເອງ​ ເຄື່ອງມຸງຄຸນ​ເງິນ ​ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​3

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (78)
ເກົາຫຼີໃຕ້ເລັ່ງກຳຈັດສິນຄ້າຕ່າງປະເທດສວມປ້າຍ Made in Korea ຫວັງຫຼີກລ່ຽງພາສີທຣຳ
Copy of site cover (11)
ສິງທີ່ໜ້າລຳຄານໃນການໃຊ້ງານ Windows 11
site cov (77)
ຈະນອນກໍຕ້ອງມູ "ສີຜ້າປູ" ສຳຄັນຕໍ່ເຮົາແນວໃດ?
Copy of site cover (10)
Windows 11 ຈະໄດ້ຮັບຄຸນສົມບັດ Copilot+AI ໃນໄວໆນີ້
site cov (76)
ກ້ອນກຳລັງ "ສວນສະໜາມກອງທັບປະຊາຊົນລາວ" ເດີນທາງຮອດນະຄອນໂຮ່ຈີມິນ ສສ ຫວຽດນາມ
VP LANDSCAPE COVER (38)
ການເຕືອນແຈ້ງດ້ວຍ AI ຊ່ວຍບໍ່ໃຫ້ເສືອດາວຫິມະສູນພັນໄດ້ບໍ?
site cov (75)
ຈີນຂູ່ ຕອບໂຕ້ກັບທຸກປະເທດ ຫາກຮ່ວມມືກັບທຣຳ ກະທົບຜົນປະໂຫຍດຈີນ
Copy of site cover (10)
ມາແລ້ວ! Nothing ຢືນຢັນເປີດໂຕ Phone (3) ພາຍໃນ 3 ປີນີ້
VP LANDSCAPE COVER (37)
ເຮືອບິນຂັບໄລ່ RAF ສະກັດກັ້ນເຮືອບິນຂອງຣັດເຊຍໃກ້ກັບນ່ານຟ້າຂອງ NATO
site cov (74)
ຢູ່ເມືອງຮ້ອນ = ແກ່ໄວ? ນັກວິໄຈຊີ້ຄວາມຮ້ອນເລັ່ງອາຍຸຊີວະພາບ ເຮັດໃຫ້ຮ່າງກາຍເສື່ອມໄວບໍ່ຕ່າງຈາກສູບຢາ
ຢ່າລື່ມກົດຕິດຕາມ