ຂ່າວ-Tou-Vientianepost (38)
ອັດຕາເງິນເຟີ້ ເດືອນເມສາອອກມາແລ້ວ ຢູ່ລະດັບ 39,89% ເຊິ່ງເຫັນວ່າຢູ່ໃນທ່າອ່ຽງ ທີ່ສືບຕໍ່ຕໍ່າລົງເລັກນ້ອຍເມື່ອທຽບໃສ່ ສາມເດືອນຕົ້ນປີຜ່ານມາ
ຮຽບຮຽງໂດຍ:Staff
ເຜີຍແຜ່: 5 May, 2023

ສູນສະຖິຕິແຫ່ງຊາດລາຍງານ ວັນທີ 4 ພຶດສະພາ 2023 ນີ້ວ່າ:  ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນ ເດືອນເມສາ 2023 ຢູ່ໃນລະດັບ 39,89% ເຊິ່ງເຫັນວ່າຢູ່ໃນທ່າອ່ຽງ ທີ່ສືບຕໍ່ຕໍ່າລົງເລັກນ້ອຍເມື່ອທຽບໃສ່ ສາມເດືອນຕົ້ນປີຜ່ານມາ (ອັດຕາເງິນເດືອນມັງກອນ, ກຸມພາ ແລະ ມີນາ 2023 ຢູ່ໃນລະດັບ 40,3%; 41,3% ແລະ 41,0% ຕາມລໍາດັບ). ເມື່ອສັງເກດຕາມໝວດ

ສິນຄ້າ, ໝວດທີ່ມີອັດຕາເງິນເຟີ້ ສູງກວ່າໝູ່ແມ່ນໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 52,2%, ໝວດຮັກສາສຸຂະພາບ ແລະ ຢາເພີ່ມຂຶ້ນ 42,5%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 37,4%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 34,2%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 32,7%, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 26,6%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 26,2%.

ເຖິງແມ່ນວ່າ ອັດຕາເງິນເຟີ້ລວມມີທ່າອ່ຽງຕໍ່າລົງເມື່ອທຽບກັບໄລຍະສາມເດືອນຕົ້ນປີ, ແຕ່ຫລາຍລາຍການສິນຄ້າຍັງມີລາຄາສືບຕໍ່ເພີ່ມຂຶ້ນເມື່ອທຽບກັບເດືອນຜ່ານມາເຊິ່ງໂດຍລວມເພີ່ມຂຶ້ນ 1,7% ໃນນັ້ນ, ລາຕາຊີ້ນຫມູ ເພີ່ມ ຈາກ 76.349 ກີບ/ກິໂລ ມາເປັນ 78.449 ກີບ/ກິໂລ, ລາຄາຊີ້ນງົວປະເພດ 1 ເພີ່ມຈາກ 105.725 ກີບ/ກິໂລ ມາ ເປັນ 108.221 ກີບ/ກິໂລ, ໄກ່ພັນປອກ

ເພີ່ມຈາກ 62.712 ກີບ/ໂຕ ມາເປັນ 65.255 ກີບ/ໂຕ, ປານິນລ້ຽງ ເພີ່ມ ຈາກ 43.460 ກີບ/ກິໂລ ມາເປັນ 45.627 ກີບ/ກິໂລ ແລະ ລາຄາເຝີເພີ່ມຈາກ 22.739 ກີບ/ຖ້ວຍ າເປັນ 23.353 ກີບ/ຖ້ວຍ. ນອກຈາກນັ້ນ, ຫລາຍປະເພດສິນຄ້າ ຍົກເວັ້ນນໍ້າມັນລ້ວນແຕ່ມີລາຄາເພີ່ມຂຶ້ນ.

ສະພາບການເພີ່ມຂຶ້ນຂອງລາຄາສິນຄ້າໃນເດືອນເມສາ 2023 ເຖິງແມ່ນວ່າ ບໍ່ໄດ້ຮັບຄວາມກົດດັນຈາກການ ເພີ່ມຂຶ້ນຂອງລາຄານ້ໍາມັນກໍຕາມ (ນ້ໍາມັນລາຄາຫລຸດລົງເມື່ອທຽບກັບເດືອນຜ່ານມາ), ແຕ່ລາຄາສິນຄ້າໂດຍລວມຍັງສືບຕໍ່ເພີ່ມຂຶ້ນເນື່ອງຈາກ ເປັນໄລຍະເທດສະການປີໃຫມ່ລາວທີ່ມີຄວາມຕ້ອງການຫລາຍຂຶ້ນ ສົ່ງຜົນເຮັດໃຫ້ຫລາຍລາຍການສິນຄ້າມີລາຄາເພີ່ມຂຶ້ນ ແລະ ພ້ອມກັນນັ້ນ ກໍແມ່ນໄດ້ຮັບຄວາມກົດດັນຈາກການອ່ອນຄ່າຂອງເງິນກີບທີ່ຍັງສືບຕໍ່ອ່ອນຄ່າ ເຊິ່ງເຮັດໃຫ້ລາຄາສິນຄ້ານໍາເຂົ້າຍັງສືບຕໍ່ເພີ່ມຂຶ້ນ.

ທີ່ມາ: ສູນສະຖິຕິແຫ່ງຊາດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
pele - 2025-07-04T090816.696
ຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ IV
ຢ່າລື່ມກົດຕິດຕາມ