ຂ່າວ-Tou-Vientianepost
ດວງລາຍວັນປະຈໍາວັນເສົາ ທີ 06 ພຶດສະພາ 2023 ຕາມແຕ່ລະວັນເກີດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 6 May, 2023

ຄົນເກີດວັນອາທິດ:ການ​ງານ​ການ​ພັດທະນາ​ຕົນເອງ​ຈະ​ສາມາດ​ນຳ​ຄວາມ​ສຳ​ເລັດ​ມາສູ່​ຕົນເອງ​ໄດ້​ ການ​ເລີ່ມ​ລົງ​ມື​ເຮັດ​ຈະ​ດີກວ່າ​ແຕ່​ຄິດ​ຢ່າງ​ດຽວ​ ການ​ເງິນ​ຢ່າ​ໃຊ້​ຈ່າຍ​ເງິນ​ເກີນ​ຕົວ​ຈົນ​ຕ້ອງ​ດຶງ​ເງິນ​ຂອງ​ອະນາຄົດ​ອອກ​ມາ​ໃຊ້​ຈ່າຍ​ໄປ​ກ່ອນ​ ຕ້ອງ​ວາງ​ແຜນ​ ແລະ​ໃຊ້​ເງິນ​ຢ່າງ​ຮອບ​ຄອບ​ ແລະ​ ປະ​ຢັດ​ ຄວາມ​ຮັກ​ຖ້າ​​ຈະ​ພົບ​ໃຜ​ໃນ​ໄລຍະນີ້​ໂດດ​ເດັ່ນ​ເປັນ​ຄົນ​ຜິວ​ຂາວ​ ລາວ​ຈະ​ເຂົ້າໃຈ​ທ່ານ​ໄດ້​ເປັນ​ຢ່າງ​ດີ​ ເຄື່ອງມຸງຄຸນ​ເພັດ​ ມົງຄຸນ​ສີ​ຟ້າ​ອ່ອນ​ ເລກ​ນຳ​ໂຊກ​5

ຄົນເກີດວັນຈັນ:ການ​ງານ​ຄວາມ​ສ້າງສັນ​ ຄວາມ​ພະຍາຍາມ​ ການ​ກ້າ​ທີ່​ຈະ​ປ່ຽນ​ແປງ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ສຳ​ເລັດ​ທີ່​ດີ​ ການ​ລອງ​ຜິດ​ລອງ​ຖືກ​ຈະ​ນຳ​ມາ​​ປະສົບການ​ທີ່​ເປັນ​ປະໂຫຍດ​ໃນ​ການເຮັດ​ທຸລະກິດ​ ການ​ເງິນຫາ​ໃຊ້​ຈ່າຍ​ ຕ້ອງ​ມີ​ເລື່ອງ​ໃຊ້​ຈ່າຍ​ອອກ​ໄປ​ແດ່​ ໄລຍະນີ້​ຕ້ອງ​ລະ​ວັງ​ຄົົນທີ່​ຈະ​ເຂົ້າ​ມາ​ຢືມ​ເງິນ​ ເພາະ​ຈະ​ໄດ້​ຄືນ​ຊ້າ​ ຫລື​ບໍ່​ໄດ້​ຄືນ​ ຄວາມ​ຮັກ​ຈະ​ພົບ​ຄົນ​ເກັ່ງ​ ມີ​ຄວາມ​ສາມາດ​ ສະຫລຽວ​ສະຫລາດ​ ໝັ້ນໃຈ​ໃນ​ຕົນເອງ​ສູງ​ ຜິວ​ສອງ​ສີ​ ເຄື່ອງມຸງຄຸນ​​ຄຳ​ ສີມຸງຄຸນສີ​ແດງ​ ເລກ​ນຳ​ໂຊກ​5, 6, 9

ຄົນເກີດວັນອັງຄານ:ການ​ງານ​ການ​ເປັນ​ຄົນ​ລະອຽດ​ຮອບ​ຄອບ​ ແລະ​ຄວາມດຸໝັ່ນຂອງ​ທ່ານຈະ​ນຳ​ມາ​ຊຶ່ງ​ຄວາມ​ສຳ​ເລັດ​ທີ່​ດີ​ ການ​ເງິນມີ​ທັງ​ຮັບ​ທັງ​ຈ່າຍ​ ແຕ່​ໃນ​ໄລຍະນີ້​ໃຊ້​ຄວາມ​ປະຢັດ​ເອົາ​ໄວ້​ຈະ​ດີ​ທີ່ສຸດ​ ຄວາມ​ຮັກ​ຍັງ​ບໍ່​ລົງ​ຕົວ​ດ້ານ​ຄວາມ​ຮັກ​ ຄວາມ​ສຳພັນ​ໃນ​ໄລຍະນີ້​ ເພາະ​ຍັງ​ເກີດ​ຄວາມ​ເຂົ້າໃຈ​ກັນ​ຜິດ​ຢູ່​ນັ້ນ​ເອງ​ ເຄື່ອງມຸງຄຸນ​  ​ເງິນ ສີມຸງຄຸນສີ​ຟ້າ​ອ່ອນ​
ເລກ​ນຳ​ໂຊກ​2, 6

ຄົນເກີດວັນພຸດ:ການ​ງານ​ຕິດ​ຕາມ​ຂໍ້​ມູນ​ຂ່າວ​ສານ​ແລ້ວ​ຈະ​ກໍ່​ໃຫ້​ເກີດ​ໂຊກ​ ແລະ​ຄວາມ​ສຳ​ເລັດ​ ຈາກ​ການ​ປະ​ຍຸກ​​ໃຫ້​ເຂົ້າ​ກັບ​ອາ​ຊີບ​ຂອງ​ຕົນເອງ​ ການ​ເງິນ​ຍັງ​ຢູ່ໃນ​ເກນ​ຊົງ​ຕົວ​ ບໍ່​ມີ​ເລື່ອງ​ເດືອດ​ຮ້ອນ​ໃດ​ໆ​ ໃນ​ໄລຍະນີ້​ ເມື່ອ​ໃຊ້​ຄວາມ​ປະ​ຢັດ​ຈະ​ເຮັດໃຫ້​ມີ​ເງິນ​ເກັບ​ ຄວາມ​ຮັກ​ເບິ່ງ​ຄື​ຈະ​ດີ​ ແຕ່​ກໍ​ຍັງ​ບໍ່​ແມ່ນ​ ບໍ່​ເຖິງ​ກັບ​ທຸກ​ເກີນ​ໄປ​ ມີ​ເລື່ອງ​ກວນ​ໃຈ​ດ້ວຍ​ ແຕ່​ກໍ​ຍັງ​ພໍ​ທີ່​ຈະ​ປັບ​ຕົວ​ເຂົ້າ​ຫາ​ກັນ​ໄດ້​ ເຄື່ອງມຸງຄຸນ​​ເງິນ​ ສີມຸງຄຸນສີ​ເງີນ​ ເລກ​ນຳ​ໂຊກ​9

ຄົນເກີດວັນພະຫັດ:ການ​ງານ​ຄວາມ​ສ້າງສັນ​ຈະ​ນຳ​ພາ​ໂອ​ກາດ​ ແລະ​ຄວາມ​ສຳ​ເລັດ​ທີ່​ດີ​ມາສູ່​ຕົນເອງ​ ຜູ້​ທີ່ຖ້າ​ຕຳແໜ່ງ​ຢູ່​ມີ​ໂອ​ກາດ​ໄດ້​ເລື່ອນ​ຂັ້ນ​ ເລື່ອນ​ຕຳແໜ່ງ​ ການ​ເງິນ​ມີ​ແຕ່​ເລື່ອງ​ຈ່າຍ​ໃນ​ໄລຍະນີ້​ ແມ່ນ​ຈະ​ພະຍາຍາມ​ຫຼີກ​ລ້ຽງ​ແລ້ວ​ ແຕ່​ເລື່ອງ​ເຫຼົ່າ​ນັ້ນ​ກໍ​ຈະ​ວົນ​ກັບ​ມາ​ ຈຶ່ງ​ຕ້ອງ​ຈ່າຍ​ອີກ​ຢູ່​ດີ​ ຄວາມ​ຮັກ​ທ່ານເປັນ​ຜູ້​ທີ່​ມີ​ສະເໜ່​ ມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​ ແຕ່​ທ່ານ​ຈະ​ເປັນ​ຄົນ​ໃຈ​ຮ້ອນ​ໄປ​ໜ້ອຍໜຶ່ງ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີ​ຂາວ​ ເລກ​ນຳ​ໂຊກ​8

ຄົນເກີດວັນສຸກ:ການ​ງານ​ຄວາມ​ສ້າງສັນ​ ແລະ​ຄວາມ​ພະຍາຍາມ​ຂອງ​ທ່ານ​ ຈະ​ສ້າງ​ຄວາມ​ເກັ່ງ​ ແລະ​ຄວາມ​ສາມາດ​ບາງຢ່າງ​ທີ່​ກໍ່​ໃຫ້​ເກີດ​ການເຮັດ​ທຸລະກິດ​ທີ່​ສຳ​ເລັດ​ ກ້າ​ທີ່​ຈະ​ປ່ຽນ​ແປງ​ ແລະ​ພັດທະນາ​ຕົນເອງ​ສະເໝີ​ ການ​ເງິນ​ໃນ​ໄລຍະນີ້​ຕ້ອງ​ໃຊ້​ເງິນ​ເປັນ​ຈຳນວນ​ຫລາຍ​ ແລະ​ລະ​ວັງ​ການ​ດຶງ​ເງິນ​ໃນ​ອະນາຄົດ​ອອກ​ມາ​ໃຊ້​ຈ່າຍ​ໄປ​ກ່ອນ​ ຊຶ່ງ​ບໍ່​ຄວນ​ເຮັດ​ ຄວາມ​ຮັກ​ຍັງ​ບໍ່​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ໄລຍະນີ້​ຄວນ​ໃຊ້​ຊີວິດ​ກັບ​ຄວາມ​ເປັນ​ອິດສະຫລະ​ໄປ​ກ່ອນ​ ເຄື່ອງມຸງຄຸນ​​ພອຍ​ສີ​ຟ້າ​ ສີມຸງຄຸນສີ​ເຫຼືອງ​ ເລກ​ນຳ​ໂຊກ​9

ຄົນເກີດວັນເສົາ:ການ​ງານ​ຈະ​ເຮັດ​ສິ່ງ​ໃດ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ ໂດຍ​ສະເພາະ​ກັບ​ການ​ເຈລະຈາ​ ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຕໍ່​ເນື່ອງ​ ການ​ເງິນ​ມີ​ທັງ​ຮັບ​ທັງ​ຈ່າຍ​ໃນ​ໄລຍະ​ນີ້ສະຫຼັບ​ປັບ​ປ່ຽນ​ກັນ​ໄປ​ ໃຊ້​ຄວາມ​ປະ​ຢັດ​ແດ່​ຈຶ່ງ​ຈະ​ເປັນ​ຜົນ​ດີີ​ກັບ​ຕົນເອງ​ ຄວາມ​ຮັກ​ຖ້າຈະ​ໄດ້​ພົບ​​ໃຜ​ໃນ​ໄລຍະ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ທ່ານ​ເປັນ​ຄົນ​ເກັ່ງ​ ມີ​ຄວາມ​ສາມາດ​ ມີ​ຊື່​ສຽງ​ໃນ​ແວດ​ວົງ​ການ​ຂອງ​ທ່ານ​ ເຄື່ອງມຸງຄຸນ​ຄຳ​ ສີມຸງຄຸນສີບົວ​ ເລກ​ນຳ​ໂຊກ​6 , 9

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ