ຂ່າວ-Tou-Vientianepost (49)
ໜຸ່ມກູ້ໄພໃຈສະຫຼາຍ ຊ່ວຍຄົນມາກໍ່ຫຼາຍ ບໍ່ຄິດວ່າຈະຕ້ອງມາຝັງສົບລູກຂອງຕົນເອງ ອາຍຸພຽງ 4 ວັນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 6 May, 2023

ຫນຸ່ມກູ້ໄພໃຈສະຫຼາາຍ ເຮັດວຽກເພື່ອຊ່ວຍເຫຼືອປະຊາຊົນມາກໍ່ຫຼາຍ ​ບໍ່​ຄິດ​ວ່າ​ໃນ​ມື້​ນີ້​​ຈະ​ໄດ້​ຝັງ​ສົບລູກ​ຂອງ​ຕົນ​ເອງ.ທີ່ເກີດມາພຽງແຕ່ 4 ມື້

(5 ພຶດສະພາ 2023) ນັກຂ່າວສັນຈອນລາຍງານວ່າ: ທ້າວ ວິທະວັດ ຈັນທະສີ ອາຍຸ 20 ປີ ອາສາສະໝັກໜ່ວຍກູ້ໄພ ບູຣີຣາມ ພ້ອມດ້ວຍພັນລະຍາ ໄດ້ນຳເອົາສົບຂອງ ທ້າວ ນົນທາວັດ ຫຼື ນ້ອງສີກ ລູກຊາຍທີ່ເກີດໃໝ່ມາໄດ້ພຽງ 4 ວັນແຕ່ເສຍຊີວິດ. ເຮັກພິທີຝັງສົບຢູ່ໃນປ່າຊ້າ ວັດໂຄກສະອາດ ວະນາຣາມ (ໂຄກຮັກ) ບ້ານ ດອນອາຮາງ ເມືອງ ໜອງກີ ດ້ວຍຄວາມໂສກເສົ້າເສຍໃຈ

ໂດຍ ທ້າວ ວິທະວັດ ອາສາສະໝັກກູ້ໄພທາງຫຼວງບຸລີລັມ, ພໍ່ຂອງທ້າວສິກ,ເດັກທີ່ເສຍຊີວິດ, ເລົ່າວ່າ: ໃນວັນທີ 29 ເມສາ 2023, ໃນຂະນະທີ່ເຮັດໜ້າທີ່ຂັບລົດໄປຮັບຄົນເຈັບຈາກໂຮງໝໍ ນາງຮອງ. ເພື່ອສົ່ງກັບມາຮອງໝໍໜອງກີ ຂະນະ​ທີ່​ລໍຖ້າ​ຮັບ​ຄົນ​ເຈັບ​ຢູ່​ໂຮງໝໍ​ນາງ​ຮອງ, ​ໄດ້​ມີ​ລົດ​ສົ່ງ​ຈາກ​ໂຮງໝໍ​ໜອງ​ກີ​ມາ​ສົ່ງຄົນເຈັບທີ່ເກີດກ່ອນ​ກຳນົດ. ໝູ່​​ຍັງ​ເວົ້າ​ກັບ​ຕົນ​ວ່າ​ໄປຊ່ວຍອຸ້ຍເດັກຄົນນັ້ນແດ່ ແຕ່ກໍ່ໄດ້ບອກໝູ່ໄປວ່າ ຈະໄປຊ່ວຍແນວໃດ ໃນເມື່ອພວກເຮົາຕ້ອງໄປສົ່ງຄົນເຈັບໄປໂຮງໝໍໜອງກີ່ຢູ່. ແຕ່ເມື່ອເອົາຄົນເຈັບໄປໂຮງໝໍໜອງກີ່ ກໍ່ໄດ້ໄປພົບຍາດພີ່ນ້ອງຂອງຝ່າຍເມຍຕົນເອງ ບອກວ່າເມຍຂອງຕົນໄດ້ເກີດລູກແລ້ວ ແຕ່ເດັກບໍ່ແຂງແຮງ ເພາະເກີດກ່ອນກຳນົດ, ອາຍຸພຽງແຕ່ 6 ເດືອນ ທາງໂຮງໝໍໜອງກີ. ຈຶ່ງໄດ້ນຳສົ່ງເດັກໄປອົບຢູ່ໂຮງໝໍນາງຮອງ.

ສະນັ້ນເລີຍຄິດອອກວ່າເດັກນ້ອຍທີ່ຖືກສົ່ງໄປຄາດກັນມື້ກີ້ນີ້ ທີ່ໂຮງໝໍນາງຮອງໜ້າຈະເປັນລູກຕົນເອງແນ່ນອນ ສະນັ້ນ ຈິ່ງຟ້າວຂັບລົດຈາກໜອງກີ ໄປເບິ່ງລູກຢູ່ໂຮງໝໍນາງຮອງ ແຕ່ເຫັນໜ້າລູກໄດ້ພຽງ 4 ມື້ກໍມາຈາກໄປ, ເສຍໃຈຫຼາຍ ເພາະເປັນລູກຊາຍຄົນທຳອິດ. ບໍ່ຄິດວ່າຈະຈາກໄປໄວປານນີ້. ທີ່ຜ່ານມາຕົນເປັນອາສາສະໝັກກູ້ໄພຊ່ວຍເຫຼືອສັງຄົມ. ຮັບສົ່ງຄົນເຈັບ ຊ່ວຍ​ເຫຼືອ​ຜູ້​ບາດ​ເຈັບ​ ​ເກັບ​​ສົບຄົນຕາຍ​ມາ​ຫຼາຍ​ປີ​ ບໍ່ຄິດວ່າມື້ນີ້ຈະມາຝັງສົບລູກຊາຍຂອງຕົນເອງທີ່ຫາກໍມືນຕາເບິ່ງໂລກໄດ້ພຽງ 4 ມື້ເທົ່ານັ້ນ, ຕົນ ແລະ ຄອບຄົວບໍ່ໄດ້ຕິດໃຈກັບສາເຫດການເສຍຊີວິດຂອງລູກຊາຍ ເຊິ່ງທາງໂຮງໝໍບອກວ່າແມ່ນຍ້ອນເກີດກ່ອນກຳນົດ. ປອດບໍ່ແຂງແຮງ ສະນັ້ນ ຈຶ່ງຢາກໃຫ້ຄົນທີ່ມີລູກ ເບິ່ງແຍງລູກໃຫ້ດີ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-03T161732.503
ຍີ່ປຸ່ນກຽມພ້ອມຮັບມື "Megaquake" ເປີດເຜີຍແຜນໃຊ້ AI ຫຼຸດຜູ້ເສຍຊີວິດສູງສຸດ 300,000 ຄົນ
_cover - 2025-07-03T152835.513
ຈະເກີດຫຍັງຂຶ້ນ ເມື່ອງົດດື່ມແອລກໍຮໍ ນອນງ່າຍ ໜ້າທ້ອງຫາຍ ຜິວດີ ແທ້ຫຼືບໍ່?
_cover - 2025-07-03T144001.784
ແຜ່ນດິນໄຫວກວ່າ 900 ຄັ້ງ ສັ່ນສະເທືອນໝູ່ເກາະໂທຄາຣະຂອງຍີ່ປຸ່ນໃນເວລາພຽງ 2 ອາທິດ
_cover - 2025-07-03T135925.491
ສະຫະລັດລົງນາມຂໍ້ຕົກລົງການຄ້າກັບຫວຽດນາມ ຕົກລົງຫຼຸດພາສີຈາກ 46% ເຫຼືອ 20%
_cover - 2025-07-03T115136.160
ເຮືອເຟີຣີ່ຫຼົ້ມໃກ້ເກາະບາຫລີ ສູນຫາຍກວ່າ 30 ຄົນ ຄາດວ່າເປັນບັນຫາເຄື່ອງຈັກ
_cover - 2025-07-03T111331.155
ບໍລິສັດ "Neta" ກຽມກັບມາດຳເນີນສາຍການຜະລິດອີກຄັ້ງ ຫຼັງປະກາດລົ້ມລະລາຍເພື່ອປັບໂຄງສ້າງອົງກອນ
_cover - 2025-07-03T103006.031
ເຕືອນ!!! ປະຈຸບັນ ມີກຸ່ມຄົນບໍ່ຫວັງດີ ໄດ້ປອມແປງທະນະບັດ ສະກຸນເງິນກີບ ປະເພດໃບ 100,000 ກີບ ລຸ້ນປີ 2020 ອອກມາໃຊ້ຈ່າຍໃນສັງຄົມ
_cover - 2025-07-03T093700.780
ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 03 ກໍລະກົດ 2025
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
ຢ່າລື່ມກົດຕິດຕາມ