ຂ່າວ-Tou-Vientianepost (51)
ສາວແຊຣປະສົບການຜົນເສຍຂອງການດື່ມນ້ຳກະທ້ອມ ເສຍເງິນປິ່ນປົວກວ່າ 160 ລ້ານກີບ
ຮຽບຮຽງໂດຍ:Staff
ເຜີຍແຜ່: 6 May, 2023

ສາວແຊຣປະສົບການດື່ມນ້ຳກະທ້ອມໃນໄລຍະເວລາສັ້ນໆ ແຕ່ເສຍເງິນປິ່ນປົວຫຼາຍກວ່າ 160 ລ້ານກີບ.

ໃນວັນທີ 2 ພຶດສະພາ 2023 ມີຜູ້ໃຊ້ເຟສບຸກຊື່Dy Noudy ອອກມາເລົ່າປະສົບການໃນການດື່ມນ້ຳກະທ້ອມມາເປັນເວລາ 1 ເດືອນເຕັມໆ ຍ້ອນມີບັນຫາທາງຄອບຄົວ ຄິດຫຼາຍ ນອນບໍ່ຫຼັບຄຽດ ເຂົ້ານ້ຳບໍ່ກິນ ຈຶ່ງເຮັດໃຫ້ຕົນດື່ມນ້ຳກະທ້ອມ.

ເມື່ອດື່ມນ້ຳທ້ອມໄປໄລຍະໜຶ່ງ ມີອາການຕີນມືສັ່ນ ເຫັນພາບຫຼອນ ຊັອກ ວູບເປັນບາງເທື່ອ ນ້ຳຕາໄຫຼຕະຫຼອດ ກິນເຂົ້າບໍ່ໄດ້ ຮາກ ເມື່ອເວລາຜ່ານໄປຫຼາຍມື້ກໍມີອາການ ໄຂ້ ເຈັບຫົວ ຈົນໄດ້ເຂົ້າໂຮງໝໍແລ້ວກວດພົບວ່າມີເຊື້ອລາໃນສະໝອງ ເຮັດໃຫ້ຮ່າງກາຍເປັນອຳມະພາດ ຍ່າງບໍ່ໄດ້ ບາງກໍລະນີຮ້າຍແຮງທີ່ສຸດແມ່ນເຖິງຂັ້ນຊັອກເສຍຊີວິດ.

ໃນຂະນະນີ້ຍັງໄດ້ປິ່ນປົວຢູ່ໂຮງໝໍໃນລາວ ແຕ່ຕ້ອງໄດ້ຂ້າມໄປຊື້ຢູ່ອຸດອນ ປະເທດໄທ ເພື່ອໃສ່ຢາປົວສະໝອງ 5 ມື້ 1.900.000 ກີບ ໄດ້ໃສ່ຢາທຸກໆ 5ມື້ ເມື່ອບໍ່ໃສ່ຢາກໍກິນເຂົ້າກິນນ້ຳບໍ່ໄດ້ ວິນຫົວ ໄອ ປວດຮາກ ລຸກຍ່າງບໍ່ໄດ້.

ສ່ວນສາເຫດທີ່ເກີດເຊື້ອລາໃນສະໝອງ ຍ້ອນກິນຢາດີໄອເກີນຂະໜາດ ທີ່ເປັນສ່ວນປະສົມຂອງນ້ຳກະທ້ອມ ແລະ ຍັງກັ່ນຕອງນ້ຳກະທ້ອມບໍ່ລະອຽດ.ທັ້ງນີ້ ຜູ້ກ່ຽວໄດ້ປິ່ນປົວມາແຕ່ເດືອນ 11 ຈົນເຖິງປັດຈຸບັນ ເປັນເວລາເກືອບ 7 ເດືອນ ໝົດເງິນໄປ 160 ກວ່າລ້ານກີບ ບໍ່ລວມ ຄ່າອາຫານທີ່ຕ້ອງກິນ ບໍ່ລວມປີ້ຍົນບິນກັບປາກເຊ-ວຽງຈັນ ແລະ ແນວທາງຮັກສາອື່ນໆ.

ທີ່ມາ Dy Noudy

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ