ດວງ-Tou-Vientianepost (11)
ຍີ່ປຸ່ນ ສືບຕໍ່ຊ່ວຍພັດທະນາ ຊັບພະຍາກອນມະນຸດ ແກ່ລາວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 23 May, 2023
ໝວດ: ຂ່າວ

ວັນທີ 22 ພຶດສະພາ 2023, ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການທຶນການສຶກສາ ເພື່ອ ການພັດທະນາຊັບພະຍາກອນມະນຸດ(ລະດັບປະ ລິນຍາໂທ ແລະ ປະລິນ ຍາເອກ) ຫລື ທຶນ JDS, ມູນຄ່າ 343 ລ້ານເຢັນ ຈາກ ລັດຖະບານຍີ່ປຸ່ນ ໃຫ້ ແກ່ ລັດຖະບານສປປ ລາວ ຕາງໜ້າຝ່າຍລາວ ລົງນາມໂດຍທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຝ່າຍຍີ່ປຸ່ນ ລົງນາມໂດຍທ່ານ ໂຄບະຢະຊິ ເຄນອິຈິ (KOBAYA SHI Kenichi) ເອກອັກ ຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ມີບັນດາຜູ້ຕາງໜ້າຈາກຂະແໜງ ການກ່ຽວຂ້ອງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.

ທຶນ JDS ແມ່ນ ທຶນການສຶກສາ ລະດັບປະລິນຍາໂທ ແລະ ປະລິນຍາເອກ ທີ່ລັດຖະບານຍີ່ປຸ່ນ ສະໜອງໃຫ້ແກ່ ສປປ ລາວ ເພື່ອແນໃສ່ຍົກລະດັບ ຄວາມຮູ້-ຄວາມສາມາດ ຂອງພະນັກງານ-ລັດຖະກອນຂອງລາວ ນັບແຕ່ປີ 1999 ມາຮອດປະຈຸບັນ ສປປ ລາວ ໄດ້ຮັບທຶນການສຶກສາ JDS ລວມທັງ ໝົດ 474 ທຶນ (ສະເລ່ຍປີລະ 20 ທຶນ) ເຊິ່ງມີບັນດາພະນັກງານຈາກ ຂະ ແໜງການສຶກສາ ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້ ໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການອື່ນໆຂອງ ສປປ ລາວ ໄດ້ຮັບຄັດເລືອກ ເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນ
ການ ຍົກລະດັບຄຸນນະ ພາບຂອງບຸກຄະລາກອນລາວ ທີ່ປະຕິບັດໜ້າທີ່ວຽກງານ ປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະຜ່ານມາ.

ໃນໂອກາດນີ້ ທ່ານ ໂພໄຊ ໄຂຄຳພິທູນ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ການ ສະໜັບສະໜູນ ຊ່ວຍເຫລືອຂອງ ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ຕະຫຼອດ ໄລຍະທີ່ຜ່ານມາ ໂດຍສະເພາະ ການຊ່ວຍເຫລືອທາງການເພື່ອການພັດ ທະ ນາ (ODA) ຂອງຍີ່ປຸ່ນທີ່ຍັງຢູ່ໃນອັນດັບຕົ້ນຂອງການຊ່ວຍເຫຼືອຈາກຕ່າງ ປະເທດ ໃຫ້ແກ່ ສປປ ລາວ(ສະເລ່ຍປະມານ 90-100 ລ້ານໂດລາສະຫະລັດ ຕໍ່ປີ). ວຽກງານການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດ ແມ່ນຂະແໜງການໜຶ່ງທີ່ລັດຖະບານລາວ ຖືເປັນບູລິມະສິດສໍາຄັນ ແລະ

ເປັນປັດໄຈສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ເຊິ່ງໃນ ໄລຍະຜ່ານມາ ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ໄດ້ສະໜັບສະໜູນ ສປປ ລາວ ໃນການພັດທະນາວຽກງານການສຶກສາ ກໍຄື ການພັດທະນາຊັບພະ ຍາກອນມະນຸດຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີ ເປັນຕົ້ນແມ່ນ ການກໍ່ ສ້າງ-ປັບປຸງໂຮງຮຽນຢູ່ໃນເຂດຫ່າງໄກສອກຫລີກ ການສະໜອງອຸປະກອນ ການສຶກສາທີ່ຈໍາເປັນ ການສະໜອງທຶນການສຶກສາ ແລະ ອື່ນໆ.

ທ່ານທູດ ໂຄບະຢະຊິ ເຄນອິຈິ ໄດ້ສະແດງຄວາມຫມາຍຫມັ້ນທີ່ຈະສືບຕໍ່ເຮັດ ວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີ ງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະ ຫວ່າງ ສອງປະເທດ ຍີ່ປຸ່ນ-ລາວ ໃຫ້ນັບມື້ໄດ້ຮັບການພັດທະ ນາ ແລະ ແຕກດອກອອກຜົນຍິ່ງຂຶ້ນ.

ທີ່ມາ: ຂ່າວ-ພາບ ຂ​ປ​ລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ