ດວງ-Tou-Vientianepost (54)
ເຈົ້າສາວແປກໃຈວ່າເຈົ້າບ່າວໜີງານແຕ່ງ ສຸດທ້າຍນຳຈົນເຈິ ລາກເຈົ້າບ່າວກັບຄືນສູ່ພິທີ ພ້ອມນັ່ງຄໍຕົກ ແລະ ເລົ່າຄຳສາບານ
ຮຽບຮຽງໂດຍ:Staff
ເຜີຍແຜ່: 25 May, 2023

ຂ້ອຍຈະຊອກຫາເຈົ້າໃຫ້ເຈິ! ເຈົ້າສາວອິນເດຍໃນຊຸດຈັດເຕັມ ນຳຊອກຫາເຈົ້າບ່າວຫນີງານແຕ່ງ, ໜີໄປປະມານ 20 ກິໂລແມັດ, ແລະລາກກັບໄປເຮັດພິທີສາບານໃນພິທີແຕ່ງດອງ ບໍ່ຍອມໄປຮັນນິມູນຄົນດຽວເດັດຂາດ.

ຕາມການລາຍງານຂອງ indiatoday, ພົບວ່າເຫດການດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ລັດ Uttar Pradesh. ປະເທດອິນເດຍ ​ຍິງຊາຍຄູ່ໜຶ່ງ​ໄດ້​ມີ​ການ​ພົວ​ພັນ​ກັນ​ມາດົນກວ່າ​ສອງ​ປີ​. ໃນສຸດທ້າຍມື້ແຕ່ງງານໄດ້ຖືກກໍານົດຂຶ້ນຫຼັງຈາກການເຈລະຈາລະຫວ່າງຄອບຄົວ, ຢ່າງໃດກໍຕາມ, ໃນມື້ແຕ່ງງານ, ເຈົ້າບ່າວບໍ່ມາປາກົດຕົວຈັກເທື່ອ.

ເຈົ້າສາວທີ່ແຕ່ງຕົວແບບຈັດເຕັມ ລໍຖ້າເຈົ້າບ່າວດົນກໍ່ບໍ່ເຫັນມາຈັກເທື່ອ ຈົນສຸດທ້າຍ, ມີຄວາມແປກໃຈເລີຍຕັດສິນໃຈໂທຫາ. ແຕ່​ເຈົ້າ​ບ່າວ​ໄດ້​ແກ້​ຕົວ​ວ່າ​ຈະ​ໄປ​ຮັບ​ແມ່​ເຂົ້າ​ຮ່ວມພິທີແຕ່ງງານ. ທັນທີທີ່ເຕົ້າສາວໄດ້ຍິນ, ກໍ່ເລີຍສົງໃສວ່າເຈົ້າບ່າວກໍາລັງວາງແຜນທີ່ຈະຫນີງານແຕ່ງງານ. ເຈົ້າສາວເລີຍບໍ່ລັງເລ, ເລີຍນຳຊອກຫາເຈົ້າບ່າວຢ່າງດ່ວນ

ຈົນໃນທີ່ສຸດກໍ່ຊອກຫາເຈົ້າບ່າວເຫັນ ໃນຂະນະທີ່ກຳລັງຈະຂຶ້ນລົດເມໃກ້ກັບສະຖານີຕຳຫຼວດ. ເຊິ່ງຫ່າງຈາກສະຖານທີ່ຈັດງານແຕ່ງດອງປະມານ 20 ກິໂລແມັດ, ແລະໄດ້ເກີດມີປາກສຽງກັນຢູ່ກາງຖະໜົນລະຫວ່າງສອງຄົນ. ກ່ອນ​ທີ່​ເຈົ້າ​ສາວ​ຈະ​ພາ​ເຈົ້າ​ບ່າວ​ກັບ​ຄືນ​ໄປ​ບ່ອນ​ປະຕິບັດ​ຄຳ​ປະຕິຍານ​ໃນ​ງານ​ແຕ່ງດອງ ການ​ແຕ່ງ​ງານ​ຂອງ​ທັງສອງ​ແມ່ນ​ດຳເນີນໄປຢ່າງເຄັ່ງຄຽດ ຕໍ່​ໜ້າ​ທັງສອງ​ຄອບ​ຄົວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
pele - 2025-07-04T090816.696
ຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ IV
ຢ່າລື່ມກົດຕິດຕາມ