ດວງ-Tou-Vientianepost (72)
ແຂວງຫົວພັນປ່ອຍຕົວນັກໂທດກ່ອນກຳນົດ 7 ຄົນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 30 May, 2023
ໝວດ: ຂ່າວ

ວັນທີ 26 ພຶດສະພາ 2023 ຜ່ານມາ, ສານປະຊາຊົນ ແຂວງຫົວພັນ ໄດ້ປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ຈໍານວນ 7 ຄົນ;  ໃນນີ້, ມີນັກໂທດຄະດີມີຢາເສບຕິດໄວ້ໃນຄອບຄອງ ເພື່ອເສບປະເພດຢາບ້າ  4 ຄົນ, ຄະດີມີວັດຖຸເຄມີເພື່ອຜະລິດຢາເສບຕິດໄວ້ໃນຄອບຄອງ 1 ຄົນ, ຄະດີລັກພາຕົວ 1 ຄົນ ແລະ ຄະດີຂູ່ຄາດຕະກຳ 1 ຄົນ.

ນັກໂທດຈໍານວນດັ່ງກ່າວ ພວກກ່ຽວໄດ້ຜ່ານການປະຕິບັດໂທດມາແລ້ວ 2 ສ່ວນ 3 ເຫັນວ່າພວກກ່ຽວເປັນຜູ້ທີມີຄວາມກ້າວໜ້າ ໃນການຝຶກຝົນຫຼໍ່ຫຼອມຕົນເອງ, ມີການປ່ຽນແປງທາງດ້ານທັດສະນະແນວຄິດ, ມີສະຕິຕື່ນຕົວປະຕິບັດຕາມລະບຽບກົດໝາຍຂອງຄ້າຍວາງອອກຢ່າງເຂັ້ມງວດ, ມີແນວຄິດກິນແໜ່ງແຄງໃຈຕໍ່ການກະທຳຜິດຂອງຕົນເອງໃນໄລຍະຜ່ານມາ, ມີຄວາມສາມັກຄີ ເປັນແບບ ຢ່າງໃຫ້ແກ່ນັກໂທດຮ່ວມກັນ, ມີຄວາມດຸໜັ່ນຫ້າວຫັ່ນໃນການອອກແຮງງານ ສະນັ້ນຈິງໄດ້ຮັບການປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂ ຕາມແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ