ດວງ-Tou-Vientianepost (15)
ວາງແຜນລັກຄຳຄົນບ້ານດຽວກັນ ສຸດທ້າຍຖືກເຈົ້າໜ້າທີ່ນຳຈັບໄດ້
ຮຽບຮຽງໂດຍ:Staff
ເຜີຍແຜ່: 6 June, 2023
ໝວດ: ຂ່າວ

ວັນທີ 18 ພຶດສະພາ 2023 ຜ່ານມາ ປກສ ເມືອງໂພນໂຮງ ກັກຕົວທ້າວ ແອນ້ອຍ ອາຍຸ 40 ປີ ປະຊາຊົນ ບ້ານນໍ້າແຈ້ງ ເມືອງ ໂພນໂຮງ ແຂວງວຽງຈັນ ໃນຂໍ້ກ່າວຫາລັກຊັບພົນລະເມືອງ ມາທຳການສຶບສວນ-ສອບສວນ.

ຜ່ານການສືບສວນ – ສອບສອນຂອງເຈົ້າໜ້າທີ່ ທ້າວ ແອນ້ອຍ ໄດ້ໃຫ້ການຮັບສາລະພາບວ່າ: ວັນທີ 3 ພຶດສະພາ 2023 ຜູ້ກ່ຽວແມ່ນໄດ້ປິນເຂົ້າປ່ອງຢ້ຽມເຮືອນເພື່ອນແລ້ວເຂົ້າໄປລັກເອົາເງິນ ແລະ ວັດຖຸຄ້າຍຄືຄໍາ ຢູ່ທີ່ບ້ານນໍ້າແຈ້ງ ເມືອງໂພນໂຮງ, ສ່ວນວິທີການ ແລະ ແຮງຈູງໃຈໃນການກໍ່ເຫດໃນຄັ້ງນີ້ຍ້ອນວ່າ: ໄລຍະເດືອນຜ່ານມາຜູ້ກ່ຽວແມ່ນໄດ້ສັງເກດເຫັນຜູ້ເສຍຫາຍໃສ່ເຄື່ອງປະດັບ (ປະເພດສາຍຄໍາເສັ້ນໃຫຍ່) ແລ້ວຈື່ງມີແນວຄິດຢາກໄດ້ ຫຼັງຈາກນັ້ນຜູ້ກ່ຽວຈຶ່ງໄດ້ວາງແຜນ, ຕິດຕາມ, ຫາໂອກາດໄດ້ປະມານ 5 ມື້, ໃນມື້ລົງມືລັກຊັບ ມີເງິນ 6.000.000 ກີບ, ວັດຖຸຄ້າຍຄືຄໍາ  2 ເສັ້ນພ້ອມກີ້ພຣະ 1 ອັນ ແລະ ສາຍແຂນຄ້າຍຄືຄໍາ 1 ເສັ້ນ.

ວັນທີ 6 ພຶດສະພາ 2023 ຜູ້ກ່ຽວໄດ້ເອົາເງີນທີ່ລັກມາ  2.000.000 ກີບ ໄປຈ່າຍຫີ້ນກິນຟູມເຟືອຍຈົນໜົດ, ວັນທີ 9 ພຶດສະພາ 2023 ເມຍຂອງຜູ້ກ່ຽວບໍ່ມີເງິນຊື້ເຄື່ອງເຂົ້າຮ້ານ ແລ້ວຜູ້ກ່ຽວກໍ່ໄດ້ເອົາໃຫ້ເມຍ 2.000.000 ກີບ, ຈົນມາຮອດ ວັນທີ 17 ພຶດສະພາ 2023 ຜູ້ກ່ຽວໄດ້ຊວນເມຍເອົາຄໍາ (ປະເພດສາຍແຂນ) ໄປຂາຍຢູ່ຕະຫລາດເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ເງິນ 12.500.000 ກີບ ຫລັງຈາກໄດ້ເງິນແລ້ວຜູ້ກ່ຽວກໍໄດ້ກັບບ້ານ ແຕ່ຍ້ອນຄວາມເອົາໃຈໃສ່ຂອງເຈົ້າໜ້າທີ່ຕໍາຫລວດໃນການຕິດຕາມເປົ້າໜາຍ, ເກັບກໍາຂໍ້ມູນໃນທີ່ສຸດກໍ່ສາມາດຈັບຕົວທ້າວ ແອນ້ອຍ ໄດ້ໃນຄັ້ງວັນທີ 18 ພຶດສະພາ 2023 ມາດໍາເນີນຄະດີຕາມລະບຽບກົດໜາຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ