ດວງ-Tou-Vientianepost (36)
ແຈ້ງການ ໃຫ້ຢຸດຕິການບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານເກມ ແລະ ໂຕະສະນຸກເກີ ທົ່ວເມືອງປາກຊັນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 8 ເດືອນມີນາ, 2023
ໝວດ: ຂ່າວ

ອີງຕາມ ແຈ້ງການຂອງພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ສະບັບເລກທີ 506/ສກຂ, ລົງວັນທີ 25 ພຶດສະພາ 2023 ວ່າດ້ວຍການສອບເສັງຈົບຊັ້ນສາມັນສຶກສາ ມ.4 ແລະ ມ.7 ສົກຮຽນ 2022-2023; ອີງຕາມ ຫນັງສືສະເຫນີຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ສະບັບເລກທີ 280/ສກມ, ລົງວັນທີ 07 ມິຖຸນາ 2023.
ຫ້ອງວ່າການເມືອງ ຂໍຖືເປັນກຽດ ອອກແຈ້ງການ ດັ່ງນີ້:

1. ໃຫ້ບັນດາຜູ້ປະກອບການ, ຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານເກມ ແລະ ໂຕະສະນຸກເກີ ທົ່ວເມືອງປາກຊັນ ຢຸດຕິການບໍລິການຊົ່ວຄາວ ໃນຊ່ວງສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ( ມ.4 ) ວັນທີ 14-16 ມິຖຸນາ 2023 ແລະ ຕອນປາຍ ( ມ.7 ) ວັນທີ 21-23 ມິຖຸນາ 2023 ເພື່ອຫຼີກລຽງນັກສອບເສັງມີການສະຫຼຸບ- ສະຫຼອງ, ການຫຼິ້ນກີນຟຸມເຟືອຍແບບຄືກຄະນອງ ແລະ ພາໃຫ້ເກີດອຸປະຕິເຫດ, ກໍ່ຄວາມບໍ່ສະຫງົບຂື້ນໃນໄລຍະການ ສອບເສັງ;

2. ຫ້າມບໍ່ໃຫ້ນັກຮຽນຕັ້ງກຸ່ມເພື່ອຊຸມແຊວ, ສ້າງສັນກິນເຫຼົ້າ-ກິນເບຍ ຕາມສະຖານທີ່ຕ່າງໆ ບໍ່ວ່າຈະເປັນພາຍໃນ ເຮືອນ ແລະ ສະຖານທີ່ອື່ນໆ;

3. ມອບໃຫ້ຄະນະສະເພາະກິດຂັ້ນເມືອງ, ເຈົ້າຫນ້າທີ່ ປກສ ແລະ ຫ້ອງການຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ ເປັນເຈົ້າການໃນການຕິດຕາມກວດກາຢ່າງເຂັ້ມງວດ;

4. ຫາກພົບເຫັນພາກສ່ວນກ່ຽວຂ້ອງ ຫຼື ນັກຮຽນລ່ວງລະເມີດຕໍ່ມາດຕະການທີ່ລະບຸໄວ້ແມ່ນມອບໃຫ້ຄະນະຮັບ ຜິດຊອບພາກສ່ວນທີ່ກ່ຽວຂ້ອງດໍານີນມາດຕະການຕໍ່ຜູ້ລະເມີດຕາມລະບຽບກົດຫມາຍຢ່າງເຂັ້ມງວດ;

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນຈັນ ທີ 02 ຕຸລາ 2023
ດວງ-Tou-Vientianepost (34)
ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອາທິດ ທີ 01 ຕຸລາ 2023
ek
ດວງລາຍວັນປະຈໍາວັນສຸກ ທີ 29 ກັນຍາ 2023
ດວງ-Tou-Vientianepost (30)
ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ
ດວງ-Tou-Vientianepost (28)
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ດວງ-Tou-Vientianepost (26)
ແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ
ek
ດວງລາຍວັນປະຈໍາວັນພຸດ ທີ 27 ກັນຍາ 2023
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອັງຄານ ທີ 26 ກັນຍາ 2023
ດວງ-Tou-Vientianepost (22)
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023
ຢ່າລື່ມກົດຕິດຕາມ