ວັນທີ 7 ມິຖຸນາ 2023 ຜ່ານມາ, ພະແນກສືບສວນສວອບສວນ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ນຳຕົວຄົນຮ້າຍຈຳນວນ 2 ຄົນ ຊື່ ທ້າວ ສົມຫວັງ ອາຍຸ 17 ປີ ແລະ ທ້າວ ມາລາສິດ ອາຍຸ 18 ປີ ອາໄສຢູ່ ບ້ານ ແລ້ງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ມາສືບສວນສອບສວນ ຂໍ້ຫາລັກຊັບພົນລະເມືອງ ປະເພດລົດຈັກ.
ຜ່ານການສືບສວນສອບສວນ ຜູ້ກ່ຽວຍອມຮັບສາລະພາບວ່າ: ໄລຍະຜ່ານມາ ເຄື່ອນໄຫວລັກຊັບມາແລ້ວ 5 ຄັ້ງ ລົດທີ່ລັກມາໄດ້ແມ່ນເອົາໄປຂາຍ ແລ້ວນຳເງິນມາໃຊ້ຈ່າຍກິນຟູມເຟືອຍຈົນໝົດ, ຕົກມາຮອດວັນທີ 4 ມິຖຸນາ 2023 ຈຶ່ງໄດ້ຖືກເຈົ້າໜ້າທີ່ກັກຕົວພ້ອມລົດຈັກປະເພດຮອນດາ ເວັບໄອສີເທົາ 1 ຄັນ, ກະແຈລົດ 3 ດອກ, ແລະ ສະວິກໄຟທີ່ໃຊ້ກໍ່ເຫດ 2 ອັນ. ປັດຈຸບັນທາງເຈົ້າໜ້າທີ່ໄດ້ກັກຕົວພວກກ່ຽວໄວ້ເພື່ອດຳເນີນຄະດີຕາມກົດລະບຽບຕໍ່ໄປ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,398 | 21,673 |
![]() THB | 659.07 | 670.93 |
![]() EUR | 24,168 | 24,652 |
![]() CNY | 2,906 | 2,964 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |