ດວງ-Tou-Vientianepost (56)
ເຈົ້າໜ້າທີ່ພາສີປະຈຳຈຸດປະສານງານຫລັກ 15 ຢຶດລົດເກັງ  Lexus ທີ່ໃສ່ປ້າຍທະບຽນປອມ
ຮຽບຮຽງໂດຍ:Staff
ເຜີຍແຜ່: 12 June, 2023
ໝວດ: ຂ່າວ

ວັນທີ 11 ມິຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ປະຈໍາຈຸດປະສານງານຫຼັກ 15 ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ສົມທົບກັບເຈົ້າໜ້າພາສີຂະແໜງ ກວດກາ ແລະ ສືບສວນ-ສອບສວນ (ກສສ), ໄດ້ອອກເຄື່ອນໄຫວຕິດຕາມ-ກວດກາຕາມແຫຼ່ງຂ່າວພົນລະເມືອງດີລາຍງານວ່າ: ມີລົດເກັງ 1 ຄັນ, ຍີ່ຫໍ້ Lexus, ສີປອນໝາຍເລກທະບຽນ ຈຂ 3636 ກໍາແພງນະຄອນ, ເປັນລົດສວມປ້າຍທະບຽນປອມ, ແລ່ນຕາມເສັ້ນທາງເຂດສີໄຄມຸ່ງໜ້າມາທາງສະໝາມບິນວັດໄຕ.

ດັ່ງນັ້ນ, ເຈົ້າໜ້າທີ່ພາສີ, ຈຶ່ງໄດ້ເຄື່ອນໄຫວຕິດຕາມພົບເຫັນເປົ້າໝາຍ ແລະ ປະສານສົມທົບກັບເຈົ້າໜ້າຕໍາຫຼວດຈາລະຈອນ, ເພື່ອສະກັດກວດກາ-ຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດສວມປ້າຍທະບຽນປອມບໍ່ມີໃນກົງໂຕນຂອງລະບົບ ຍທຂ, ເຈົ້າໜ້າພາສີ, ຈຶ່ງໄດ້ນຳລົດຄັນດັ່ງກ່າວເຂົ້າມາຮັກສາໄວ້ທີ່ພະແນກສືບ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ທີ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເພື່ອດຳເນີນການຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ

ທີ່ມາ ກະຊວງການເງິນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
pele - 2025-07-04T090816.696
ຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ IV
ຢ່າລື່ມກົດຕິດຕາມ