ດວງ-Tou-Vientianepost (69)
ຂົວຂ້າມແມ່ນ້ຳຂອງມິດ ຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ສຳເລັດ 70%
ຮຽບຮຽງໂດຍ:Staff
ເຜີຍແຜ່: 13 June, 2023
ໝວດ: ຂ່າວ

ໂຄງການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງມິດ ຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ສຳເລັດ 70% ຄາດວ່າຈະໃຫ້ໄດ້ເປີດນໍ້າໃຊ້ໃນຕົ້ນປີ 2024.

ໃນວັນທີ 12 ມິຖຸນາ 2023, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງມິດ ຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ), ມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ ແລະ ຕາງຫນ້າຈາກຂະແໜງການທີ່ກ່ຽວຂ້ອງຮ່ວມ.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ)ຝ່າຍລາວ ໄດ້ລາຍງານສະພາບໂດຍລວມຕະຫຼອດ ໃຫ້ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຊາບກ່ຽວກັບຄວາມຄືບຫນ້າຂອງໂຄງການ, ທັງຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ. ຂົວແຫ່ງນີ້ ໄດ້ເລີ່ມສຶກສາຄວາມເປັນໄປໄດ້, ພ້ອມທັງມີການສຳຫຼວດ, ອອກແບບ ແຕ່ປີ 2014 ສຳເລັດ ໃນປີ 2016 ໂດຍໄດ້ຮັບທຶນການຊ່ວຍ ເຫລືອລ້າ ຈາກອົງການ NEDA ປະເທດໄທ ແລະ ຖືກຮັບຮອງຈາກລັດຖະບານ 2 ຝ່າຍໃນປີ 2018.

ໂຄງການກໍ່ສ້າງ ຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄຳໄຊ-ບຶງການ ແມ່ນຕັ້ງຢູ່ເຂດບ້ານກ້ວຍອຸດົມ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ ຫ່າງຈາກເທດສະບານ ແຂວງ ມາທາງທິດເໜືອຕາມທາງເລກ 13 ໃຕ້ປະມານ 10 ກິໂລ ແມັດ ແລະ ຫ່າງຈາກທາງເລກ 13 ໃຕ້ເຂົ້າໄປຫານ້ຳຂອງປະມານ 2.775 ແມັດໂຄງການກໍ່ສ້າງໄດ້ເລີ່ມລົງມື ແຕ່ວັນທີ 04 ມັງກອນ 2021ເປັນຕົ້ນມາ ເຊິ່ງມີມູນຄ່າທັງ ໝົດ 1.380,067 ລ້ານບາດ, ໄດ້ແບ່ງອອກເປັນສອງສັນຍາ ຄື :

ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນໍ້າຂອງ ລວງຍາວ 535 ແມັດ ) ໂດຍແມ່ນບໍລິສັດ ນະພາ ກໍ່ສ້າງ ຈໍາກັດ (ຜູ້ຮັບເໝົາ) ບໍລິສັດ SIAM BBR ຮ່ວມກັບ ບໍລິສັດ VK International ຈຳກັດ ຜູ້ດຽວ (ຄູ່ຮ່ວມສັນຍາ) ມູນຄ່າສັນຍາ 379.197.622,7 ບາດ ແລະ ສັນຍາທີ 2 ແມ່ນສັນຍາກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງ ຮັບເໝົາໂດຍບໍລິສັດ ສະຫລວງ ກໍ່ສ້າງ ຈຳກັດ ຮ່ວມກັບ ບໍລິສັດ ກໍ່ສ້າງວິສະວະກຳ ສາກົນ ທັນສະໄໝ ຈຳກັດ (AIEC) ມູນຄ່າສັນຍາ 773.180.000 ບາດ, ຂົວມີລວງຍາວທັງໝົດ 1.350 ແມັດ. ປັດຈຸບັນສຳ ເລັດຈ່າຍຄ່າຊົດເຊີຍ ເນື້ອທີ່ທຳການຜະລິດຂອງປະຊາ ຊົນທີ່ນອນໃນໂຄງການ 52 ກວ່າເຮັກຕາ ມູນຄ່າ 5 ຕື້ກວ່າກີບ.

ສຳລັບການກໍ່ສ້າງໂຄງການສັນຍາ 1 ຄືການກໍ່ສ້າງສ້າງຂົວສຳເລັດແລ້ວ 60% ສັນຍາ 2 ການກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງສຳເລັດແລ້ວ 89 % ລວມສອງສັນຍາ 70% ຄາດວ່າຈະໃຫ້ໄດ້ເປີດນໍ້າໃຊ້ໃນຕົ້ນປີ 2024.

ທີ່ມາ: ຂປລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ