ek
ດວງລາຍວັນປະຈໍາວັນສຸກ ທີ 16 ມິຖຸນາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 16 ເດືອນມີນາ, 2023

ຄົນເກີດວັນອາທິດ:ການ​ງານເຮັດວຽກ​ດ້ວຍ​ຄວາມ​ລະອຽດ​ຮອບຄອບ​ສະເໝີ ເຖິງ​ຈະ​ພົບ​ບັນຫາ​ກໍ​ຈະ​ແກ້​ໄຂ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້ ການ​ເງິນ​  ລາຍ​ຈ່າຍ​ຍັງມີ​ຫລາຍ ລາຍ​ຮັບ​ກໍ​ບໍ່​ສົມ​ດຸນ​ກັນ ເຮັດໃຫ້​ພົບ​​ສະພາ​ວະ​ຂາດ​ເຂີນ​ທາງ​ດ້ານ​ການ​ເງິນ​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກສຸກ​ສົມ​ຫວັງ​ລົງ​ຕົວ​ດີ​ຂຶ້ນ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ ກໍ່​ໃຫ້​ເກີດ​ຄວາມ​ສຸກ​ໃຈ ເຄື່ອງມຸງຄຸນເງິນ ສີມຸງຄຸນ​ສີສົ້ມ ເລກ​ນຳ​ໂຊກ​6

ຄົນເກີດວັນຈັນ:ການ​ງານວຽກງານ​ທີ່​ເຮັດ​ກໍ​ຮູ້ສຶກ​ວ່າ​ມັກ ແຕ່​ເລື່ອງ​ທີ່​ໜ້າ​ເບື່ອ​ຄື ເພື່ອນ​ຮ່ວມ​ງານ ທີ່​ໄວ້​ໃຈ​ບໍ່​ຄ່ອຍ​ໄດ້ ການ​ເງິນພະຍາຍາມ​ໝຸນ​ຫາ​ເງິນ​ເຂົ້າ​ມາ​ເພື່ອ​ໃຫ້​ເກີດ​ສະພາບ​ດີ​ທາງ​ດ້ານ​ການ​ເງິນ
ຄວາມ​ຮັກຈະ​ພົບ​ຄົົນທີ່​ມີ​ອາ​ຍຸຕ່າງ​ກັນ ຢູ່ໃນ​ເກນ​ຜິວ​ສອງ​ສີ ທ່ານ​ມີ​ຄວາມ​ເປັນ​ຜູ້​ນຳ​ສູງ​ ເຄື່ອງມຸງຄຸນ​ສາຍຄໍຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​  9

ຄົນເກີດວັນອັງຄານ:ການ​ງານຊ່ວງ​ນີ້​ລົງ​ທຶນ​ຫຍັງ​ລະ​ວັງ​ຈະ​ຂາດ​ທຶນ ສູນ​ເສຍ​ເງິນ ເພາະ​ຄວາມ​ຜິດ​ພາດ ການ​ເງິນ​ຍັງ​ໂຊ​ກດີ​ທີ່​ຜູ້ໃຫຍ່​ຍັງ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ເມື່ອ​ທ່ານ​ພົບ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ແບບ​ບໍ່ທັນຕັ້ງໂຕ ຄວາມ​ຮັກຍັງ​ບໍ່​ລົງ​ຕົວ ​ແລະ ​ບໍ່​ມີ​ເວລາ​ທຸ້ມເທ​ດ້ານ​ຄວາມ​ຮັກ ເຖິງ​ແມ່ນ​ຈະ​ພົບ​ໃຜ​ເຂົ້າ​ມາ​ກໍ​ຕາມ ນິ​ໄສ​ຈະ​ເຂົ້າ​ກັນ​ບໍ່​ຄ່ອຍ​ໄດ້ ເຄື່ອງມຸງຄຸນ​  ​ຫີນນໍາໂຊກສີຂາວ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​5

ຄົນເກີດວັນພຸດ:ການ​ງານ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ໃຫ້​ສຳເລັດ​ໄດ້​ຢ່າງ​ວ່ອງໄວ ການ​ເງິນໃຊ້​ອອກ​ໄປ​ຫລາຍ ແຕ່​ກໍ​ໝຸນ​ຫາ​ເງິນ​ໄດ້​ທັນ​ໃຊ້​ທັນ​ຈ່າຍ​ຢູ່​ສະເໝີ ຄວາມ​ຮັກສຸກ​ສົມ​ຫວັງ​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ແບບ​ບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີ​ຟ້າ ເລກ​ນຳ​ໂຊກ​   9

ຄົນເກີດວັນພະຫັດ:ການ​ງານຕັ້ງ​ເປົ້າ​ໝາຍ​ໃນ​ການ​ສ້າງສັນ​ຜົນ​ງານ ແລະ ​ໃຊ້​ຄວາມ​ພະຍາຍາມ​ໃນ​ການ​ແກ້​ໄຂ​ບັນຫາ​ຕ່າງ​ໆ ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້ ການ​ເງິນ​ຈະ​ໄດ້​ເງິນ​ເຂົ້າ​ມາ ທ່ານຈະມີ​ໂຊ​ກໃນ​​ການເດີນທາງ​ໄກ ​ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ​ແບບ​ບໍ່ທັນຕັ້ງໂຕ​​ກັບ​ຄົນ​ຜິວ​ຂາວ​ໃນ​ຊ່ວງ​ນີ້ ເຄື່ອງມຸງຄຸນ​ຕ່າງຫູຄໍາ ສີມຸງຄຸນສີ​ຂາວ ເລກ​ນຳ​ໂຊກ​3

ຄົນເກີດວັນສຸກ:ການ​ງານ​ໃຊ້​ຄວາມ​ລະອຽດ​ຮອບຄອບ​ໃນ​ການ​ເຮັດ​ວຽກງານ ກໍ່​ໃຫ້​ເກີດ​ຄວາມ​ສຳ​ເລັດ​ໄດ້​ດີ ການ​ເງິນມີ​ໂຊກດີ ຈະ​ໄດ້​ເງິນ​ເຂົ້າ​ມາ​ເພີ່ມເຕີມ​ໃນ​ຊ່ວງ​ນີ້ ຄວາມ​ຮັກສຸກ​ສົມ​ຫວັງ​ລົງ​ຕົວ ມີ​ໂອ​ກາດ​ພັດທະນາ​ຄວາມ​ສຳພັນ​ໃນ​ແບບ​ເລິກ​ຊື່ງ​ຫລາຍ​ຂຶ້ນ ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີມ້ວງ ເລກ​ນຳ​ໂຊກ​7

ຄົນເກີດວັນເສົາ:ການ​ງານຈະ​ເຮັດ​ທຸລະກິດ​ໃດ​ໆ ປະ​ສົບ​ຄວາມ​ສຳ​ເລັດ ເປັນ​ເງິນ​ເປັນ​ທອງ​ໄປ​ທຸກ​ຢ່າງ ການ​ເງິນ​ຄິດ​ເງິນ​ກໍ​ໄດ້​ເງິນ​ໃນ​ຊ່ວງ​ນີ້ ຫລື​ຜູ້ໃຫຍ່​ຈະ​ຊ່ວຍ​ເຫລືອ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ​ຄວາມ​ຮັກ​ຊ່ວງ​ນີ້ງົ​ດ​ການ​ສື່​ສານ​ກັບ​ຄົນ​ຮັກ ຈະ​ໄດ້​ເປັນ​ການ​ຫຼີກ​ລ້ຽງ​ການ​ຜິດໃຈກັນ ເຄື່ອງມຸງຄຸນ​ຄໍາ ສີມຸງຄຸນສີຂຽວ ເລກ​ນຳ​ໂຊກ​2

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນຈັນ ທີ 02 ຕຸລາ 2023
ດວງ-Tou-Vientianepost (34)
ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອາທິດ ທີ 01 ຕຸລາ 2023
ek
ດວງລາຍວັນປະຈໍາວັນສຸກ ທີ 29 ກັນຍາ 2023
ດວງ-Tou-Vientianepost (30)
ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ
ດວງ-Tou-Vientianepost (28)
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ດວງ-Tou-Vientianepost (26)
ແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ
ek
ດວງລາຍວັນປະຈໍາວັນພຸດ ທີ 27 ກັນຍາ 2023
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອັງຄານ ທີ 26 ກັນຍາ 2023
ດວງ-Tou-Vientianepost (22)
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023
ຢ່າລື່ມກົດຕິດຕາມ