ek
ດວງລາຍວັນປະຈໍາວັນເສົາ ທີ 17 ມິຖຸນາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 17 ເດືອນມີນາ, 2023

ຄົນເກີດວັນອາທິດ:ການ​ງານເຮັດ​ທຸລະກິດ​ດ້ານ​ແຟ​ຊັ່ນ ຫຼື ວົງ​ການ​ບັນ​ເທິງຈະປະ​ສົບ​ຄວາມ​ສຳ​ເລັດ​ດີ ການ​ເງິນ​ຈະ​ພົບ​ຜູ້​ອຸປະຖຳ​ທາງ​ການ​ເງິນ ເພີ່ນຈະເຂົ້າມາຊ່ວຍເຫຼືອທ່ານໃນໄວໆນີ້ ຄວາມ​ຮັກໄດ້​ພົບ​ຮັກ​ເທື່ອ​ໃໝ່​ເກີດ​ຄວາມ​ສຸກ​ສົມ​ຫວັງ ແຕ່ຕ້ອງລະວັງເລື່ອງຂອງອາລົມ ເຄື່ອງມຸງຄຸນ  ຫິນນໍາໂຊກສີແດງ ສີມຸງຄຸນ​ສີນໍ້າຕານ ເລກ​ນຳ​ໂຊກ​6

ຄົນເກີດວັນຈັນ:ການ​ງານ​ເຈລະ​ຈາ​ທຸລະກິດ​ໄດ້​ຜົນ​ກຳ​ໄລ​ທາງ​ການ​ເງິນ ການງານກໍາລັງຮຸ່ງເຮືອງ ການ​ເງິນຈະໄດ້​ເງິນ​ກ້ອນ​ໃຫຍ່​ຈາກ​ຜູ້ໃຫຍ່​ມາອຸປະຖຳໃນເລື່ອງການໃຊ້ຈ່າຍ ຄວາມ​ຮັກພົບ​ຄວາມ​ສຳພັນ​ບໍ່​ຊັດເຈນ ເພາະເປັນການຄົບແບບປົກປິດ ເຄື່ອງມຸງຄຸນ​  ແຫວນຄໍາ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​  3

ຄົນເກີດວັນອັງຄານ:ການ​ງານ​ເຮັດ​ທຸລະ​ກິດຈະການ​ຄ້າ​ທີ່​ດິນ​ໄດ້​ກຳ​ໄລ​ດີ ແຕ່ລະວັງຈະຖືກໂກງ ການ​ເງິນພົບ​ເລື່ອງ​ເສຍ​ເງິນ​ແບບ​ເລັ່ງ​ດ່ວນ ອາດເສຍເງິນເປັນກ້ອນ ຄວາມ​ຮັກ​ ໄດ້​ພົບ​ຮັກ​ກັບ​ຄົນ​ມີ​ຊື່​ສຽງ ແຕ່ອາດເປັນການທີ່ໄດ້ຮູ້ຈັດແຕ່ບໍ່ລົງເອີຍ ເຄື່ອງມຸງຄຸນ​  ​ໄຂ່ມຸກ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​7

ຄົນເກີດວັນພຸດ:ການ​ງານ​ມີ​ໂອ​ກາດ​ຍົກ​ຍ້າຍວຽກ​ໃໜ່ ສະຖານທີ່ໃໝ່ໃນໄວໆນີ້ ອາດເປັນຍ້ອນຄວາມສາມາດຂອງທ່ານເອງ ການ​ເງິນມີ​ຂ່າວ​ດີ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມ​ຮັກໄດ້​ພົບ​ຮັກ​ກັບ​ຮຸ່ນອ້າຍເອື້ອຍ ອາດເຂົ້າມາຕໍ່ເຕີມຫົວໃຈທ່ານໃຫ້ສົມຫວັງ ເຄື່ອງມຸງຄຸນ​​ເພັດສີແດງ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​  4

ຄົນເກີດວັນພະຫັດ:ການ​ງານ​ເຮັດ​ທຸລະກິດ​ຈະປະ​ສົບ​ຄວາມ​ສຳ​ເລັດ​ຖ້າທ່ານມີຄວາມອົດທົນ ການ​ເງິນເກີດ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ລ້ຳລວຍໃນເລື່ອງຂອງການເງິນ ​ຄວາມ​ຮັກການເດີນທາງ​ໄກ​ມີ​ໂອ​ກາດ​ໄດ້​ພົບ​ຮັກແບບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນ​  ຫິນນໍາໂຊກສີບົວ ສີມຸງຄຸນສີ​ມ່ວງອ່ອນ ເລກ​ນຳ​ໂຊກ​  1

ຄົນເກີດວັນສຸກ:ການ​ງານ​ລະວັງເລື່ອງຂອງການ​ລົງ​ນາມ​ເອກະສານ​ທາງ​ທຸລະກິດ​ອາດ​ເປັນສັນຍາທີ່ຖືກໂກງ ການ​ເງິນ​ຈະ​ໄດ້​ໂຊກ​ຈາກ​ຄວາມຜູ້ໃຫຍ່ເພີ່ນຈະຊ່ວຍອຸປະຖໍາ ຄວາມ​ຮັກ​ເລີ່ມ​ຕົ້ນ​ຄວາມ​ສຳພັນ​ກັບ​ຄົນ​ຮັກ​ໃໝ່ຈະເຮັດໃຫ້ທ່ານມີຄວາມສຸກຫຼາຍຂື້ນ ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​1

ຄົນເກີດວັນເສົາ:ການ​ງານການງານຢູ່ໃນຂັ້ນຕອນປັບປຸງໜ້າວຽກ ຈະເຮັດໃຫ້ທ່ານມີປະສົບການຫຼາຍຂຶ້ນ ການ​ເງິນ​ການ​ເຈລະຈາ​ຕໍ່​ລອງ​ຈະ​ເຮັດໃຫ້​ໄດ້​ເງິນ​ກ້ອນ​ໃຫຍ່ ຄວາມ​ຮັກ​ໄດ້​ພົບ​ຄົນ​ມີສະເໜ່ ຄົນທີ່ທ່ານອາດບໍ່ຄິດວ່າຈະສາມາດລົມກັນໄດ້ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​2

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນຈັນ ທີ 02 ຕຸລາ 2023
ດວງ-Tou-Vientianepost (34)
ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອາທິດ ທີ 01 ຕຸລາ 2023
ek
ດວງລາຍວັນປະຈໍາວັນສຸກ ທີ 29 ກັນຍາ 2023
ດວງ-Tou-Vientianepost (30)
ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ
ດວງ-Tou-Vientianepost (28)
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ດວງ-Tou-Vientianepost (26)
ແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ
ek
ດວງລາຍວັນປະຈໍາວັນພຸດ ທີ 27 ກັນຍາ 2023
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອັງຄານ ທີ 26 ກັນຍາ 2023
ດວງ-Tou-Vientianepost (22)
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023
ຢ່າລື່ມກົດຕິດຕາມ