ດວງ-Tou-Vientianepost - 2023-06-25T204352.140
ເຈົ້າໜ້າທີ່ພາສີ ຢຶດລົດ TOYOTA Revo ສວມປ້າຍທະບຽນລົດຄັນອື່ນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 25 June, 2023
ໝວດ: ຂ່າວ

ພະແນກສືບສວນ-ສອບສວນ ເເລະ ປາບປາມການລັກລອບໜີພາສີ ຫຼື ພສປ ປັນພະແນກໜຶ່ງຂຶ້ນກັບກົມພາສີ ກະຊວງການເງິນ, ເຊິ່ງປະກອບດ້ວຍ 3 ຂະແໜງ (ຂະແໜງວິໄຈຂໍ້ມູນແຫຼ່ງຂ່າວ; ຂະແໜງກວດກາ ແລະ ສືບສວນ-ສອບສວນ; ຂະແໜງແກ້ໄຂຄະດີທາງພາສີ) ແລະ 14 ຈຸດປະສານງານໃນຂອບເຂດທົ່ວປະເທດ, ໂດຍເຄື່ອນໄຫວວຽກງານວິຊາສະເພາະຕາມພາລະບົດບາດ, ສິດ, ໜ້າທີ່ຢ່າງເຂັ້ມງວດ.

ສະນັ້ນ, ໃນວັນທີ 18 ມິຖຸນາ 2023 ຜ່ານມານີ້, ເຈົ້າໜ້າທີ່ພາສີພະແນກສືບ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈໍາຈຸດປະສານງານນາເຕີຍ ແຂວງຫຼວງນໍ້າທາ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີລົດກະບະຍີ່ຫໍ້ TOYOTA Revo smart cab ສວມປ້າຍທະບຽນ ກກ 5754 (ເອກະຊົນລາວ, ຫຼວງນ້ຳທາ) ຊິ່ງເຈົ້າໜ້າທີ່ພາສີຈຶ່ງໄດ້ເຄື່ອນໄຫວຕິດຕາມພົບເຫັນເປົ້າໝາຍດັ່ງກ່າວ.

ໂດຍຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດລັກລອບນຳເຂົ້າ, ສວມປ້າຍທະບຽນລົດຄັນອື່ນ, ບໍ່ມີເອ ກະອະນຸຍາດນຳເຂົ້າເສຍພາສີ-ອາກອນ ແລະ ພັນທະອື່ນໆ. ດັ່ງນັ້ນ, ຈຶ່ງໄດ້ນຳລົດຄັນດັ່ງກ່າວມອບໃຫ້ພາສີປະຈຳແຂວງຫຼວງນໍ້າທາ, ເພື່ອດຳເນີນການຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.

ທີ່ມາ ກະຊວງການເງິນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ